ຈາກເຫດການລົດກະບະວີໂກ້ສີປອນເງິນເລກທະບຽນຫຼວງນ້ຳທາ 9789 ທີ່ເດີນທາງມາຈາກເມືອງບຸນໃຕ້ ແຂວງຜົ້ງສາລີ ເກີດເສຍຫຼັກຕົກລົງຂົວວັງອີງ ເມືອງຫຼາ ແຂວງອຸດົມໄຊ ໃນເວລາ 12:53 ນາທີຂອງວັນທີ 7 ທັນວາ 2022 ເຊີ່ງເປັນວັງທີ່ເລິກ.
ຕາມຂໍ້ມູນຈາກເຈົ້າໜ້າທີ່ໃຫ້ຮູ້ວ່າຢູ່ໃນລົດຄັນດັ່ງກ່າວມີທັງໜົດ 4 ຄົນໃນນັ້ນເປັນຊາຍ 2 ຄົນ,ຍິງ 2 ຄົນ, ສາມຄົນຢູ່ບ້ານໝູຕື່ນນ້ອຍ ເມືອງບຸນໄຕ້ ແຂວງຜົ້ງສາລີ ແລະ ອີກ 1 ຄົນແມ່ນຢູ່ບ້ານໝູຕື່ນ ເມືອງນາໜໍ້ ແຂວງອຸດົມໄຊ.
ປັດຈຸບັນເຈົ້າໜ້າທີ່ກູ້ໄພອົງການກາແດງແຂວງອຸດົມໄຊສົມທົບກັບປະຊາຊົນເມືອງຫຼາໄດ້ດຳລົງນ້ຳເລິກກວ່າ 11ແມັດ ແມ່ນພົບເຫັນລົດ ແລະ ຄົນຍັງຢູ່ຈຸດທີ່ຕົກລົງໄປແລະຄາດວ່າທັງ 4 ຄົນແມ່ນເສຍຊີວິດແລ້ວ ເນື່ອງຈາກເປັນວັງເລິກ, ຂາດອຸປະກອນຈຶ່ງເຮັດໃຫ້ບໍ່ສາມາດກູ້ຂື້ນມາໄດ້.
ປະຈຸບັນທີມຄົ້ນຫາທາງນໍ້າມາຈາກນະຄອນຫຼວງວຽງຈັນພ້ອມອຸປະກອນໄດ້ເດີນທາງໄປຮອດຈຸດເກີດເຫດແລ້ວ ແລະກຳລັງລົງກູ້ຜູ້ປະສົບອຸບັດຕິເຫດອອກຈາກລົດກ່ອນຈະນຳໃຊ້ລົດເຄນຍົກລົດຄັນດັ່ງກ່າວຂຶ້ນມາ.