2022 ລັດຖະບານອຸດໜູນໂດຍກົງນ້ຳມັນໃຫ້ປະຊາຊົນ 2.000 ກວ່າຕື້ກີບ

107

ທ່ານລັດຖະມົນຕີກະຊວງການເງິນ ໄດ້ກ່າວຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານວ່າ ການຈັດເກັບລາຍຮັບປີ 2022 ເປັນປີທີ່ຫຍຸ້ງຍາກໜັກໜ່ວງກວ່າປີ 2021 ແຕ່ລັດຖະບານໄດ້ນຳໃຊ້ທຸກວິທີທາງ ສາມາດປະຄອງເຮັດໃຫ້ລາຍຮັບທີ່ສູນເສຍໄປ ມີຕົວໃໝ່ມາຊົດເຊີຍ.

No photo description available.
ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ຂຶ້ນຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບົດສະຫຼຸດຂາດຕົວການຈັດຕັ້ງປະຕິບັດງົບປະມານແຫ່ງລັດປີ 2021 ແລະ ການຈັດຕັ້ງປະຕິບັດແຜນງົບປະມານປີ 2022 ໃນວາລະກອງສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 7 ທັນວາວ່າ: ການສະຫຼຸບຂາດຕົວງົບປະມານປີ 2021 ທັງລາຍຮັບ-ລາຍຈ່າຍ ສາມາດປະຕິບັດລາຍຮັບແຜນການລາຍຮັບ ປີ 2021 ລືນແຜນ 4%, ທຽບໃສ່ແຜນປີ 2020 ລືນແຜນ 26% ເຊິ່ງປີ 2021 ເປັນປີທີ່ພົບຄວາມຫຍຸ້ງຍາກເນື່ອງຈາການລະບາດຂອງພະຍາດໂຄວິດ-19 ແກ່ຍາວ, ເພື່ອເປັນບ່ອນອີງໃຫ້ແກ່ການສົມທຽບ, ເປັນຕົວຊີ້ວັດພວກເຮົາກໍໄດ້ປະຕິບັດແບບນີ້ ໂດຍ 2022 ສົມທຽບໃສ່ 2021 ແລະ 2021 ທຽບໃສ່ 2020 ເຊິ່ງເຖິງວ່າຈະຫຍຸ້ງຍາກ ແຕ່ກໍສາມາດຜ່ານຜ່າມາໄດ້.

May be an image of 2 people and people standing
ສຳລັບການປະຢັດລາຍຈ່າຍ ປີ 2021 ຈຳນວນ 2 ພັນກວ່າຕື້ ແມ່ນເບື້ອງນະໂຍບາຍຕິດພັນກັບບັນຫາການແຜ່ລະບາດຂອງພະຍາດໂຄວິດ-19 ພວກເຮົາບໍ່ມີການປະຊຸມ (ມີແຕ່ປະຊຸມທາງໄກ) ບໍ່ໄດ້ເດີນທາງໄປທັງພາຍໃນ ແລະ ຕ່າງປະເທດ ເຊິ່ງສາມາດປະຢັດງົບປະມານລາຍຈ່າຍບໍລິຫານລົງ 2 ພັນກວ່າຕື້, ພ້ອມໄດ້ຕົກລົງຫຼຸດງົບບໍລິຫານລົງ ສູນກາງ 15%, ທ້ອງຖິ່ນ 10% ບວກກັບລາຍຈ່າຍທີ່ບໍ່ໄດ້ປະຕິບັດ ເນື່ອງຈາກມີການລັອກດາວປະເທດ. ດັ່ງນັ້ນ, ລາຍຈ່າຍທັງໝົດຈຶ່ງບໍ່ໄດ້ປະຕິບັດ ແລະ ຖືເປັນການປະຢັດໄປໃນຕົວ 2 ກວ່າຕື້ກີບ.

May be an image of monument and outdoors
ດ້ານບັນຫາທີ່ຕິດພັນການຈັດກັບລາຍຮັບ 2022 ເຊິ່ງມີລາຍຮັບທີ່ຈັດເກັບບໍ່ໄດ້ ຫຼື ບໍ່ໄດ້ຈັດເກັບ ໂດຍບໍ່ໄດ້ສະຫຼຸບເຂົ້າໃນບັນຊີ ແມ່ນລາຍຮັບທີ່ຕິດພັນກັບການນຳເຂົ້ານໍ້າມັນເຊື້ອໄຟ ເຊິ່ງໃນປີ 2021 ໄດ້ໄລ່ເຂົ້າໃນແຜນງົບປະມານ ປີ 2022 ໂດຍສະເພາະມະຕິຂອງສະພາ ວ່າດ້ວຍນະໂຍບາຍເພື່ອຊ່ວຍໜູນລາຄານ້ຳມັນທີ່ຈຳໜ່າຍໃຫ້ແກ່ສັງຄົມ ກໍຄືພະນັກງານ, ທະຫານ, ຕຳຫຼວດ ພໍ່ແມ່ປະຊາຊົນ ແມ່ນຫຼຸດອັດຕາອາກອນຊົມໃຊ້ ນໍ້າມັນແອັດຊັງທຳມະດາ ມາເປັນ 0%, ອາກອນຊົມໃຊ້ ນ້ຳມັນກາຊວນ ຈາກ 21% ມາເປັນ 0% ເຊິ່ງລັດຖະບານໄດ້ສູນເສຍລາຍຮັບ ຫຼື ໄດ້ອຸດໜູນໂດຍກົງ 2.818 ຕື້ກວ່າກີບ.

ไม่มีคำอธิบายรูปภาพ
ທ່ານ ບຸນໂຈມ ອຸບົນປະເສີດ ໃຫ້ຮູ້ຕື່ມວ່າ: ການຈັດເກັບລາຍຮັບປີ 2022 ເປັນປີທີ່ໜັກໜ່ວງກວ່າປີ 2021 ນອກຈາກພວກເຮົາພົບກັບການລະບາດຂອງພະຍາດໂຄວິດ-19 ແຕ່ເດືອນພຶດສະພາ, ມິຖຸນາທີ່ແກ່ຍາວແຕ່ປີ 2021 ແລະ ໜັກໜ່ວງກວ່າ, ກິດຈະການຕ່າງໆໄດ້ຢຸດຊະຫງັກ ໂດຍສະເພາະກິດຈະການໂຮງແຮມ, ເຮືອນພັກ, ຮ້ານອາຫານ, ທ່ອງທ່ຽວ, ການຂົນສົ່ງ, ການສົ່ງອອກ-ນຳເຂົ້າ. ແຕ່ຢ່າງໃດກໍຕາມລັດຖະບານໄດ້ນຳໃຊ້ທຸກວິທີທາງ, ທຸກທ່າແຮງບົ່ມຊ້ອນ ເຮັດດ້ວຍຄວາມຮັບຜິດຊອບຈຶ່ງສາມາດປະຄັບປະຄອງເຮັດໃຫ້ລາຍຮັບພວກເຮົາທີ່ສູນເສຍໄປ ມີຕົວໃໝ່ມາຊົດເຊີຍ.