ສຳມະນາໃຫ້ຄວາມຮູ້ດ້ານການເງິນ ແລະ ການລົງທຶນແກ່ຜູ້ປະກອບການລາວ

120

ບໍລິສັດ ຟີລລິບ ປະກັນຊີວິດ ສາຂາຢູ່ໄທ ໄດ້ມາຈັດສຳມະນາກ່ຽວກັບ ການເງິນ ແລະ ການລົງທຶນ ເພື່ອສ້າງຄວາມມັ່ງຄັ່ງຮັ່ງມີໃນອະນາຄົດ Wealth Connection Business with CEO ຂຶ້ນຟຣີໃຫ້ແກ່ບັນດານັກທຸລະກິດລາວ

ງານສຳມະນາດັ່ງກ່າວຈັດຂຶ້ນໃນວັນທີ 8 ທັນວາ 2022 ຢູ່ທີ່ຕຶກ KC ນະຄອນຫຼວງວຽງຈັນ ໂດຍການບັນຍາຍຂອງ ທ່ານ ອາພິພົງ ພົງສາວະພັກ ຮອງປະທານບໍລິສັດ ຟີລລິບ ປະກັນຊີວິດ ສາຂາປະເທດໄທ, ມີບັນດານັກວິທະຍາກອນ ແລະ ນັກສຳມະນາກອນເຂົ້າຮ່ວມ.

ທ່ານ ອາພິພົງ ພົງສາວະພັກ ຮອງປະທານບໍລິສັດ ຟີລລິບ ປະກັນຊີວິດ ສາຂາປະເທດໄທ ກ່າວວ່າ: ກຸ່ມບໍລິສັດ ຟີລລິບ ປະກັນຊີວິດ ສ້າງຂຶ້ນປີ 1975 ມີສຳນັກງານໃຫຍ່ທີ່ປະເທດສິງກະໂປ ເຊິ່ງເປັນກຸ່ມບໍລິສັດດັ່ງກ່າວແມ່ນເຮັດກ່ຽວກັບການເງິນ-ການລົງທຶນ, ຫຼັກຊັບ ເຊັ່ນ: ການເທຣດຫຸ້ນ, ເທຣດກອງທຶນ…ທີ່ກ່ຽວກັບການລົງທຶນ ແລະ ປະກັນໄພຊີວິດ. ດັ່ງນັ້ນໃນ 20 ປີທີ່ແລ້ວ ກຸ່ມບໍລິສັດ ຟີລລິບ ຈຶ່ງໄດ້ມາເປີດສາຂາລົງທຶນກ່ຽວກັບຫຼັກຊັບທີ່ປະເທດໄທ ໂດຍເນັ້ນການຈັດການຫຼັກຊັບການລົງທຶນ ແລະ ດ້ານການປະກັນຊີວິດ.

ແຕ່ການມາເປີດສຳມະນາໃຫ້ນັກທຸລະກິດລາວມື້ນີ້ ແມ່ນ ບໍລິສັດ ຟີລລິບ ປະກັນຊີວິດ ສາຂາປະເທດໄທ ເປັນຜູ້ຈັດສຳມະນາ ທັງນີ້ກໍເພື່ອມາແບ່ງປັນຄວາມຮູ້ ກ່ຽວກັບດ້ານການເງິນ ແລະ ການລົງທຶນ, ການຈັດການເງິນທຶນຂອງບັນດາຜູ້ປະກອບໃນລາວ ເພື່ອເຮັດແນວໃດໃຫ້ເງິນທີ່ທ່ານສາມາດຕໍ່ຍອດເງິນທ່ານໄດ້.

ທ່ານ ຫັດສະຫວັນ ແຮມະນີ (ຄູເຊັ່ງ) ທັງເປັນຜູ້ປະສານງານ ແລະ ຜູ້ເຂົ້າຮ່ວມສຳມະນາ ກ່າວວ່າ: ຢູ່ບ້ານເຮົາ ການລົງທຶນໃສ່ດ້ານການປະກັນໄພ, ດ້ານຕະຫຼາດຫຸ້ນ, ກອງທຶນລວມ, ພັນທະບັດ ຄົນສ່ວນຫຼາຍຍັງບໍ່ຮູ້ເລິກ ບໍ່ຮູ້ຈິງ. ດັ່ງນັ້ນ, ກ່ອນເພິ່ນຈະມາເປີດຕະຫຼາດຢູ່ທີ່ ສປປ ລາວ ເພິ່ນຈຶ່ງມາເປີດສຳມະນາໃຫ້ຄວາມຮູ້ກ່ອນ, ຫົວໃຈຫຼັກຂອງການຝຶກອົບຮົມມື້ນີ້ ຂໍ້ມູນທີ່ນັກທຸລະກິດ ຫຼື ຜູ້ປະກອບການລາວ ຈະໄດ້ຮູ້ຈັກການຈັດງານດ້ານການເງິນຫຼາຍຂຶ້ນ (ເພາະນັກທຸລະກິດລາວສ່ວນຫຼາຍຮູ້ກົນລະຍຸດ ແລະ ການຫາເງິນ ແຕ່ການຮັກສາ ແລະ ພັດທະນາໃຫ້ເງິນເຕີບໂຕນັ້ນຍັງບໍ່ທັນຮູ້ເລິກເທົ່າທີ່ຄວນ). ດັ່ງນັ້ນ, ການສຳມະນາ ຈະຊ່ວຍເປີດກຸນແຈບັນດາຜູ້ປະກອບການທີ່ເຂົ້າຮ່ວມໃຫ້ຮູ້ຈັກຮັກສາເງິນຕົນເອງ ໃຫ້ເພີ່ມພູນຂຶ້ນໄປເລື້ອຍໆ.