ລາວ – ສ.ເກົາຫຼີ ເປີດເວທີການຮ່ວມມືດ້ານການເຕີບໂຕສີຂຽວ

92

ເພື່ອເລີ່ມການຮ່ວມມືສອງຝ່າຍໃນຂົງເຂດ ການຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ (GHG) ໂດຍການແລກປ່ຽນນະໂຍບາຍ ແລະ ຍຸດທະສາດແຫ່ງຊາດ ແລະ ຍັງລວມທັງການຮ່ວມມືພັດທະນາໂຄງການການເຕີບໂຕສີຂຽວໃນລະດັບ ລັດຖະບານກັບລັດຖະບານ ແລະ ທຸລະກິດກັບທຸລະກິດ.

ກະຊວງແຜນການ ແລະ ການລົງທຶນ (ຜທ) ສປປລາວ ຮ່ວມກັບ ກະຊວງການຄ້າ, ອຸດສາຫະກຳ ແລະ ພະລັງງານ ແຫ່ງ ສ.ເກົາຫຼີ ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການສົ່ງເສີມການຄ້າ-ການລົງທຶນ ສ.ເກົາຫຼີ (KOTRA) ໄດ້ຈັດກອງປະຊຸມ ຮ່ວມມືດ້ານການເຕີບໂຕສີຂຽວຂອງ ສ.ເກົາຫຼີ-ລາວ 2022 ຂຶ້ນໃນວັນທີ 1 ທັນວາ 2022 ທີ່ ໂຮງແຮມຄຣາວພຣາຊາ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງ ຜທ, ທ່ານ ຄິມ ໂດ ຮັນ (Mr. kim Do Hun), ຜູ້ອຳນວຍການ ທີມງານຫຼຸດຜ່ອນທາດອາຍເຮືອນແກ້ວ ປະຈຳກະຊວງການຄ້າ, ອຸດສາຫະກຳ ແລະ ພະລັງງານ ແຫ່ງ ສ.ເກົາຫຼີ, ທ່ານ ຄິມ ພີລ ຊອງ (Mr. Kim Pil Seong), ຜູ້ອໍານວຍການອົງການ KOTRA Vientiane ມີຕ່າງນ້າຈາກພາກລັດ – ທຸລະກິດທັງ ສອງປະເທດເຂົ້າຮ່ວມ.

ທ່ານ ຄິມ ໂດ ຮັນ (Mr. kim Do Hun), ຜູ້ອຳນວຍການ ທີມງານຫຼຸດຜ່ອນທາດອາຍເຮືອນແກ້ວ ປະຈຳກະຊວງການຄ້າ, ອຸດສາຫະກຳ ແລະ ພະລັງງານ ແຫ່ງ ສ.ເກົາຫຼີ; ທ່ານ ຄິມ ຈອງ ວອນ (Mr. Kim Jong Won), ຫົວໜ້າກົມເຕີບໂຕສີຂຽວ ຂອງອົງການ KOTRA, ພະນັກງານຈາກຂະແໜງການທີ່ກ່ຽວຂ້ອງ ລວມທັງ ຜູ້ຕາງໜ້າຈາກ 8 ບໍລິສັດເອກະຊົນຂອງ ສ.ເກົາຫຼີ ໄດ້ເດີນທາງໄປຮ່ວມງານຮ່ວມມືການເຕີບໂຕສີຂຽວ 2022 ທີ່ແຂວງຮ່າໂນ້ຍ, ຫວຽດນາມ ໃນວັນທີ 29 ພະຈິກ 2022 ທີ່ຜ່ານມາ ແລະ ເຂົ້າຮ່ວມງານໃນຫົວຂໍ້ດຽວກັນ ທີ່ຈັດຂຶ້ນທີ່ນະຄອນຫຼວງວຽງຈັນໃນວັນທີ 1 ທັນວາ 2022.

ທ່ານ ນາງ ພອນວັນ ອຸທະວົງ ໄດ້ກ່າວວ່າ: ລັດຖະບານລາວຕັ້ງເປົ້າໃຫ້ ສປປລາວ ບັນລຸການຫຼຸດຜ່ອນກາກບອນພາຍໃນປີ 2050. ເພື່ອໃຫ້ບັນລຸແຜນທີ່ຕັ້ງໄວ້, ພວກເຮົາວ່າຈະຂະຫຍາຍການຮ່ວມມືກັບບັນດາບໍລິສັດຈາກ ສ.ເກົາຫຼີຕື່ມອີກ.
ທ່ານ ອຸລາ ສົມຈັນມະວົງ, ຮອງຫົວໜ້າກົມແຜນການ, ກະຊວງ ຜທ ໄດ້ບັນຍາຍກ່ຽວກັບຍຸດທະສາດການເຕີບໂຕສີຂຽວແຫ່ງ ສປປ ລາວ ປີ2030 ກັບຕົວແທນລັດຖະບານ ແລະ ບໍລິສັດເອກະຊົນ ຈາກສ.ເກົາຫຼີ.

ພ້ອມນີ້, ທ່ານ ຈັນໂທ ມີລັດຕະນະເພັງ ຫົວໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ແຫ່ງ ສປປ ລາວ, ທ່ານ ທຸມທອນ ວົງວິສຸກ ຫົວໜ້າພະແນກ REDD+, ກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້, ທ່ານນາງ ສຸພານີ ເຮືອງແກ້ວ ຮອງຫົວໜ້າພະແນກຂົນສົ່ງຜູ້ໂດຍສານທາງບົກ ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ຜູ້ອື່ນໆ ໄດ້ຜັດປ່ຽນກັນຂຶ້ນນໍາສະເໜີ ແຜນນະໂຍບາຍຕ່າງໆຂອງລັດຖະບານລາວຕໍ່ການປ່ຽນແປງດິນຟ້າອາກາດ, ລວມທັງໂຄງການພະລັງງານທົດແທນ ແລະ ໂຄງການຂົນສົ່ງທັນສະໄໝ ເພື່ອບັນລຸຄວາມເປັນກາງຂອງກາກບອນ.
ໃນຂະນະທີ່ ທ່ານ ຄິມ ໂດ ຮັນ ໄດ້ນຳສະເໜີ ວາລະ ແລະ ນະໂຍບາຍແຫ່ງຊາດ ສ.ເກົາຫຼີ ກ່ຽວກັບການເປັນກາງທາງກາກບອນ. ທ່ານໄດ້ກ່າວວ່າ: ສປປ ລາວ ເປັນໜຶ່ງໃນ 18 ປະເທດເປົ້າໝາຍທີ່ໄດ້ລົງນາມໃນສັນຍາຂອບການຮ່ວມມືດ້ານການປ່ຽນແປງດິນຟ້າອາກາດກັບ ສ. ເກົາຫຼີ ເຊິ່ງປັດຈຸບັນ ຫວຽດນາມ ແລະ ຟີລິບປິນ ໄດ້ລົງນາມໃນສັນຍາຂອບການຮ່ວມມືດ້ານການປ່ຽນແປງດິນຟ້າອາກາດເປັນທີ່ຮຽບຮ້ອຍ.

ທ່ານ ຄິມ ຈົງ ວອນ ຈາກອົງການ KOTRA ແລະ ທ່ານ ຊອຍ ຊັອກ-ໃຈ (Choi Seok-jai), ຜູ້ຈັດການສູນ CDM Certificate ຂອງອົງການພະລັງງານ ສ.ເກົາຫຼີ ໄດ້ເວົ້າເຖິງແຜນການໃນອະນາຄົດທີ່ຈະສະໜັບສະໜູນ ບັນດາໂຄງການ ການລົງທຶນເພື່ອການເຕີບໂຕສີຂຽວລະຫວ່າງປະເທດ ເພື່ອຫຼຸດຜ່ອນການປ່ອຍອາຍກາກໂບນິກສູ່ບັນຍາກາດ.
ທ່ານ Rowan Fraser, ຜູ້ຕາງໜ້າປະຈຳສະຖາບັນ Global Green Growth Laos, ໄດ້ລາຍງານຄວາມຄືບໜ້າ ທ່າອ່ຽງຂອງທຸລະກິດສີຂຽວ ແລະ ຂອງໂຄງການໃນປະຈຸບັນ. ຫຼັງຈາກນັ້ນ, 2 ບໍລິສັດຈາກ ສ.ເກົາຫຼີ ໄດ້ແນະນໍາຮູບແບບທຸລະກິດເພື່ອການຫຼຸດຜ່ອນ​ກາກບອນ, ເຊັ່ນ: ການນຳເອົາແບັດເຕີລີໄຟຟ້າກັບມາໝູນໃຊ້, ແລະ ການປູກຝັງ ແລະ ລ້ຽງສັດທີ່ເປັນມິດຕໍ່ສິ່ງແວດລ້ອມ ຫຼຸດຜ່ອນການປ່ອຍທາດກາກບອນ.
ຫຼັງຈາກເວທີແລກປ່ຽນຄຳຄິດເຫັນສິ້ນສຸດລົງ, ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງ ບໍລິສັດ ທະວີຊັບ ວິສະວະກຳພະລັງງານ ແລະ ທີ່ປຶກສາ ຈຳກັດ ແລະ ບໍລິສັດ ESG Partners ເພື່ອພ້ອມກັນຮ່ວມມື, ປະເມີນ ແລະ ສຳຫຼວດທ່າແຮງການລົງທຶນຮ່ວມກັນ ໃນຂະແໜງການເຕີບໂຕສີຂຽວໃນລາວ.

ຂ່າວໃຫ້ຮູ້ວ່າ: ໃນມື້ດຽວກັນນັ້ນ, ໄດ້ມີກອງປະຊຸມ Green Growth Business Plaza ເຊິ່ງເປັນການປະຊຸມແບບໜຶ່ງຕໍ່ໜຶ່ງລະຫວ່າງບໍລິສັດລາວ ແລະ ສ.ເກົາຫຼີ ຈຳນວນການປະຊຸມທັງໝົດແມ່ນ 46 ການປະຊຸມ. ບໍລິສັດ KEPCO KPS, SK Ecoplant ແລະ ESG Partners ຈາກ ສ.ເກົາຫຼີ ແມ່ນບໍລິສັດ ພັດທະນາໂຄງການພະລັງງານໝູນວຽນ. ບໍລິສັດ Akenol Korea Renewables, BKT, ແລະ Goodbyecar ຊຽວຊານດ້ານການບຳບັດນ້ຳເສຍ ແລະ ການລີໄຊເຄີ້ນພາຫະນະໄຟຟ້າ (EV recycle). ບໍລິສັດ EGIS ແລະ Greengoods ໄດ້ປະຊຸມພົບປະກັບບໍລິສັດຈາກລາວ ເພື່ອຊອກການຮ່ວມມືກັບບັນດາບໍລິສັດຈາກລາວ ເພື່ອທຸລະກິດທີ່ເປັນມິດຕໍ່ສິ່ງແວດລ້ອມ.

ວັນທີ 16 ກັນຍາ 2022 ກະຊວງການຄ້າ, ອຸດສາຫະກຳ ແລະ ພະລັງງານ ແຫ່ງ ສ.ເກົາຫຼີ ໄດ້ປະກາດນະໂຍບາຍໃໝ່ ເພື່ອວຽກງານການຫຼຸດຜ່ອນກາກບອນ ແລະ ສົ່ງເສີມການເຕີບໂຕສີຂຽວສາກົນນຳບັນດາບໍລິສັດເອກະຊົນ. ອົງການ KOTRA ແລະ ອົງການພະລັງງານ ສ.ເກົາຫຼີ ໄດ້ຖືກແຕ່ງຕັ້ງໃຫ້ເປັນຕົວແທນຂອງລັດຖະບານ ເພື່ອຊ່ວຍໃນວຽກງານສະໜັບສະໜູນການດຳເນີນທຸລະກິດສີຂຽວ ໂດຍການສົ່ງເສີມການລົງທຶນລະຫວ່າງປະເທດ ແລະ ໂຄງການຕ່າໆ ໃນທຸລະກິດສີຂຽວ.
ທ່ານ ຄິມ ພີລ ຊອງ (Mr. Kim Pil Seong), ຜູ້ອໍານວຍການອົງການ KOTRA Vientiane ກ່າວວ່າ: ພວກເຮົາຈະລິເລີ່ມໂຄງການແບ່ງປັນຄວາມຮູ້ 2022/2023 ໃນຫົວຂໍ້ ການສ້າງແຜນການຈັດຕັ້ງປະຕິບັດລະບົບການຊື້ຂາຍທາດອາຍກາກບອນຢູ່ ສປປ ລາວ ເພື່ອສຶກສາກົນໄກການຊື້ຂາຍທາດອາຍກາກບອນລະຫວ່າງສອງປະເທດ. ພ້ອມກັນນັ້ນ, ພວກເຮົາຍັງຈະຮ່ວມມືກັບ GGGI ຕື່ມອີກ ເພື່ອຊຸກຍູ້ການຮ່ວມມືດ້ານທຸລະກິດສີຂຽວລະຫວ່າງບັນດາບໍລິສັດລາວ ແລະ ສ.ເກົາຫຼີ ເພື່ອຫລຸດຜ່ອນການປ່ອຍທາດອາຍເຮືອນແກ້ວຢູ່ລາວ.