ກຽມນຳເງິນໃບໃໝ່ 50,000 ແລະ 100,000 ກີບ ອອກສູ່ຂອດຈໍລະຈອນ

256

ທະນາຄານແຫ່ງ ສປປ ລາວມື້ນີ້ 9 ທັນວາ 2022 ຈະນໍາເອົາທະນະບັດ ປະເພດໃບ 50.000 ກີບ ແລະ 100.000 ກີບ ລຸ້ນປີ 2020 ອອກສູ່ຂອດຈໍລະຈອນໃນໄວໆນີ້.
ອີງຕາມກົດໝາຍວ່າດ້ວຍທະນາຄານແຫ່ງ ສປປ ລາວ (ສະບັບປັບປຸງ) ເລກທີ 47/ສພຊ, ລົງວັນທີ 19 ມິຖຸນາ 2018 ແລະ ຂໍ້ຕົກລົງວ່າດ້ວຍການປະກາດນຳໃຊ້ທະນະບັດປະເພດໃບ 50.000 ກີບ ແລະ ໃບ 100.000ກີບ ລຸ້ນປີ 2020 (ຮູບແບບປັບປຸງໃໝ່) ເລກທີ 949/ທຫລ, ລົງວັນທີ 25 ພະຈິກ 2022.

May be an image of 6 people and people standing
ທະນາຄານແຫ່ງ ສປປ ລາວ ແຈ້ງວ່າ: ໂດຍອີງໃສ່ສະພາບການນຳໃຊ້ທະນະບັດປະເພດໃບ 50.000 ກີບ (ລຸ້ນປີ 2004) ທີ່ໄດ້ອອກໃຫ້ສັງຄົມນໍາໃຊ້ແຕ່ປີ 2006 ເປັນຕົ້ນມາ ຮອດປະຈຸບັນໄດ້ຖືກໝູນວຽນໃນຂອດຈໍລະຈອນ ມາເປັນເວລາ 16 ປີ ແລະ ໃນປີ 2011 ໄດ້ນຳເອົາທະນະບັດປະເພດໃບ 100.000 ກີບ (ລຸ້ນປີ 2011) ອອກນຳໃຊ້ຈົນຮອດປະຈຸບັນ ເປັນເວລາ 11 ປີແລ້ວ.

ຍ້ອນຜ່ານການຈັບຈ່າຍໃຊ້ສອຍ, ນໍາໃຊ້ຊື້ສິນຄ້າ ແລະ ບໍລິການໃນສັງຄົມ ມາເປັນເວລາຍາວນານເຮັດໃຫ້ທະນະບັດດັ່ງກ່າວເສື່ອມຄຸນນະພາບ, ເກົ່າຈີກຂາດ, ມີຮອຍຂີດຂຽນ, ຮູບພາບບໍ່ສາມາດຈຳແນກໄດ້. ສະນັ້ນ, ເພື່ອເຮັດໃຫ້ສັງຄົມໄດ້ນໍາໃຊ້ທະນະບັດໃໝ່ ແລະ ມີຄຸນນະພາບດີຂຶ້ນກວ່າເກົ່າ, ທະນາຄານແຫ່ງ ສປປ ລາວ ຈະໄດ້ນໍາເອົາທະນະບັດປະເພດໃບ50.000 ກີບ ແລະ ໃບ100.000 ກີບ ລຸ້ນປີ 2020 (ຮູບແບບປັບປຸງໃໝ່) ທີ່ໄດ້ຖືກຮັບຮອງຈາກລັດຖະບານ ແລະ ເຫັນດີອະນຸຍາດໃຫ້ຈັດພິມໃນປີ 2020 ອອກໃຫ້ສັງຄົມໄດ້ນຳໃຊ້ ນັບແຕ່ເດືອນທັນວາ 2022 ເປັນຕົ້ນໄປ.

May be an image of 2 people and people standing

ຈຸດປະສົງເພື່ອຍົກສູງຄຸນນະພາບ ແລະ ມາດຕະຖານຂອງໃບທະນະບັດໃຫ້ສູງຂຶ້ນ ທຽບເທົ່າກັບທະນະບັດຂອງບັນດາປະເທດອ້ອມຂ້າງໃນພາກພື້ນກໍ່ຄືສາກົນ ແລະ ຍົກລະດັບເຕັກນິກຕ້ານການປອມແປງທີ່ທັນສະໄໝ, ມີຄຸນລັກສະນະສີສັນລວດລາຍສວຍງາມໂດດເດັ່ນ, ສ້າງຄວາມເຊື່ອໝັ້ນໃຫ້ສັງຄົມ ໃນການພົກພາ ແລະ ຖືຄອງເງິນກີບ ຊຶ່ງເປັນສະກຸນເງິນຕາຂອງຊາດ;
ທະນະບັດທັງ 2 ປະເພດລຸ້ນປີ 2020 ທີ່ຈະອອກໃຫ້ສັງຄົມໄດ້ນຳໃຊ້ໃນເດືອນ ທັນວາ 2022 ແມ່ນເປັນການປ່ຽນແທນທະນະບັດເສື່ອມຄຸນນະພາບ, ເກົ່າຈີກຂາດຢູ່ໃນຂອດຈໍລະຈອນ ແລະ ສາມາດນຳໃຊ້ຖືກຕ້ອງຕາມກົດໝາຍ,ໂດຍນຳໃຊ້ຄຽງຄູ່ກັບທະນະບັດປະເພດໃບ 50.000 ກີບ ລຸ້ນປີ 2004 ແລະ ໃບ 100.000 ກີບ ລຸ້ນປີ 2011 ທີ່ຈໍລະຈອນໃນປະຈຸບັນ, ແລະ ຈະບໍ່ມີຜົນກະທົບຕໍ່ສະຖຽນລະພາບເງິນຕາແຫ່ງຊາດ.

May be an image of 4 people and people standing

ໃນນີ້, ທະນາຄານແຫ່ງ ສປປ ລາວ ຂໍເນັ້ນໃຫ້ບັນດາທ່ານໄດ້ຮັບຮູ້ ແລະ ເຂົ້າໃຈວ່າ: ທະນະບັດປະເພດໃບ 50.000 ກີບ ລຸ້ນປີ 2004 ແລະ ທະນະບັດປະເພດໃບ 100.000 ກີບ ລຸ້ນປີ 2011 ຍັງສາມາດນຳໃຊ້ເຂົ້າໃນການຊຳລະສະສາງ ຊື້ສິນຄ້າ ແລະ ບໍລິການ ໄດ້ຕາມປົກກະຕິ ຈະບໍ່ມີການຍົກເລີກການນຳໃຊ້ແຕ່ຢ່າງໃດ, ໂດຍຈະນຳໃຊ້ຄຽງຄູ່ກັບທະນະບັດປະເພດໃບ 50.000 ກີບ ແລະ ໃບ100.000 ກີບ ລຸ້ນປີ 2020 (ຮູບແບບປັບປຸງໃໝ່)

ທະນະບັດປະເພດໃບ 50.000 ກີບ ແລະ ໃບ 100.000 ກີບ ລຸ້ນປີ 2020 (ຮູບແບບປັບປຸງໃໝ່) ແລະ ທະນະບັດປະເພດໃບ 10.000 ກີບ ແລະ ໃບ 20.000 ກີບ ລຸ້ນປີ 2020 ທີ່ໄດ້ອອກໃຫ້ສັງຄົມໄດ້ນໍາໃຊ້ ໃນເດືອນຕຸລາ 2022 ຜ່ານມາ, ເປັນທະນະບັດທີ່ບໍ່ມີຂອບມີລວງກວ້າງ 72 ມິນລີແມັດເທົ່າກັນໝົດ, ແຕ່ມີລວງຍາວແຕກຕ່າງກັນ 3 ມິນລີເແມັດ,ນັບແຕ່ໃບ 100.000 ກີບ ລົງມາຮອດໃບ 10.000 ກີບ ຄື: 162 ມິນລີແມັດ, 159 ມິນລີແມັດ, 156 ມິນລີແມັດ ແລະ 153 ມິນລີແມັດ ຕາມລຳດັບ; ດ້ານໜ້າທະນະບັດ ທຸກປະເພດໃບມີຮູບແບບ, ຄຸນລັກສະນະການຈັດວາງສັນຍາລັກຕ່າງໆຢູ່ຈຸດດຽວກັນຄື: ຮູບປະທານໄກສອນພົມວິຫານ, ເຄື່ອງໝາຍຊາດ, ຄຳຂວັນປະເທດລາວ, ພຣະທາດຫຼວງ, ຕົວເລກບອກມູນຄ່າ, ເລກລຳດັບ ແລະ ເສັ້ນນິລະໄພ; ຮູບພາບດ້ານຫຼັງທະນະບັດປະເພດໃບ10.000 ກີບ, 20.000 ກີບ, 50.000 ກີບ ແມ່ນຍັງຮັກສາໄວ້ຄ້າຍຄືເກົ່າຕາມທະນະບັດທີ່ອອກໃນປີ 2003 ສ່ວນດ້ານຫຼັງທະນະບັດປະເພດໃບ 100.000 ກີບ ລຸ້ນປີ 2020 (ຮູບແບບປັບປຸງໃໝ່) ນີ້ມີຮູບພາບເມືອງ ວຽງໄຊ ແຂວງຫົວພັນ,ຊຶ່ງເປັນຖານທີ່ໝັ້ນຂອງການປະຕິວັດ, ແມ່ນຕົ້ນກຳເນີດຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວ.

No photo description available.

ດ້ານຄຸນລັກສະນະເຕັກນິກຕ້ານການປອມແປງ ແມ່ນໄດ້ກຳນົດໄວ້ລະອຽດຢູ່ໃນແຈ້ງການຂອງທ່ານຜູ້ວ່າການທະນາຄານແຫ່ງ ສປປ ລາວ (ສະບັບເລກທີ 16/ທຫລ, ລົງວັນທີ 01 ທັນວາ 2022) ແລະ ແບບພິມ Posterເພື່ອເບິ່ງຄຸນລັກສະນະຕ້ານການປອມແປງທະນະບັດ, ຊຶ່ງຈະໄດ້ແຈກຢາຍໃຫ້ບັນດາທ່ານ ສື່ມວນຊົນ ເພື່ອນໍາໄປເຜີຍແຜ່ໃຫ້ສັງຄົມໄດ້ຮັບຮູ້ຢ່າງກວ້າງຂວາງ. ພ້ອມນີ້, ກໍ່ຂໍຮຽກຮ້ອງໃຫ້ທຸກຄົນໃນທົ່ວສັງຄົມ ຈົ່ງເປັນເຈົ້າການເສີມຂະຫຍາຍສິດເປັນເຈົ້າຂອງປະເທດຊາດ ດ້ວຍການປົກປ້ອງ ແລະ ນໍາໃຊ້ເງິນກີບຊຶ່ງເປັນເງິນຕາຂອງຊາດຢ່າງຖືກວິທີ, ຫຼີກລ້ຽງການພັບ, ການໜີບ, ຂີດຂຽນ ຫຼື ດ້ວຍຮູບການອື່ນໆ ທີ່ເປັນສາເຫດເຮັດໃຫ້ທະນະບັດເສື່ອມຄຸນນະພາບ, ເກົ່າຈີກຂາດ, ກ່ອນກຳນົດເວລາ, ທັງເປັນການປະກອບສ່ວນສົ່ງເສີມການນໍາໃຊ້ເງິນກີບ, ເສີມສ້າງຄຸນຄ່າຂອງເງິນກີບ ແລະ ຮັກສາສະຖຽນລະພາບເງິນຕາແຫ່ງຊາດ ໃຫ້ມີຄວາມໝັ້ນຄົງ ແລະ ຍືນຍົງ.