ອີຢູ ກຽມອອກລະບຽບໃໝ່ ຫ້າມນຳເຂົ້າຜະລິດຕະພັນທີ່ກ່ຽວຂ້ອງກັບການຕັດໄມ້ທຳລາຍປ່າ

48

ສຳນັກຂ່າວຕ່າງປະເທດລາຍງານວ່າ: ຄະນະກຳມາທິການເອີຣົບ ລະບຸເມື່ອວັນທີ 6 ທັນວາຜ່ານມາ ສະຫະພາບເອີຣົບ ( ອີຢູ ) ໄດ້ບັນລຸຂໍ້ຕົກລົງກ່ຽວກັບການຫ້າມນຳເຂົ້າຜະລິດຕະພັນຫຼາຍຊະນິດ ທີ່ກ່ຽວຂ້ອງກັບການຕັດໄມ້ທຳລາຍປ່າ ຫວັງກະຕຸ້ນໃຫ້ທົ່ວໂລກຫຼຸດຜ່ອນການຕັດໄມ້ທຳລາຍປ່າ, ໃນນັ້ນນອກຈາກຜະລິດຕະພັນໄມ້ທີ່ເຮັດຈາກໄມ້ທຳມະຊາດແລ້ວ ຍັງມີກາເຟ, ຖົ່ວເຫຼືອງ ແລະ ໂກໂກ້ ລວມຢູ່ນຳ.

May be an image of tree and nature

ຄະນະກຳມາທິການເອີຣົບ ລະບຸວ່າ: ກົດລະບຽບໃໝ່ນີ້ຈະຮັບປະກັນວ່າ ສິນຄ້າຫຼັກທີ່ວາງຂາຍໃນຕະຫຼາດເອີຣົບ ຈະບໍ່ມີສ່ວນກ່ຽວຂ້ອງທີ່ເຮັດໃຫ້ເກີດການຕັດໄມ້ທຳລາຍປ່າ ແລະ ສ້າງຄວາມເຊື່ອມໂຊມໃຫ້ປ່າທຳມະຊາດໃນອີຢູ ແລະ ທະວີບອື່ນໆທົ່ວໂລກ ໂດຍກົດລະບຽບໃໝ່ນີ້ຈະບັງຄັບໃຫ້ບໍລິສັດທີ່ນຳເຂົ້າຜະລິດຕະພັນທັງໝົດ ຈະຕ້ອງຜ່ານການກວດສອບຢ່າງເຂັ້ມງວດ.

May be an image of tree and outdoors

ສຳລັບຜະລິດຕະພັນທີ່ຫ້າມນຳເຂົ້າໃນອີຢູ ປະກອບມີ: ນ້ຳມັນປາມ, ອາຫານສັດ, ກາເຟ, ຖົ່ວເຫຼືອງ, ໂກໂກ້, ໄມ້ຍູງ, ໄມ້ຍາງ ທີ່ຖືກບົ່ງຊີ້ວ່າເປັນສິ່ງທີ່ກະຕຸ້ນເຮັດໃຫ້ຜູ້ຄົນຕັດໄມ້ທໍາລາຍປ່າ, ຖ້າຫາກນຳເຂົ້າຜະລິດຕະພັນເຫຼົ່ານັ້ນ ບໍລິສັດນຳເຂົ້າຕ້ອງສະແດງເອກະສານເພື່ອຢືນຢັນວ່າ ຜະລິດຕະພັນຂອງພວກເຂົາ ບໍ່ໄດ້ມີສ່ວນກ່ຽວຂ້ອງກັບການຕັດໄມ້ທຳລາຍປ່າ ແລະ ຕ້ອງພິສູດຂໍ້ມູນດ້ານພູມສາດທີ່ແມ່ນຢຳ ກ່ຽວກັບພື້ນທີ່ທຳການຜະລິດທີ່ເປັນແຫຼ່ງທີ່ມາຂອງສິນຄ້າ.