11 ເດືອນຜ່ານມາ ຈັດເກັບລາຍຮັບໄດ້ທັງໝົດ 28.455 ຕື້ກີບ ເທົ່າກັບ 90,06% ຂອງແຜນການປີ

152

11 ເດືອນຜ່ານມາ ສູ້ຊົນຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ສາມາດປະຕິບັດໄດ້ທັງໝົດ 28.455 ຕື້ກີບ ເທົ່າກັບ 90,06% ຂອງແຜນການປີ ເຊິ່ງລາຍຮັບພາຍໃນ ປະຕິບັດໄດ້ 26.655 ຕື້ກີບ ເທົ່າກັບ 92,03% ຂອງແຜນການປີ.

ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 5 ທັນວາ 2022 ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 11 ເດືອນ ແລະ ຄາດຄະເນໝົດ ປີ 2022 ວ່າ: ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 11 ເດືອນຜ່ານມາ ຈາກມາດຕະການໃນການຄຸ້ມຄອງ, ຕ້ານການຮົ່ວໄຫຼ ແລະ ການຈັດເກັບລາຍຮັບງົບປະມານແຫ່ງລັດ ເຊິ່ງແກ້ໄຂການຮົ່ວໄຫຼ ແລະ ການເກັບລາຍຮັບ ຈາກການນໍາເຂົ້າສິນຄ້າເຄື່ອງຂອງ ໄດ້ເຮັດທົດລອງຄຸ້ມຄອງແບບເອເລັກໂຕຣນິກໃນ 4 ບໍລິສັດຂາເຂົ້າ-ຂາອອກລາຍໃຫຍ່, ແກ້ໄຂການຮົ່ວໄຫຼຈາກການແຈ້ງພາສີ ໂດຍດັດສົມຜູ້ບໍລິການແຈ້ງພາສີ ແລະ ຜູ້ແຈ້ງພາສີທົ່ວໄປ, ແກ້ໄຂການເກັບລາຍຮັບຈາກການນຳເຂົ້ານ້ຳມັນເຊື້ອໄຟ, ສ້າງຖານລາຍຮັບໃໝ່ຈາກການນໍາໃຊ້ທ່າແຮງການຂົນສິນຄ້າຜ່ານທາງລົດໄຟ ລາວ-ຈີນ ເປັນຕົ້ນ ການເກັບຄ່າບໍລິການ ຕູ້ຄອນເທນເນີ, ປັບປຸງຂັ້ນຕອນການແຈ້ງພາສີຂາເຂົ້າ ຈາກ 4 ຂັ້ນຕອນ ມາເປັນ 3 ຂັ້ນຕອນ, ສະກັດກັ້ນການລັກລອບສິນຄ້າໜີພາສີ, ປະຕິບັດການເກັບລາຍຮັບ (ຖານລາຍຮັບໃໝ່) ຈາກການທົດລອງສົ່ງອອກແຮ່ທາດແບບເດັດຖານ, ການເກັບລາຍຮັບຈາກຖານໃໝ່ໃນການຈັດຕັ້ງປະຕິບັດການທົດລອງດຳເນີນທຸລະກິດກ່ຽວກັບຊັບສິນດິຈີຕອນ (ເງິນຄຣິບໂຕ).

ຜ່ານການສູ້ຊົນຈັດຕັ້ງປະຕິບັດງົບປະມານແຫ່ງລັດ 11 ເດືອນ ສາມາດປະຕິບັດໄດ້ທັງໝົດ 28.455 ຕື້ກີບ ເທົ່າກັບ 90,06% ຂອງແຜນການປີ (ບໍ່ລວມເອົາລາຍຮັບ ຈາກການຫຼຸດຜ່ອນອັດຕາອາກອນຊົມໃຊ້ ເພື່ອດັດສົມລາຄານໍ້າມັນ ທີ່ລັດຖະບານໄດ້ຊ່ວຍໜູນທົ່ວສັງຄົມ ຈຳນວນ 2.819 ຕື້ກີບ) ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 26% (ເປັນເງິນເທົ່າກັບ 5.849 ຕື້ກີບ) ຫຼື ເທົ່າກັບ 14,81% ຂອງ GDP ຕາມມະຕິສະພາ, ຖ້າທຽບໃສ່ຕົວເລກ GDP ໃໝ່ ຈະຫຼຸດລົງມາເປັນ 13,40% ຂອງ GDP. ສໍາລັບລາຍຮັບພາຍໃນ ປະຕິບັດໄດ້ 26.655 ຕື້ກີບ ເທົ່າກັບ 92,03% ຂອງແຜນການປີ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 29% (ເປັນເງິນເທົ່າກັບ 5.980 ຕື້ກີບ), ໃນນີ້ ລາຍຮັບພາສີ-ອາກອນ 23.871 ຕື້ກີບ ເທົ່າກັບ 93,41% ຂອງແຜນປີ, ລາຍຮັບທີ່ບໍ່ແມ່ນພາສີ-ອາກອນ 2.784 ຕື້ກີບ ເທົ່າກັບ 81,68% ຂອງແຜນປີ, ລາຍຮັບຊ່ວຍເຫຼືອລ້າ 1.799 ຕື້ກີບ ເທົ່າກັບ 73,12 ຕື້ກີບ ຂອງແຜນການປີ.

ຄາດຄະເນໝົດປີ 2022 ຈະປະຕິບັດລາຍຮັບໃຫ້ໄດ້ 32.447 ຕື້ກີບ ເທົ່າກັບ 102,70% ຫຼື ເທົ່າກັບ 16,88% ຂອງ GDP (ມະຕິສະພາແຫ່ງຊາດ ຮັບຮອງ 16,44% ຂອງ GDP) ໃນນີ້ ລາຍຮັບພາຍໃນ 30.025 ຕື້ກີບ ເທົ່າກັບ 103,76% ຂອງແຜນປີ ເຊິ່ງມີລາຍອຽດດັ່ງນີ້: ລາຍຮັບພາສີ-ອາກອນ 26.323 ຕື້ກີບ ເທົ່າກັບ 103,01% ຂອງແຜນການປີ, ລາຍຮັບບໍ່ແມ່ນພາສີ-ອາກອນ 3.702 ຕື້ກີບເທົ່າກັບ 108,62% ຂອງແຜນການປີ ແລະ ລາຍຮັບຊ່ວຍເຫຼືອລ້າ 2.422 ຕື້ກີບ ເທົ່າກັບ 98,46% ຂອງແຜນປີ. ໃນຂະນະທ້າຍປີ 2022 ຈະສູ້ຊົນຈັດຕັ້ງປະຕິບັດລາຍຮັບໃຫ້ບັນລຸໄດ້ທັງໝົດ 33.574 ຕື້ກີບ ເທົ່າກັບ 106,27% ຂອງແຜນການປີ ເຊິ່ງເຫັນວ່າສາມາດບັນລຸໄດ້ 17,47% ຂອງ GDP (ມະຕິສະພາ ຮັບຮອງ 16,44% ຂອງ GDP, ຖ້າສົມທຽບໃສ່ຕົວເລກ GDP ໃໝ່ ຈະເຮັດໃຫ້ລາຍຮັບຫຼຸດລົງ ມາເປັນ 15,81% ຂອງ GDP).