ໂອເປັກພລັສ ມີມະຕິເປັນເອກະສັນ ບໍ່ເພີ່ມກຳລັງການຜະລິດນ້ຳມັນ

32

ສຳນັກຂ່າວຕ່າງປະເທດລາຍງານວ່າ: ບັນດາລັດຖະມົນຕີພະລັງງານຂອງກຸ່ມປະເທດຜູ້ຜະລິດ ແລະ ສົ່ງອອກນ້ຳມັນ ຫຼື ໂອເປັກພລັສ ( OPEC+ ) ໄດ້ມີມະຕິເປັນເອກະສັນ ເຫັນດີບໍ່ເພີ່ມກຳລັງການຜະລິດນ້ຳມັນ ໂດຍໃຫ້ເຫດຜົນວ່າ ເພື່ອຮັກສາສະຖຽນລະພາບຂອງລາຄານ້ຳມັນໃນຕະຫຼາດໂລກ.

May be an image of 2 people and text that says 'OPEC OP'

ກອງປະຊຸມລັດຖະມົນຕີພະລັງງານຂອງກຸ່ມປະເທດໂອເປັກພລັສ ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽນນາ ປະເທດໂອຕຣິດ ບັນດາປະເທດສະມາຊິກໄດ້ຕົກລົງເຫັນດີຮັກສາປະລິມານການຜະລິດນ້ຳມັນໄວ້ຄືເກົ່າ. ໂດຍໃຫ້ເຫດຜົນວ່າ ເພື່ອຮັກສາສະຖຽນລະພາບການສະໜອງ ແລະ ລາຄານ້ຳມັນໃນຕະຫຼາດໂລກ.

May be an image of outdoors and text that says 'OPEC'

ທັງນີ້, ໃນເດືອນຕຸລາຜ່ານມາ OPEC+ ໄດ້ປະກາດປັບຫຼຸດກຳລັງການຜະລິດນ້ຳມັນລົງ 2 ລ້ານບາເຣວຕໍ່ວັນ ຫຼື ປະມານ 2% ຂອງຄວາມຕ້ອງການຂອງຕະຫຼາດໂລກ ໂດຍເລີ່ມແຕ່ເດືອນພະຈິກ 2022 ເປັນຕົ້ນໄປຈົນຮອດຕົ້ນປີ 2023.