ການປ່ຽນແປງດິນຟ້າອາກາດ ເຮັດໃຫ້ຊາວອິນເດຍ ເສຍຊີວິດ 2.100 ກວ່າຄົນໃນປີນີ້

6

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 8 ທັນວາ 2022 ວ່າ ກະຊວງວິທະຍາສາດໂລກຂອງອິນເດຍ ໄດ້ລາຍງານຕໍ່ກອງປະຊຸມລັດຖະສະພາອິນເດຍໃຫ້ຮູ້ວ່າ ຄວາມຮຸນແຮງ ແລະ ການປ່ຽນແປງດິນຟ້າອາກາດໄດ້ເຮັດໃຫ້ປະຊາຊົນອິນເດຍ ເສຍຊີວິດຢ່າງໜ້ອຍ 2.183 ຄົນ ໃນປີ 2022 ເຊິ່ງເປັນສະຖິຕິສູງສຸດ ນັບແຕ່ປີ 2019 ເປັນຕົ້ນມາ ໂດຍການເສຍຊີວິດສ່ວນຫຼາຍຍ້ອນນ້ຳຖ້ວມ ແລະ ຟ້າຜ່າ ກວມເອົາ 78% ຂອງຜູ້ເສຍຊີວິດທັງໝົດ.

May be an image of 5 people, people standing and outdoors

ຫາກຈຳແນກເປັນກໍລະນີການເສຍຊີວິດຈາກເຫດການຟ້າຜ່າ ຈຳນວນ 907 ຄົນ, ຮອງລົງມາແມ່ນເສຍຊີວິດຈາກພາຍຸເຮັດໃຫ້ຝົນຕົກໜັກຈຳນວນ 240 ຄົນ, ສ່ວນອິດທິພົນຂອງຄື້ນຄວາມຮ້ອນມີຜູ້ເສຍຊີວິດ 27 ຄົນ ເນື່ອງຈາກວ່າໃນເດືອນມີນາຜ່ານມາ ອິນເດຍ ໄດ້ປະເຊີນກັບອຸນຫະພູມສູງສຸດໃນຮອບກວ່າສະຕະວັດ ແລະ ແກ່ຍາວເຖິງເດືອນພຶດສະພາຜ່ານມາ.

May be an image of 4 people and body of water

ທັງນີ້, ອີງຕາມສະຖິຕິຂອງອົງການອະນາໄມໂລກ ລະບຸວ່າ: ນັບແຕ່ປີ 1998 – 2017 ຄື້ນຄວາມຮ້ອນໄດ້ເຮັດໃຫ້ມີເສຍຊີວິດ 160.000 ຄົນໃນທົ່ວໂລກ ແລະ ຄາດການວ່າໃນປີ 2030 – 2050 ສະພາບການປ່ຽນແປງດິນຟ້າອາກາດໂລກ ຈະເຮັດໃຫ້ມີຜູ້ເສຍຊີວິດ ເພີ່ມຂຶ້ນ 250.000 ຄົນຕໍ່ປີ ເຊິ່ງສ່ວນໃຫຍ່ຄາດວ່າຈະເກີດຈາກບັນຫາການຂາດໂພຊະນາການ, ພະຍາດມາລາເຣຍ, ຖອກທ້ອງ ແລະ ຈາກອາກາດຮ້ອນ.