2 ອ້າຍນ້ອງ ວິໄລກຸນ ຍິງຖະຫຼົ່ມຖະລາຍກ່ອນພາທີມ ຄວ້າແຊັມທີ່ໄທ ຫຼັງຖືກທີມຈາກໄທຢືມຕົວ

95

ເປັນອີກໜຶ່ງເຫດການທີ່ໜ້າຍິນດີ ແລະ ສົນໃຈທີ່ສຸດສໍາລັບ 2 ອ້າຍນ້ອງກໍຄື ທ້າວ ເອກະລາດ ວິໄລກຸນ ( ໄທເກີ ) ຜູ້ເປັນອ້າຍ ແລະ ທ້າວ ອານຸສັກ ວິໄລກຸນ ( ບຽວເກດ ) ຜູ້ເປັນນ້ອງ ທີ່ໄດ້ໄປຫຼິ້ນໃຫ້ກັບສະໂມສອນເຍົາວະຊົນຈາກໄທ ສາມາດພາທີມກວາດແຊັມລາຍການ Thailand international youth cup 2022 ລະຫວ່າງວັນທີ 3-4 ທັນວາ 2022 ທີ່ສະໜາມໃນ rugby school thailand Bangkok ປະເທດໄທ ໄດ້ທັງສອງຄົນ.

ລາຍການດັ່ງກ່າວມີສະໂມສອນ 100 ກວ່າທີມເຂົ້າຮ່ວມໃນການຊີງໄຊແຕ່ ຢູ 7-13 ປີ ໂດຍທີມສ່ວນໃຫຍ່ມາຈາກ ໄທ ເຈົ້າພາບ, ສິງກະໂປ, ມາເລເຊຍ, ໂມໂດວາ, ເກົາຫຼີ ແລະ ສປປ ລາວ ໂດຍໃນແຕ່ລະຮຸ່ນແມ່ນມີ 12 ທີມແບ່ງອອກເປັນ 2 ສາຍໆລະ 6 ສະໂມສອນ ເພື່ອຄັດເຂົ້າຮອບ 8 ທີມ, ຮອບ 4 ທີມ ແລະ ຮອງຊີງຊະນະເລີດ ຕາມລໍາດັບ.

ຂະນະທີ່ 2 ນັກເຕະເຍົາວະຊົນລາວ ແມ່ນຖືກດຶງຕົວໄປຫຼິ້ນໃຫ້ກັບສະໂມສອນຈາກໄທ ແລະ ກໍສ້າງຜົນງານຢ່າງໂດດເດັ່ນຄື:
ໄທເກີ ຫລື ເອກະລາດ ວິໄລກຸນ ຜູ້ເປັນອ້າຍຍິງໄປ 14 ປະຕູ (ແຮັດທຣິກໄດ້ 3 ນັດ ) ພາ Futboys ສະໂມສອນດັງໃນໄທ ຄວ້າແຊ້ມຮຸ່ນອາຍຸບໍ່ເກີນ 10 ຄວ້າແຊັມ ໂດຍ ໄທເກີ ຖືກດຶງຈາກສະໂມສອນ W.I.G NAGA ສະໂມສອນຈາກລາວ ໄປຫຼິ້ນໃຫ້ກັບທີມດັ່ງກ່າວ.

ສ່ວນ ນ້ອງບຽວເກດ ຫຼື ອານຸສັກ ວິໄລກຸນ ຜູ້ເປັນນ້ອງຊາຍ ຍິງໄປ 26 ປະຕູ ( ເຮັດແຮັກທຣິກເກືອບທຸກນັດ ) ພາ SoutherBoy – W.I.G ( ປະສົມປະສານລະຫວ່າງ Fuyboys ທີມໄທ ກັບ W.I.G naga ທີມລາວ ) ຊະນະລວດແຕ່ຮອບຄັດເລືອກຈົນຮອດນັດຊີງ ຄວ້າແຊ້ມຮຸ່ນອາຍຸບໍ່ເກີນ 7 ປີໄປຄອງ.

ສໍາລັບ ໄທເກີ ປັດຈຸບັນອາຍຸພຽງ 10 ປີຢູ່ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ກ່ອນໜ້ານີ້ສ້າງຜົນງານຢ່າງໂດດເດັ່ນພາ W.I.G NAGA ໃນຮຸ່ນອາຍຸບໍ່ເກີນ 10 ຄວ້າອັນດັບ 3 ໃນລາຍການແຊ້ມຊົນແຊ້ມ ລາຍການໃຫຍ່ທີ່ປະເທດໄທ ໃນເດືອນຕຸລາທີ່ຜ່ານມາ ແລະ ພາ Fuyboys ທີມຈາກໄທຄວ້າອັນດັບ 2 ໃນລາຍການທີ່ໄທ ເມື່ອເດືອນພະຈິກ ທີ່ຜ່ານມາ.

ສ່ວນ ບຽວເກດ ຜູ້ເປັນນ້ອງຊາຍ ອາຍຸພຽງ 7 ປີຜົນງານທີ່ຜ່ານມາເຄີຍພາ ມາສດ້າ ຈີບີ ເອັຟຊີ ສະໂມສອນເຍົາວະຊົນລາວ ຄວ້າແຊັມລາຍການ LaLiga Youth Tournament ທີ່ມາເລເຊຍ ໃນເດືອນກໍລະກົດ 2022 ພ້ອມກັບລາງວັນດາວຍິງສູງສຸດ ແລະ ກ່ອນໜ້ານີ້ກໍພາທີມຄວ້າແຊັມລາຍການແຊັມຊົນແຊັມ ໃນຮຸ່ນອາຍຸບໍ່ເກີນ 8 ປີທີ່ປະເທດໄທ ພ້ອມກັບລາງວັນດາວຍິງສູງສຸດ ແລະ ລາງວັນນັກເຕະດີເດັ່ນ ເມື່ອເດືອນຕຸລາ ທີ່ຜ່ານມາ.

ນອກນັ້ນ, ໃນລາຍການດັ່ງກ່າວກໍຍັງມີທີມເຍົາວະຊົນ W.I.G NAGA ເຂົ້າຮ່ວມແຂ່ງຂັນ ແລະ ສ້າງຜົນງານໄດ້ຢ່າງໂດດເດັ່ນ ແລະ ເກີນຄາດໝາຍສາມາດຄວ້າແຊັມໃນຮຸ່ນອາຍຸບໍ່ເກີນ 8 ປີ ແລະ ຄວ້າຮອງແຊັມໃນຮຸ່ນອາຍຸບໍ່ເກີນ 11.
ຂ່າວ-ຮູບ: Larh Creators