ໂຄງການກໍ່ສ້າງທໍ່ສົ່ງແກ໊ສ ຣັດເຊຍ – ຈີນ ຄືບໜ້າຕາມແຜນ

40

ສຳນັກຂ່າວຊິນຫົວລາຍງານໃນວັນທີ 7 ທັນວາຜ່ານມາວ່າ ບໍລິສັດ PipeChina ເຊິ່ງເປັນຜູ້ຮັບເໝົາກໍ່ສ້າງໂຄງການດັ່ງກ່າວ ເປີດເຜີຍວ່າ: ທໍ່ສົ່ງແກ໊ສມີຄວາມຍາວປະມານ 5.111 ກິໂລແມັດ ຈາກຣັດເຊຍມາສູ່ ນະຄອນເຮີ້ຍເຫີ້ ແຂວງເຮຫຼົງຈຽງ ຊາຍແດນຈີນ – ຣັດເຊຍ ແລ້ວຕໍ່ໄປຍັງອີກ 9 ແຂວງ ແລະ ຕົວເມືອງໃຫຍ່, ໃນນັ້ນທັງນະຄອນຫຼວງປັກກິ່ງ, ນະຄອນຊຽງໄຮ້, ນະຄອນທຽນຈິ່ນ.

May be an image of 1 person and outdoors

ລາຍງານລະບຸວ່າ: ທໍ່ສົ່ງແກ໊ສສາຍນີ້ ຈະສາມາດສົ່ງແກ໊ສ ທຳມະຊາດຈາກ ຣັດເຊຍ – ຈີນ ປະມານ 30 ພັນລ້ານແມັດກ້ອນຕໍ່ປີ ເຊິ່ງຈະໃຫ້ສຳເລັດໃນປີ 2025 ເຊິ່ງຈະຊ່ວຍຫຼຸດການປ່ອຍກາກບອນໄດອ໋ອກໄຊຂອງຈີນ ລົງ 164 ລ້ານໂຕນຕໍ່ປີ ແລະ ຈະສາມາດສ້າງຄວາມໝັ້ນຄົງດ້ານພະລັງງານ ແລະ ການພັດທະນາທາງພາກຕາເວັນອອກຂອງຈີນໄດ້.

May be an image of 1 person and outdoors