ມຽນມາ ມີລາຍຮັບຈາກການສົ່ງອອກສິນຄ້າກະສິກຳເກືອບ 3 ຕື້ໂດລາ

24

ສຳນັກຂ່າວ ຊິນຫົວ ລາຍງານວ່າ: ກະຊວງການຄ້າຂອງມຽນມາ ເປີດເຜີຍວ່າ ມຽນມາ ມີລາຍໄດ້ຈາກການສົ່ງອອກສິນຄ້າກະສິກຳຫຼາຍກວ່າ 2,28 ຕື້ໂດລາສະຫະລັດ ໃນໄລຍະ 8 ເດືອນຂອງສົກປີງົບປະມານ 2022 – 2023 ເຊິ່ງເລີ່ມຕົ້ນແຕ່ເດືອນເມສາຜ່ານມາ.

May be an image of 1 person

ກະຊວງການຄ້າຂອງມຽນມາ ລະບຸວ່າ: ການສົ່ງອອກສິນຄ້າກະສິກຳ ຕັ້ງແຕ່ວັນທີ 1 ເມສາ ຫາ 25 ພະຈິກ 2022 ໂດຍແມ່ນພາກເອກະຊົນພຽງຜູ້ດຽວ ເປັນຜູ້ດຳເນີນງານເຮັດໃຫ້ລາຍໄດ້ເພີ່ມຂຶ້ນກວ່າ 46 ລ້ານໂດລາສະຫະລັດ ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ສ່ວນມູນຄ່າການສົ່ງອອກທັງໝົດຂອງມຽນມາ ເພີ່ມຂຶ້ນຫຼາຍກວ່າ 1,7 ຕື້ໂດລາສະຫະລັດ ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ.

May be an image of sky

ທັງນີ້, ສິນຄ້າສົ່ງອອກຂອງມຽນມາ ສ່ວນຫຼາຍປະກອບມີ: ສິນຄ້າກະສິກຳ, ຜະລິດຕະພັນຈາກສັດ, ອາຫານທະເລ, ແຮ່ທາດ, ເຄື່ອງປ່າຂອງດົງ ແລະ ອື່ນໆ. ສ່ວນຕະຫຼາດສົ່ງອອກຫຼັກຂອງມຽນມາ ຍັງແມ່ນ ຈີນ, ໄທ, ບັງກລາເທດ ແລະ ອິນເດຍ.