ບໍລິຄຳໄຊ ສຸມໃສ່ການຜະລິດເພື່ອຄ້ຳປະກັນດ້ານສະບຽງອາຫານໃຫ້ພຽງພໍ ແລະ ທົດແທນການນຳເຂົ້າ

70

ບໍລິຄຳໄຊ ສາມາດຜະລິດເຂົ້າໄດ້ພຽງພໍກັບຄວາມຮຽກຮ້ອງຕ້ອງການ ຕໍ່ການບໍລິໂພກຂອງປະຊາຊົນພາຍໃນແຂວງ, ທ່ານ ດາລາພອນ ພົນສະຫັວດດີ ຮອງຫົວໜ້າພະແນກກະສິກໍາ ແລະ ປາໄມ້ ແຂວງບໍລິຄຳໄຊ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນແຂວງ ໃນວັນທີ 6 ທັນວາ 2022.

ການຜະລິດລະດູຝົນ ປະຈຳປີ 2022 ສາມາດຜະລິດເຂົ້ານາປີໄດ້ 36.902 ເຮັກຕາ ເທົ່າກັບ 99,25% ຂອງແຜນການ, ທຽບໃສ່ປີຜ່ານມາລຸດ 206 ເຮັກຕາ ຍ້ອນເສຍຫາຍຈາກໄພນໍ້າຖ້ວມ 24 ເຮັກຕາ, ເກັບກ່ຽວໄດ້ແລ້ວ 100 % ຄາດຄະເນຜົນຜະລິດ 134.688 ໂຕນ, ເຂົ້າໄຮ່ ໄດ້ 1.782 ເຮັກຕາ ເທົ່າກັບ 118,41 % ຂອງແຜນການ, ສໍາເລັດການເກັບກ່ຽວໄດ້ແລ້ວ 100 % ຜົນຜະລິດ 3.188 ໂຕນ, ພ້ອມນັ້ນ ການຜະລິດພືດລະດູຝົນ ປະຕິບັດໄດ້ແລ້ວ 26.086 ເຮັກຕາ ເທົ່າ ກັບ 152,55 % ຂອງແຜນການ, ຄາດຄະເນ ຜົນຜະລິດ 431.791 ໂຕນ, ເດັ່ນກວ່າໝູ່ແມ່ນການປູກມັນຕົ້ນ 22.181 ເຮັກຕາ, ຄາດຄະເນຜົນຜະລິດ ມັນຕົ້ນດິບ 398.562 ໂຕນ.

ສຳລັບການຜະລິດລະດູແລ້ງ ສົກປີ 2022 – 2023 ທ່ານຮອງຫົວໜ້າພະແນກ ກ່າວຕື່ມວ່າ ໄດ້ແຕ່ງຕັ້ງພະນັກງານວິຊາການຂັ້ນແຂວງ ແລະ ເມືອງ ປຸກລະດົມ, ຕິດຕາມ, ກວດກາຂະບວນການຜະລິດລະດູແລ້ງຂອງປະຊາຊົນ, ນຳພາປະຊາຊົນ ກະກຽມປັດໄຈການຜະລິດ ເຊັ່ນ: ກະກຽມແນວພັນເຂົ້າ, ແນວພັນພືດ, ຝຸ່ນປຸຍ, ອະນາໄມຄອງເໝືອງ, ສ້ອມແປງຈັກສູບນໍ້າ ບ່ອນທີ່ມີເງື່ອນໄຂ ແລະ ຈຳເປັນ. ແຜນຜະລິດເຂົ້ານາແຊງ 1.891 ເຮັກຕາ ຜະລິດຕະພາບ 4,81 ໂຕນ/ເຮັກຕາ, ຜົນຜະລິດ 9.098 ໂຕນ, ປັດຈຸບັນ ຕົກກ້າໄດ້ແລ້ວ 16,26%, ກຽມດິນໄດ້ 13,31%, ປັກດຳໄດ້ແລ້ວ 5 ເຮັກຕາ ເທົ່າກັບ 0,26% ທຽບໃສ່ເນື້ອທີ່ແຜນການ, ແຜນຜະລິດພືດລະດູແລ້ງ 11.536 ເຮັກຕາ, ຜົນຜະລິດ 91.475 ໂຕນ, ປະຕິບັດໄດ້ແລ້ວ 927 ເຮັກຕາ, ເທົ່າກັບ 8,04 % ທຽບໃສ່ແຜນການ.

ນອກນັ້ນ ຍັງສຸມໃສ່ຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ, ສຸມໃສ່ການຜະລິດພືດຜັກໃນເຮືອນຮົ່ມ ເພື່ອບໍລິໂພກພາຍໃນທົດແທນການນໍາເຂົ້າ ໃນ 7 ເມືອງ ມີຈຳນວນ 49 ເຮືອນຮົ່ມ, ມີ 286 ຄອບຄົວ, ມີເນື້ອທີ່ 5,76 ເຮັກຕາ, ສຸມໃສໃຫ້ ຜະລິດກະສິກຳສະອາດໃນ 2 ມາດຕະຖານ ຄື: ມາດຕະຖານກະສິກຳອິນຊີ ແລະ ມາດຕະຖານ ສຸມໃສ່ການປູກພືດເພື່ອສະໜອງໃຫ້ໂຮງງານພາຍໃນແຂວງ, ປູກໄມ້ໃຫ້ໝາກ ເພື່ອບໍລິໂພກພາຍໃນ ທົດແທນການນໍາເຂົ້າ ແລະ ສົ່ງອອກ, ສຸມໃສ່ພືດທີ່ມີທ່າແຮງຂອງແຂວງຕິດພັນກັບຕະຫຼາດສົ່ງອອກ ທີ່ໄດ້ເປີດຕະຫຼາດກັບບັນດາປະເທດອອ້ມຂ້າງ.

ຂ່າວ: ແຂວງບໍລິຄຳໄຊ