ຊຽງຂວາງເກມ ໃນພິທີເປີດງານຢ່າງເປັນທາງການໃກ້ຈະເຖິງແລ້ວ ຫຼາຍຄົນກຳລັງຄິດວ່າຈະເດີນທາງໄປທາງໃດດີ ບອກເລີຍວ່າ ຕອນນີ້ທາງລາວສະກາຍເວໄດ້ເພີ່ມຖ້ຽວບິນພິເສດໄວ້ດັ່ງນີ້
ເພີ່ມຖ້ຽວບິນວຽງຈັນ – ຊຽງຂວາງ – ວຽງຈັນເພີ່ມຕອນເຊົ້າ: ວັນຈັນ, ວັນພຸດ ແລະ ວັນເສົາ ວຽງຈັນ – ຊຽງຂວາງ ເວລາ: 10:00 – 10:30 ໂມງ ແລະຖ້ຽວຊຽງຂວາງ – ວຽງຈັນ ເວລາ: 11:00 – 11:30 ໂມງ
ສ່ວນຖ້ຽວບິນຕອນແລງແມ່ນບິນທຸກມື້ວຽງຈັນ – ຊຽງຂວາງ ເວລາ: 15:20 – 15:50 ໂມງ ແລະຊຽງຂວາງ – ວຽງຈັນ ເວລາ: 16:20 – 16:50 ໂມງ.
ນີ້ເປັນໜຶ່ງທາງເລືອກຂອງການເດີນທາງໄປຊຽງຂວາງ ນອກຈາກນີ້ກໍ່ສາມາດໄປດ້ວຍລົດເມ ມີທັງລົດຕຽງນອນ, ດ່ວນພິເສດ, ລົດທຳມະດາໃນລາຄາທີ່ແຕກຕ່າງກັນ ຕາມເງື່ອນໄຂທາງເສດຖະກິດຂອງແຕ່ລະທ່ານ.
ທີ່ສຳຄັນຖ້າໄປຮອດຊຽງຂວາງແລ້ວຢ່າລືມຫາໂອກາດໄປຂຶ້ນພູຫົວໂລ້ນສ່ອງຄວາມສວຍງາມຂອງທົ່ງຫຍ້າພູພຽງເມືອງພວນ ໄປນອນຢູ່ກ້ອງຮົ່ມແປກຟັງສຽງໃບໄມ້ແປກຈັກຄາວກ່ອນເດີນທາງກັບ ເພາະນັ້ນເປັນສິ່ງພິເສດໆທຳມະຊາດຈະຊ່ວຍໃຫ້ທຸກຄົນສົດຊື່ນໄດ້.