ແມ່ຄ້າເຫັນແຕ່ຜົນປະໂຫຍດແທ້ໆຈະແກ້ແນວໃດ ຖ້າບໍ່ເລີ່ມຈາກຕົວເຮົາເອງ

0
260

ຂ່າວເສດຖະກິດ-ການຄ້າໄດ້ຂຽນຂ່າວເຕືອນມາຕະຫຼອດ ການອອກຕະຫຼາດຊື້ເຄື່ອງຂອງມາໃຊ້ ນອກຈາກຈະເລືອກສິ່ງທີ່ຢາກໄດ້ແລ້ວ ການສັງເກດເບິ່ງວັນເດືອນປີທີ່ຜະລິດ ແລະໝົດອາຍຸແມ່ນສຳຄັນທີ່ສຸດ ແມ່ນຢູ່ວ່າກິນຂອງໝົດອາຍຸບໍເຮັດໃຫ້ເປັນຫຍັງທັນຕາ ແຕ່ມັນຈະມີຜນົຕໍ່ສຸຂະພາບໄລຍະຍາວຈິ່ງບໍ່ຄວນເຊື່ອໃຈສິນຄ້າທີ່ເຫັນຕ້ອງສັງເກດອ່ານໃຫ້ດີກ່ອນ.

May be an image of 7 people and outdoors
ເພື່ອປົກປ້ອງຜູ້ບໍລິໂພກ ໃນວັນທີ 8 ທັນວາ 2022ນີ້ຄະນະສະເພາະກິດກວດກາສິນຄ້າໝົດອາຍຸ ແລະສິນຄ້າຫ້າມຈໍາໜ່າຍ ເມືອງລະຄອນເພັງ ແຂວງສາລະວັນໄດ້ຈູດທໍາລາຍສິນຄ້າໝົດອາຍຸ ແລະເຄື່ອງສໍາອາງທີ່ມີສານຕ້ອງຫ້າມ ທີ່ໄດ້ຈາກລົງເຄື່ອນໄຫວກວດກາສິນຄ້າໝົດອາຍຸ ແລະສິນຄ້າຫ້າມຈໍາໜ່າຍ ຕາມຮ້ານຄ້າ, ຮ້ານຂາຍຍົກ-ຂາຍຍ່ອຍທົ່ວເມືອງ ໃນຄັ້ງວັນທີ 6-7 ທັນວາຜ່ນມາ.

May be an image of 5 people, outdoors and tree

ສິນຄ້າທີ່ກວດພົບແລະຢືດມາມີຈໍານວນລວມທັງໝົດ 248 ລາຍການ, ມູນຄ່າ 40.920.000 ກີບ, ແບ່ງເປັນປະເພດອາຫານ ແລະເຄື່ອງດື່ມໝົດອາຍຸ 215 ລາຍການ, ມູນຄ່າ 36.053.000 ກີບ, ເຄື່ອງສໍາອາງໝົດອາຍຸ 19 ລາຍການ, ມູນຄ່າ 2.963.000 ກີບ ແລະປະເພດເຄື່ອງສໍາອາງມີສານຕ້ອງຫ້າມ 14 ລາຍການ, ມູນຄ່າ 1.094.000 ກີບ.

May be an image of 15 people, people standing and outdoors
ພິທີໄດ້ຈັດຂຶ້ນທີ່ບໍລິເວນ ເດີ່ນຫ້ອງການສາທາລະນະສຸກເມືອງ ເຂົ້າຮ່ວມເປັນສັກຂີພະຍານ ຂອງ ທ່ານ ພູວຽງ ຜິ່ນຄໍາຜິວ ຫົວໜ້າຫ້ອງການສາທາລະນະສຸກເມືອງລະຄອນເພັງ, ມີຄະນະຫ້ອງການສາທາລະນະສຸກເມືອງ ແລະເຈົ້າໜ້າທີ່ກ່ຽວຂ້ອງເຂົ້າຮ່ວມ.

May be an image of 9 people and outdoors

LEAVE A REPLY

Please enter your comment!
Please enter your name here