ລາຄານ້ຳມັນໃນຕະຫຼາດອາຊີປັບຂຶ້ນເລັກໜ້ອຍ

34

ສຳນັກຂ່າວຕ່າງປະເທດລາຍງານວ່າ ລາຄານ້ຳມັນໃນຕະຫຼາດອາຊີປັບຂຶ້ນເລັກໜ້ອຍໃນວັນທີ 5 ທັນວາ 2022 ຫຼັງຈາກທີ່ກຸ່ມ G7, ສະຫະພາບເອີຣົບ ແລະ ອົດສະຕຣາລີ ປະກາດກຳນົດເພດານລາຄານ້ຳມັນຂອງຣັດເຊຍ ບໍ່ໃຫ້ເກີນ 60 ໂດລາສະຫະລັດຕໍ່ບາເຣວ ໂດຍມີຜົນນັບແຕ່ວັນທີ 5 ທັນວາ 2022 ເປັນຕົ້ນໄປ.

May be an image of text that says 'OIL OIL OIL OIL'

ແນວໃດກໍຕາມ, ນັກວິເຄາະຄາດການວ່າ: ການປັບຂຶ້ນຂອງລາຄານ້ຳມັນ ອາດເປັນເພາະ ຈີນ ໄດ້ປະກາດຜ່ອນຜັນມາດຕະການຄວບຄຸມໂຄວິດ – 19 ເມື່ອທ້າຍອາທິດຜ່ານມາ ເນື່ອງຈາກ ຈີນ ເປັນຜູ້ບໍລິໂພກນ້ຳມັນລາຍໃຫຍ່ທີ່ສຸດຂອງໂລກ ຈະກັບມາເປີດປະເທດໃນໄວໆນີ້ ເຊິ່ງຈະເຮັດໃຫ້ທ່າອ່ຽງລາຄານ້ຳມັນເພີ່ມຂຶ້ນ.

May be an image of text