ຊຽງຂວາງ ເກມສ໌ ຊີງໄຊໄປແລ້ວ 87 ຫຼຽນຄໍາທໍາອິດ ນະຄອນຫຼວງ ຍາດຫຼຽນຄໍາໄດ້ຫຼາຍທີ່ສຸດ

1150

ການແຂ່ງຂັນກີລາໃນງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມສ໌ ທີ່ແຂວງຊຽງຂວາງ ເຈົ້າພາບຈັດການແຂ່ງຂັນ ເຊິ່ງການແຂ່ງຂັນຈະເປີດສາກຢ່າງເປັນທາງການລະຫວ່າງວັນທີ 13-22 ທັນວາ 2022, ແຕ່ການແຂ່ງຂັນແມ່ນໄດ້ເລີ່ມແຂ່ງຂັນມາແຕ່ວັນທີ 19 ພະຈິກ – 6 ທັນວາ 2022 ປາກົດວ່າ: ນະຄອນຫຼວງວຽງຈັນ ກັບ ເຈົ້າພາບ ຊຽງຂວາງ ຍາດໄດ້ຫຼຽນຄໍາສູສີກັນ.

ການແຂ່ງຂັນງານກີລາ ຊຽງຂວາງ ເກມ ຫຼື ກີລາແຫ່ງຊາດ ຄັ້ງທີ 11 ມີການແຂ່ງຂັນ 25 ປະເພດກີລາ ແລະ ມີການຊີງໄຊທັງໝົດ 365 ຫຼຽນຄຳ, 365 ຫຼຽນເງິນ ແລະ 581 ຫຼຽນທອງ ເຊິ່ງນັບແຕ່ມື້ທໍາອິດ 19 ພະຈິກ 2022 ທີ່ເລີ່ມມີການແຂ່ງຂັນກີລາໃນ ຊຽງຂວາງ ເກມສ໌ ຈົນມາເຖິງວັນທີ 6 ທັນວາ 2022 ມີການແຂ່ງຂັນຫຼາຍປະເພດກີລາກໍຄື ຍິງປືນ, ບານບ້ວງ, ເທຄວັນໂດ, ໝາກແລ້, ຍິງທະນູ, ໜ້າເກັກ, ແລ່ນ-ລານ, ມວຍສາກົນ, ໝາກເສິກ, ປັນຈັກສີລັດ, ມວຍປໍ້າ, ຄາຣາເຕໂດ້ ແລະ ບານເຕະຊາຍ ເຊິ່ງກໍມີການຊີງໄຊໄປແລ້ວ 87 ຫຼຽນຄໍາ.

ປາກົດວ່າ: ທັບນັກກີລານະຄອນຫຼວງວຽງຈັນ ຍາດໄປແລ້ເວ 16 ຫຼຽນຄໍາ, 12 ຫຼຽນເງິນ ແລະ 22 ຫຼຽນທອງຢຶດຜູ້ນໍາໃນຕາຕະລາງສະຫຼຸບຫຼຽນລາງວັນ, ໂດຍມີເຈົ້າພາບ ແຂວງຊຽງຂວາງ ຍາດໄດ້ 15 ຫຼຽນຄໍາ, 9 ຫຼຽນເງິນ ແລະ 25 ຫຼຽນທອງ ແລະ ອັນດັບ 3 ຄໍາມ່ວນ ຍາດໄດ້ 14 ຫຼຽນຄໍາ, 7 ຫຼຽນເງິນ ແລະ 8 ຫຼຽນ. ຂະນະທີ່ ກະຊວງປ້ອງກັນປະເທດ ເຈົ້າຄອງຫຼຽນຄໍາຄັ້ງຫຼ້າສຸດຍາດໄດ້ແລ້ວ 13 ຫຼຽນຄໍາ, 16 ຫຼຽນເງິນ ແລະ 7 ຫຼຽນທອງ ໄລ່ມາເປັນອັນດັບທີ 4 ຕາມການສະຫຼຸບຂອງອະນຸກໍາມະການຈັດການແຂ່ງຂັນ.

ສໍາລັບ ງານກີລາແຫ່ງຊາດ 10 ທີ່ແຂວງອຸດົມໄຊ ເກມ ປີ 2014 ເຈົ້າຫຼຽນຄຳ ຕົກເປັນຂອງ ກະຊວງປ້ອງກັນປະເທດ ຍາດໄດ້ 61 ຫຼຽນຄຳ, 29 ຫຼຽເງິນ ແລະ 37 ຫຼຽນທອງ ແລະ ອັນດັບທີ 2 ນະຄອນຫຼວງວຽງຈັນ ຍາດໄດ້ 55 ຫຼຽນຄຳ, 31 ຫຼຽນເງິນ ແລະ 49 ຫຼຽນທອງ ຕ້ອງລຸ້ນເບິ່ງວ່າ ນະຄອນຫຼວງວຽງຈັນ ຈະທວງຫຼຽນຄໍາຄືນມາໄດ້ ຫຼື ບໍ?, ສ່ວນ ກະຊວງປ້ອງກັນປະເທດ ຈະສາມາດປ້ອງກັນຕໍາແໜ່ງແຊັມໄວ້ໄດ້ ຫຼື ບໍ?.
ຂ່າວ: Larh Creators, ຮູບຈາກ: ສົງການ