ເດືອນພະຈິກ ບາງໝວດສິນຄ້າ-ບໍລິການ ເພີ່ມຂຶ້ນຫຼາຍກວ່າ 50%, ຍູ້ອັດຕາເງິນເຟີ້ສູງຂຶ້ນລະດັບ 38,5%

182

ອັດຕາເງິນເຟີ້ເດືອນພະຈິກ 2022 ຍັງມີທ່າອ່ຽງເພີ່ມຂຶ້ນຢູ່ໃນລະດັບ 38,5% ທຽບໃສ່ເດືອນດຽວກັນຂອງປີຜ່ານມາ, ສາເຫດມາຈາກການອ່ອນຄ່າຂອງເງິນກີບທຽບກັບເງິນຕາຕ່າງປະເທດ ກະທົບໃສ່ສິນຄ້າ ໂດຍສະເພາະແມ່ນສີນຄ້ານໍາເຂົ້າທີ່ຍັງເໜັງຕີງສູງ ແລະ ລາຄານ້ຳມັນເຊື້ອໄຟຍັງສືບຕໍ່ຜັນຜວນ.

ອັດຕາເງິນເຟີ້ແຕ່ລະໝວດສິນຄ້າ

ສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ລາຍງານວ່າ: ອັດຕາເງິນເຟີ້ລວມ ເດືອນພະຈິກ 2022 ທຽບປີຕໍ່ປີ ຫຼື ທຽບກັບເດືອນດຽວກັນຂອງປີຜ່ານມາ ຍັງມີທ່າອ່ຽງເພີ່ມຂຶ້ນຢູ່ໃນລະດັບ 38,5% (ເດືອນຕຸລາ 2022 ແມ່ນ 36,7%) ເຊິ່ງໝວດທີ່ມີອັດຕາເງິນເຟີ້ເພີ່ມຂຶ້ນສູງກວ່າໝູ່ແມ່ນໝວດຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນ 55,4%, ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ແມ່ນເຫຼົ້າ ເພີ່ມຂຶ້ນ 42,3%, ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 42%, ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 30,97% ແລະ ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 30,41%.

ຮູບປະກອບ ການຊື້-ຂາຍ ຈາກຕະຫຼາດລາວ

ປັດໄຈ ແລະ ສາຍເຫດຕົ້ນຕໍ ຂອງການເພີ່ມຂຶ້ນອັດຕາເງິນເຟີ້ເດືອນ ພະຈິກ 2022 ແມ່ນການອ່ອນຄ່າຂອງເງິນກີບທຽບກັບເງິນຕາຕ່າງປະເທດເຊັ່ນ: ເງິນໂດລາ, ບາດ, ຢວນ ແລະ ອື່ນໆ ຍັງສືບຕໍ່ກະທົບໃສ່ສິນຄ້າ ໂດຍສະເພາະແມ່ນສີນຄ້ານໍາເຂົ້າທີ່ຍັງເໜັງຕີງສູງ ທຽບກັບໄລຍະດຽວກັນປີຜ່ານມາ;ລາຄານ້ຳມັນເຊື້ອໄຟສືບຕໍ່ຜັນຜວນ ແລະ ຍັງສູງຫຼາຍເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເຊິ່ງປັດໄຈດັ່ງກ່າວໄດ້ກະທົບໃສ່ລາຄາອື່ນໆມີຕົ້ນທຶນເພີ່ມຂຶ້ນ; ການເພີ່ມຂຶ້ນຂອງດັດຊະນີລາຄາ, ເງິນເຟີ້ຂອງປະເທດຄູ່ຄ່າ ເຮັດໃຫ້ສິນຄ້ານຳເຂົ້າມີລາຄາສູງຂຶ້ນ.

ຮູບປະກອບ ການຊື້-ຂາຍ ຈາກຕະຫຼາດລາວ

ການປ່ຽນແປງປີຕໍ່ປີ ຫຼື ອັດຕາເງິນເຟີ້ລວມ ຂອງ ສປປ ລາວ ເດືອນພະຈິກ 2022 ທຽບກັບເດືອນດຽວກັນ ຂອງ ປີຜ່ານມາ ເພີ່ມຂຶ້ນ 38,5% ເຊີ່ງມີການເໜັງຕີງຂອງໝວດສິນຄ້າ ແລະ ບໍລິການດັ່ງລຸ່ມນີ້: ໝວດອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 42,7%, ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 22,6%, ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 25,7%, ໝວດໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 24,1%, ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 30,4%, ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 42,0%, ໝວດຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນສູງເຖິງ 55,4%, ໝວດໄປສະນີ ແລະ ໂທລະຄົມມະນາຄົມ ເພີ່ມຂຶ້ນ 12,4%, ໝວດການບັນເທີງ ແລະ ການພັກຜ່ອນ ເພີ່ມຂຶ້ນ 18,5%, ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 31,0% ແລະ ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 25,5%.

ເງິນກີບອອກໃໝ່ ໃບສີບພັນ ແລະ ຊາວພັນກີບ