ຈີນ ເລີ່ມຂຸດເຈາະນ້ຳມັນ ແລະ ແກ໊ສ ໃນທະເລໂປ໋ໄຫ່

44

ສຳນັກຂ່າວຊິນຫົວລາຍງານ ເມື່ອວັນທີ 4 ທັນວາຜ່ານມາວ່າ: ໂຄງການ ໂປ໋ຈົງ 19 – 6 ເຊິ່ງເປັນໂຄງການຂຸດເຈາະແຫຼ່ງນ້ຳມັນ ແລະ ແກ໊ສຂະໜາດໃຫຍ່ໃນທະເລໂປ໋ໄຫ່ ຢູ່ທາງທິດຕາເວັນອອກສ່ຽງເໜືອຂອງຈີນ ໄດ້ເລີ່ມຂຶ້ນຢ່າງເປັນທາງການແລ້ວ.

May be an image of outdoors

ທັງນີ້, ໂຄງການ ໂປ໋ຈົງ  19 – 6 ໃນທະເລໂປ໋ໄຫ່ ມີປະລິມານນ້ຳມັນສຳຮອງທີ່ພິສູດແລ້ວ ປະມານ 150 ລ້ານແມັດກ້ອນ ແລະ ແກ໊ສທຳມະຊາດ ເກືອບ 200 ຕື້ແມັດກ້ອນ ໄດ້ຮັບການສຳຫຼວດຄົ້ນພົບ ເມື່ອປີ 2018.

May be an image of outdoors

ຖະແຫຼງການຂອງ ບໍລິສັດ CNOOC ເຊິ່ງເປັນຜູ້ສຳປະທານໂຄງການດັ່ງກ່າວ ລະບຸວ່າ: ບໍລິສັດໄດ້ຈັດວາງທີມງານເຂົ້າປະຈຳແທ່ນເຈາະ ເພື່ອດຳເນີນການຂຸດເຈາະປະມານ 3 – 5 ແທ່ນ ເພື່ອໃຫ້ມີປະສິດທິພາບສູງສຸດ.