ຊົມເຊີຍ WIG NAGA ທີມເຍົາວະຊົນລາວ ຄວ້າແຊັມ ຢູ 8 ແລະ ຮອງແຊັມ ຢູ 11 ລາຍການທີ່ໄທ

97

ທັບນັກກີລາບານເຕະເຍົາວະຊົນລາວຢ່າງ WIG NAGA ສ້າງຜົນງານໄດ້ຢ່າງໂດດເດັ່ນ ແລະ ເກີນຄາດໝາຍສາມາດຄວ້າແຊັມໃນຮຸ່ນອາຍຸບໍ່ເກີນ 8 ປີ ແລະ ຄວ້າຮອງແຊັມໃນຮຸ່ນອາຍຸບໍ່ເກີນ 11 ໃນການແຂ່ງຂັນບານເຕະ 7 ຄົນລາຍການ Thailand international youth cup 2022 ລະຫວ່າງວັນທີ 3-4 ທັນວາ 2022 ທີ່ສະໜາມໃນ rugby school thailand Bangkok ປະເທດໄທ.

ກ່ອນໜ້ານີ້ ທ່ານ ຕົ້ນຈັກກິດ ນ້ອຍສົມສີ ໜຶ່ງໃນຄະນະຄູຝຶກຂອງ WIG NAGA ໃຫ້ສໍາພາດກັບທີມງານພວກເຮົາວ່າ: ສໍາລັບ ລາຍການດັ່ງກ່າວພວກເຮົາສົ່ງເຂົ້າຮ່ວມ 2 ຮຸ່ນຄື ຢູ 8 ແລະ 11 ປີ ໂດຍເປົ້າໝາຍຖືວ່າຕັ້ງໄວ້ສູງ ເພາະເດັກນ້ອຍຊຸດນີ້ເກັບໂຕຝຶກຊ້ອມມາດົນ ເຊິ່ງຮຸ່ນອາຍຸບໍ່ເກີນ 8 ປີຫວັງເຖິງແຊັມ, ສ່ວນ ຮຸ່ນອາຍຸບໍ່ເກີນ 11 ປີແມ່ນຫວັງເຂົ້າຮອບ 4 ທີມໃຫ້ໄດ້ ເຖິງວ່າລາຍການນີ້ຈະເປັນລາຍການໃຫຍ່ມີສະໂມສອນຈາກຫຼາຍປະເທດເຂົ້າຮ່ວມ.

ສໍາລັບ ລາຍການດັ່ງກ່າວມີສະໂມສອນ 100 ກວ່າທີມເຂົ້າຮ່ວມໃນການຊີງໄຊແຕ່ ຢູ 7-13 ປີ ໂດຍທີມສ່ວນໃຫຍ່ມາຈາກ ໄທ ເຈົ້າພາບ, ສິງກະໂປ, ມາເລເຊຍ, ໂມໂດວາ, ເກົາຫຼີ ແລະ ສປປ ລາວ ໂດຍໃນແຕ່ລະຮຸ່ນແມ່ນມີ 12 ທີມແບ່ງອອກເປັນ 2 ສາຍໆລະ 6 ສະໂມສອນ ເພື່ອຄັດເຂົ້າຮອບ 8 ທີມ, ຮອບ 4 ທີມ ແລະ ຮອງຊີງຊະນະເລີດ ຕາມລໍາດັບ.

ໂດຍທີມທີ່ໜ້າຈັບຕາເປັນສະໂມສອນ WIG NAGA ສະໂມສອນຈາກລາວເຮົາ ສົ່ງເຂົ້າຮ່ວມ 2 ຮຸ່ນຄື:
+ຮຸ່ນອາຍຸບໍ່ເກີນ 8 ປີສ້າງຜົນງານຢ່າງໂດດເດັ່ນເອົາຊະນະ 5 ນັດລວດໃນຮອບແບ່ງກຸ່ມ ເກັບ 15 ຄະແນນເຕັມຜ່ານເຂົ້າຮອບໃນຖານະອັນດັບ 1 ຂອງສາຍ ກ່ອນທີ່ຮອບ 8 ແລະ ຮອບ 4 ທີມຈະເອົາຊະນະ ຄູ່ແຂ່ງໄປຂາດລອຍຜ່ານເຂົ້າຮອບຊີງຊະນະເລີດໄປພົບກັບດ ສະໂມສອນ ແທັກທີມ ( Tac Team ) ສະໂມສອນເຍົາວະຊົນລະດັບແຖວໜ້າຂອງປະເທດໄທ ປາກົດວ່າ: WIG NAGA ຢູ 8 ສ້າງຜົນງານຢ່າງໂດດເດັ່ນເອົາຊະນະໄປສະບາຍໆ 3-0 ຄວ້າແຊັມໄປຄອງ ພ້ອມຂັນແຊັມ ແລະ ຫຼຽນລາງວັນຢ່າງສົມກຽດ.

+ຮຸຸ່ນອາຍຸບໍ່ເກີນ 11 ປີ: WIG NAGA ກໍບໍ່ໜ້ອຍໜ້າຊະນະ 4 ແລະ ສະເໝີ 1 ນັດໃນຮອບແບ່ງກຸ່ມ ຜ່ານເຂົ້າຮອບ 8 ທີມໃນຖານະອັນດັບ 1 ກ່ອນເອົາຊະນະຄູ່ແຂ່ງໃນຮອບດັ່ງກ່າວ ແລະ ຮອບ 4 ທີມໄດ້ຫວຸດຫວິດ ກ່ອນທີ່ໃນຮອບຊີງຈະເສຍໃຫ້ກັບ OAZ ສະໂມສນຈາກໄທ 0-2 ເຮັດໃຫ້ຄວ້າອັນດັບ 2 ໄປຄອງ.

ຫຼ້າສຸດໃນຕອນທ່ຽງຂອງວັນທີ 5 ທັນວາ 2022 ທັບນັກກີລາ WIG NAGA ໄດ້ເດີນທາງມາຮອດ ສປປ ລາວ ຢ່າງເປັນທາງການທີ່ຂົ້ວມິດຕະພາບລາວ-ໄທ ແຫ່ງທີ 1 ນໍາໂດຍ ປະທານສະໂມສອນ, ຄູຝຶກ, ນັກກີລາ ແລະ ຕະຫຼອດຮອດພໍ່ແມ່ຜູ້ປົກຄອງ ລວມເຖິງສື່ມວນຊົນລາວຫຼາຍສໍານັກ ທີ່ໄດ້ມາລໍຖ້າຕ້ອນຮັບກັນຢ່າງອົບອຸ່ນ ແລະ ກໍໄດ້ມີການແຫ່ແຊັມໄປທີ່ສວນປະຕູໄຊ ແລະ ພະທາດຫຼວງ ເປັນຕົ້ນ.

ຂະນະທີ່ ປະທານສະໂມສອນ WIG NAGA ເປີດເຜີຍພູມໃຈຕໍ່ຜົນງານຄັ້ງນີ້ ແລະ ເກີນຄາດໝາຍທີ່ພວກເຮົາສາມາດເຮັດໄດ້ກໍຄືການຄວ້າແຊັມໃນຮຸ່ນ ຢູ 8 ປີໄດ້ຕາມເປົ້າ ແລະ ຮູ່ນ 11 ປີກໍສ້າງຜົນງານໄດ້ເກີນຄາດດ້ວຍການຄວ້າອັນດັບ 2. ນອກນັ້ນ, ພວກເຮົາຍັງສົ່ງນັກກີລາຈໍານວນໜຶ່ງໄປສົມທົບກັບສະໂມສອນຈາກໄທ ກໍຄື ສົ່ງທ້າວ ອານຸສັກ ວິໄລກຸນ ໄປຊ່ວຍສະໂມສອນ SoutherBoys ກໍສາມາດຍິງໄປ 26 ປະຕູພາທີມຄວ້າແຊັມໃນຮຸ່ນ 7 ປີ ແລະ ສົ່ງທ້າວ ເອກະລາດ ວິໄລກຸນ ສາມາດຍິງໄປ 14 ປະຕູຊ່ວຍສະໂມສອນ Futboys ຄວ້າແຊັມໃນຮຸ່ນ 10 ປີໃນລາຍການດັ່ງກ່າວ. ຢ່າງໃດກໍຕາມ ພວກເຮົາຈະສືບຕໍ່ຝຶກຊ້ອມ ແລະ ພັດທະນາຕົວເອງຕໍ່ໄປ ເພື່ອເຂົ້າຮ່ວມແຂ່ງຂັນໃນລາຍການຕໍ່ໆໄປ.
ຂ່າວ-ຮູບ: Larh Creators