ງົດງາມໜ້າເກງຂາມ “ຫຼຽນຫົວພັນວິລະຊົນ” ປະຫວັດສາດເຂດທີ່ໝັ້ນການປະຕິວັດ

79

ຕອນເຊົ້າວັນທີ 7 ທັນວາ 2022 ນີ້ ທີ່ແຂວງຫົວພັນ ໄດ້ຈັດພິທີເປີດຫລຽນຈຳລອງຫົວພັນວິລະຊົນ  ຢູ່ສວນສາທາລະນະຫົວພັນ-ແທັງຮວ່າ ຕິດກັບໜ່ວຍແກ້ວຫລັກເມືອງ ເທສະບານ ເມືອງຊຳເໜືອ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາທ່ານການນຳຂັ້ນສູນກາງ, ການນຳແຂວງ, ການນຳ 10 ເມືອງ, ພະນັກງານອາວຸດໂສບຳນານປະຕິວັດ, ພະນັກ ງານລັດຖະກອນ, ກຳລັງປ້ອງກັນຊາດ-ປ້ອງຄວາມສະຫງົບ, ມີອຳນາດການປົກຄອງທ້ອງຖິ່ນ ແລະ ຜູ້ຕາງໜ້າປະຊາຊົນບັນດາເຜົ່າອ້ອມຂ້າງເທສະບານແຂວງ ເຂົ້າຮ່ວມ.

May be an image of 7 people, people standing and outdoors
ໃນພິທີ, ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງຫົວພັນ ໄດ້ໃຫ້ຮູ້ເຖິງຄວາມໝາຍຄວາມສຳຄັນຂອງຫລຽນຈຳລອງດັ່ງກ່າວວ່າ: ການເປີດຫລຽນຈຳລອງຫົວພັນວິລະຊົນ ເພື່ອເປັນການຈາລຶກບຸນຄຸນ, ຄຸນງາມ ຄວາມດີຂອງບັນດາບັນພະບຸລຸດວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນແຫ່ງຊາດ ພະນັກງານອາວຸໂສປະຕິວັດ ແລະ ປະຊາຊົນລາວບັນ ດາເຜົ່າ ແຂວງຫົວພັນທີ່ໄດ້ອຸທິດຊີວິດ, ເລືອດເນື້ອກໍຄືລູກຫລານອັນແສນຮັກຂອງຕົນ ເຂົ້າໃນການຕໍ່ສູ້ຕ້ານການກົດຂີ່ຂູດຮີດ ແລະ ຂອງພວກຈັກກະພັດຕ່າງດ້າວທັງແບບເກົ່າ ແລະ ໃໝ່ເພື່ອກອບກູ້ເອົາສິດເປັນເຈົ້າປະເທດຊາດ ຜືນແຜນດິນອັນຄົບຖ້ວມຄືນມາໄດ້ຢ່າງສົມບູນໃນແຕ່ລະໄລຍະ ໄວ້ໃຫ້ສະມາ ຊິກພັກ, ພະນັກງານ, ນັກຮຽນຮູ້, ນັກສຶກສາ ແລະ ປະຊາຊົນບັນດາເຜົ່າຊາວ ແຂວງຫົວພັນ ຜູ້ເກີດໃໝ່ໃຫຍ່ລຸນໄດ້ສຶກສາຮ່ຳຮຽນເອົາມູນເຊື້ອ ທີ່ບັນດາບັນພະບູລຸດວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນແຫ່ງຊາດ, ພະນັກງານອາວຸໂສປະຕິວັດ ແລະ ປະຊາຊົນລາວບັນດາເຜົ່າ ແຂວງຫົວພັນ ໄດ້ສ້າງໄວ້ນັ້ນ ປະກອບເຂົ້າໃນການຝຶກຝົນຫລໍ່ຫລອມຕົນເອງໃຫ້ກາຍເປັນ ພະນັກງານທີ່ສືບຖອດທີ່ດີເດັ່ນ ສາມາດແບກຫາບພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມແນວທາງປ່ຽນແປງໃໝ່ຢ່າງ ຮອບດ້ານທີ່ມີຫລັກການຂອງພັກ ນໍາພາປະເທດຊາດກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ ທີ່ພັກໄດ້ກຳນົດໄວ້.

May be an image of one or more people, people standing and outdoors
ທ່ານ ອານົງລັກ ແສງສຸລິຍາ ເຈົ້າເມືອງຊຳເໜືອ, ທັງເປັນປະທານອົງການພັດທະນາ ແລະ ບໍລິ ຫານຕົວເມືອງຊຳເໜືອ ໃນນາມເຈົ້າຂອງໂຄງການກໍ່ສ້າງຫລຽນຈຳລອງຫົວພັນວິລະຊົນ ໄດ້ໃຫ້ຮູ້ວ່າ: ໂຄງການດັ່ງກ່າວ ມີຄວາມໝາຍຄວາມສຳຄັນຕໍ່ແຂວງຫົວພັນ ເຊິ່ງຕິດພັນກັບປະຫວັດສາດ, ຮີດຄອງປະເພນີ, ວິຖີການດຳລົງຊີວິດ, ການຕໍ່ສູ້ປົດປ່ອຍປະເທດຊາດ, ການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງຫົວພັນ ມີທີ່ຕັ້ງຢູ່ສວນສາທາລະນະມິດຕະພາບຫົວພັນ-ແທັງຮວ່າ ຕິດກັບບໍລິເວນ ໜ່ວຍແກ້ວຫລັກເມືອງ.

May be an image of 1 person, standing and outdoors

ຫຼຽນຫົວພັນວິລະຊົນໄດ້ເລີ່ມລົງມືກໍ່ສ້າງມາແຕ່ທ້າຍເດືອນມັງກອນ 2022 ແລະ ສຳເລັດໃນທ້າຍເດືອນກັນຍາ 2022, ມີໄລຍະກໍ່ສ້າງ 9 ເດືອນ, ໂຄງການປະກອບດ້ວຍ: ກໍ່ສ້າງເສົາຮອງຮັບຮູບຈຳລອງຫລຽນວິລະຊົນ ເປັນຮູບ 10 ຫລ່ຽມ ແລະ ຕົບແຕ່ງດ້ວຍລວດລາຍເອກະລັກຕ່າງໆ, ຕີນເສົາມີເສັ້ນຜ່າກາງ 8 ແມັດ, ປາຍເສົາມີເສັ້ນຜ່າກາງ 1,33 ແມັດ, ແທ່ນເສົາມີລວງສູງ 7,20 ແມັດ, ລວມມີ 7 ຂັ້ນ ແຕ່ລະຂັ້ນມີຄວາມໝາຍແຕກຕ່າງກັນ.

May be an image of 1 person and standing

ສະເພາະໜ່ວຍຫລຽນຈຳລອງ ຫົວພັນວິລະຊົນ ມີຂະໜາດ ແລະ ຄວາມໜາ 15 ຊັງຕີແມັດ, ກວ້າງ 1,33 ແມັດ, ສູງ 1,88 ແມັດ, ຜະລິດດ້ວຍທອງເຫລືອງ ມີ 2 ໜ້າ, ລວມມູນຄ່າກໍ່ສ້າງທັງໝົດ 569 ລ້ານກວ່າກີບ.

May be an image of 6 people and outdoors
ໃນພິທີຄັ້ງນີ້, ທ່ານ ພຸດພັນ ແກ້ວວົງໄຊ ຮອງເຈົ້າແຂວງຫົວພັນ ກໍໄດ້ເລົ່າຄືນມູນເຊື້ອຫົວພັນວິລະຊົນ ເຊິ່ງໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາຂອງແຂວງຫົວພັນໂດຍຫຍໍ້, ສະພາບການກົດຂີ່ຂູດຮີດຂອງຈັກກະພັດຕ່າງດ້າວ ແລະ ການລຸກຮື້ຂື້ນຕໍ່ສູ້ຕ້ານການກົດຂີ່ຂູດຮີດຂອງປະຊາຊົນບັນດາ ເຜົ່າຢູ່ແຂວງຫົວພັນນັບແຕ່ປີ 1890 ເປັນຕົ້ນມາ ໃນນັ້ນ ລົງເລິກເຖິງຜົນງານຂອງກອງທັບ ແລະ ປະຊາຊົນບັນດາເຜົ່າແຂວງຫົວພັນ ທີ່ຍາດມາໄດ້ ເປັນຕົ້ນ ສາມາດເປີດບັ້ນຮົບນ້ອຍໃຫຍ່ການເສຍສະຫຼະເລືອດເນື້ອເພື່ອຜືນແຜ່ນດິນຈົນສາມາດຍາດໄດ້ໄຊຊະນະ ພ້ອມຜືນແຜ່ນດິນອັນຄົບຖ້ວນກັບຄືນມາ.

May be an image of 7 people and people standing
ຈາກຜົນງານດັ່ງກ່າວນັ້ນ, ໃນກອງປະຊຸມນັກຮົບແຂ່ງຂັນ ແລະ ວິລະຊົນແຫ່ງຊາດທົ່ວປະເທດ ຄັ້ງທີ 2 ແຂວງຫົວພັນ ໄດ້ຮັບນາມມະຍົດເປັນແຂວງວິລະຊົນແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານປະທານປະເທດ ແຫ່ງ ສປປ ລາວ ສະບັບເລກທີ 17/ປທປທ ລົງວັນທີ 5 ເມສາ 1979 ເພື່ອຈາລຶກຄຸນງາມຄວາມດີອັນດີເດັ່ນ ເປັນຕົວແທນໃຫ້ບັນດາກົມກອງ ແລະ ບຸກຄົນທີ່ໄດ້ອຸທິດໃຫ້ແກ່ປະເທດຊາດ ແລະ ການປະຕິວັດສູນກາງ.

May be an image of 9 people, people standing and outdoors
ຂ່າວ-ພາບ: ໄອແກ້ວ