ຈີນ – ຊາອຸດິ ອາຣັບບີ ຍົກລະດັບການຮ່ວມມືເປັນຫຸ້ນສ່ວນທາງຍຸດທະສາດຮອບດ້ານ

19

ສຳນັກຂ່າວ SPA ຊາອຸດິ ອາຣັບບີ ລາຍງານວ່າ ທ່ານ ສີ ຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ ແລະ ສົມເດັດ ພະຣາຊາທິບໍດີ ຊັລມານ ແຫ່ງຊາອຸດິ ອາຣັບບີ ໄດ້ລົງນາມຂໍ້ຕົກລົງ “ ການເປັນຫຸ້ນສ່ວນທາງຍຸດທະສາດແບບຮອບດ້ານ ” ເມື່ອວັນທີ 8 ທັນວາຜ່ານມາ ທີ່ນະຄອນຫຼວງຣີຢາດ ຊາອຸດິ ອາຣັບບີ.

May be an image of 2 people, people standing and text

ໃນຂະນະດຽວກັນ, ຕົວແທນລະດັບສູງຂອງສອງຝ່າຍ ຍັງໄດ້ລົງນາມໃນບົດບັນທຶກ ຄວາມເຂົ້າໃຈ ( MOU ) ໃນການອະນຸມັດໃຫ້ບໍລິສັດຫົວ ເຫວີຍ ເຕັກໂນໂລຊີ ເປັນຜູ້ພັດທະນາລະບົບຄລາວ ແລະ ເຕັກໂນໂລຊີທີ່ກ່ຽວຂ້ອງ ຕະຫຼອດຮອດການກໍ່ສ້າງສູນປະຕິບັດການ ເພື່ອການຮຽນຮູ້ດ້ານເຕັກໂນໂລຊີ ຕາມເມືອງໃຫຍ່ໃນຊາອຸດິ ອາຣັບບີ ອີກດ້ວຍ.

ລາຍງານລະບຸວ່າ: ຈີນ ແລະ ຊາອຸດິ ອາຣັບບີ ໄດ້ລົງນາມ MOU ຮ່ວມກັນທັງໝົດ 34 ສະບັບ ຄວບຄຸມເຖິງການພັດທະນາພະລັງງານສີຂຽວ, ເຕັກໂນໂລຊີ, ການຈັດການລະບົບ ຄລາວ, ການຄົມມະນາຄົມ, ການກໍ່ສ້າງ ແລະ ອື່ນໆ ລວມມູນຄ່າປະມານ 30 ພັນລ້ານໂດລາສະຫະລັດ.

May be an image of 3 people and people standing

ນອກຈາກນີ້, ການເດີນທາງຢ້ຽມຢາມ ຊາອຸດິ ອາຣັບບີຄັ້ງນີ້ ປະທານປະເທດຈີນ ຍັງໄດ້ເຂົ້າຮ່ວມກອງປະຊຸມສຸດຍອດລະຫວ່າງ ຈີນ ກັບ ຄະນະມົນຕີຄວາມຮ່ວມມືອ່າວອາຣັບ ( GCC ) ເຊິ່ງມີສະມາຊິກ 6 ປະເທດ ໄດ້ແກ່: ບາເຣນ, ກູເວດ, ກາຕາ, ໂອມານ, ສະຫະລັດອາຣັບເອເມເຣັດ ແລະ ຊາອຸດິ ອາຣັບບີ.

May be an image of 2 people and people standing

ຂະນະທີ່ສື່ມວນຊົນທ້ອງຖິ່ນຊາອຸດິ ອາຣັບບີ ໄດ້ຂຽນບົດ ຄວາມວິເຄາະເຖິງການເດີນທາງຢ້ຽມຢາມຊາອຸດິ ອາຣັບບີ ຂອງຜູ້ນຳຈີນໃນຄັ້ງນີ້ ໂດຍມີເນື້ອຫາສຳຄັນສະແດງເຖິງ ຄວາມຸ່ງໝັ້ນວ່າ “ ການຢ້ຽມຢາມຄັ້ງບຸກເບີກ ຫຼື ຄັ້ງປະຫວັດສາດ ” ທີ່ຈະນຳໄປສູ່    “ ການເປີດປະຕູບານໃໝ່ໃຫ້ແກ່ສາຍພົວພັນການຮ່ວມມື ” ລະຫວ່າງ ຈີນ ກັບ ປະເທດອາຣັບ ເຊິ່ງຈະມີແຕ່ການສະໜັບສະໜູນການພັດທະນາເຊິ່ງກັນ ແລະ ກັນ ເພື່ອປົກປ້ອງອະທິປະໄຕ ແລະ ບໍ່ແຊກແຊງກິດຈະການພາຍໃນເຊິ່ງກັນ ແລະ ກັນ.