ໄທ ຕິດໃນກຸ່ມປະເທດທີ່ມີຄວາມສ່ຽງ ສຳລັບນັກທ່ອງທ່ຽວ

28

ປະເທດໄທ ຕິດ 1 ໃນ 12 ປະເທດຈາກ 25 ປະເທດໃນອາຊີທີ່ຢູ່ໃນກຸ່ມ “ ຈຸດໝາຍປາຍທາງທີ່ມີຄວາມສ່ຽງທີ່ສຸດ ” ສໍາລັບນັກທ່ອງທ່ຽວ ຈາກການຈັດອັນດັບ 50 ປະເທດທົ່ວໂລກທີ່ເປັນຍອດນິຍົມຂອງນັກທ່ອງທ່ຽວ.

May be an image of street

ຂໍ້ມູນດັດສະນີຄວາມປອດໄພ ( safety index ) ທີ່ເຜີຍແຜ່ໃນເວັບໄຊແນະນໍາການຊື້ປະກັນໄພ ” The Swiftest ” ໄດ້ຈັດອັນດັບຄວາມປອດໄພໃນ 50 ປະເທດ ທີ່ມີນັກທ່ອງທ່ຽວເຂົ້າໄປທ່ອງທ່ຽວຫຼາຍທີ່ສຸດ ປາກົດວ່າມີ 12 ປະເທດ ໃນ 25 ປະເທດທີ່ມີຄວາມປອດໄພຕ່ຳ ( ຄວາມສ່ຽງທີ່ເກີດອັນຕະລາຍ ) ໃນອາຊີ, ຂໍ້ມູນລະບຸວ່າ ເຖິງວ່າຈະມີຄຳແນະນຳຢ່າງຫຼວງຫຼາຍ ແລະ ຈຸດໝາຍປາຍທາງຕ້ອງໄປຢ້ຽມຢາມໃຫ້ໄດ້ ແຕ່ບັນດາປະເທດໃນອາຊີຍັງມີຄວາມສ່ຽງສູງສຳລັບນັກທ່ອງທ່ຽວ.

May be an image of 2 people, car and road

ດັດສະນີດັ່ງກ່າວ ໄດ້ອີງໃສ່ 4 ປັດໄຈໄດ້ແກ່: ອັດຕາການຄາຕະກຳ, ອັດຕາການເສຍຊີວິດຈາກການສັນຈອນຕາມຖະໜົນ, ອັດຕາການເສຍຊີວິດຈາກສານພິດ, ອັດຕາການເສຍຊີວິດຈາກສະພາບທີ່ບໍ່ຖືກລັກສະນະ ( ພະຍາດຕິດຕໍ່, ອາການບາດເຈັບ ແລະ ຄວາມສ່ຽງໄພພິບັດທາງທຳມະຊາດ ).

ປະເທດທີ່ມີຄວາມສ່ຽງຕໍ່ການເສຍຊີວິດຫຼາຍທີ່ສຸດແມ່ນອາຟຣິກກາ, ຮອງລົງມາແມ່ນອິນເດຍ, ຂະນະທີ່ສິງກະໂປ ມີຄວາມປອດໄພສູງສຸດ ເນື່ອງຈາກວ່າອັດຕາການຄາຕະກຳ ແລະ ອັດຕາການເສຍຊີວິດຈາກອຸບັດເຫດຕາມທ້ອງຖະໜົນຕ່ຳ, ໃນຂະນະທີ່ຄວາມສ່ຽງຈາກການເສຍຊີວິດຈາກອຸບັດເຫດຕາມທ້ອງຖະໜົນຫຼາຍທີ່ສຸດ ປະກອບມີ: ໄທ, ຫວຽດນາມ, ກຳປູເຈຍ, ມາເລເຊຍ ແລະ ຈີນ.