ຕິດຕາມລາຄານ້ຳມັນ ຫຼັງປະເທດຕາເວັນຕົກ ກຳນົດເພດານລາຄານ້ຳມັນຂອງຣັດເຊຍ

29

ສຳນັກຂ່າວ RIA ລາຍງານວ່າ: ຫຼັງຈາກທີ່ກຸ່ມ ຈີ 7 ແລະ ສະຫະພາບເອີຣົບ ໄດ້ມີມະຕິເປັນເອກະສັນ ກຳນົດເພດານລາຄານ້ຳມັນຂອງຣັດເຊຍ ບໍ່ໃຫ້ເກີນ 60 ໂດລາສະຫະລັດຕໍ່ບາເຣວ, ຫຼ້າສຸດເມື່ອວັນທີ 3 ທັນວາຜ່ານມາ ໂຄສົກປະຈຳທຳນຽບປະທານາທິບໍດີຣັດເຊຍ ອອກມາເປີດເຜີຍວ່າ ຣັດເຊຍ ຈະບໍ່ຍອມຮັບການຈຳກັດເພດານລາຄາດັ່ງກ່າວ ແລະ ກຳລັງຫາທາງ ເພື່ອຕອບໂຕ້ມາດຕະການດັ່ງກ່າວ.

May be an image of outdoors

ທ່ານ ດີມີຕຣີ ເພສຄອຟ ໂຄສົກປະຈຳທຳນຽບປະທານາທິບໍດີຣັດເຊຍ ກ່າວວ່າ: ຣັດເຊຍ ຈະຫາແນວທາງເພື່ອຮັບມືກັບມາດຕະການຂອງກຸ່ມ ຈີ 7 ຕະຫຼອດຮອດສະຫະພາບເອີຣົບ ແລະ ອົດສະຕຣາລີ ທີ່ຮ່ວມກັນກຳນົດເພດານລາຄານ້ຳມັນຂອງຣັດເຊຍ ເຊິ່ງຣັດເຊຍ ອາດຈະບໍ່ສົ່ງນ້ຳມັນດິບໃຫ້ແກ່ບັນດາປະເທດເຫຼົ່ານັ້ນ. ໃນຂະນະທີ່ເອກອັກຄະລັດຖະທູດຣັດເຊຍ ປະຈຳນະຄອນຫຼວງວຽນນາ ຂອງໂອຕຣິດ ກ່າວວ່າ ນັບແຕ່ທ້າຍປີນີ້ເປັນຕົ້ນໄປ ສະຫະພາບເອີຣົບ ຈະບໍ່ມີນ້ຳມັນຈາກຣັດເຊຍໃຫ້ຊົມໃຊ້.

May be an image of 1 person and outdoors

ທັງນີ້, ການກຳນົດເພດານລາຄານ້ຳມັນຣັດເຊຍ ຂອງກຸ່ມ ຈີ 7 ນັ້ນ ຍັງຫ້າມບໍ່ໃຫ້ບໍລິສັດຂົນສົ່ງ ແລະ ບໍລິສັດປະກັນໄພທົ່ວໂລກ ເຮັດທຸລະກຳກັບສິນຄ້າປະເພດນ້ຳມັນດິບຂອງຣັດເຊຍ ຍົກເວັ້ນແຕ່ຈະຂາຍໃນລາຄາຕ່ຳກວ່າ 60 ໂດລາສະຫະລັດຕໍ່ບາເຣວ.