ປະຫວັດສາດໜ້າໃໝ່ ລາວໄດ້ຫຼຽນເງິນຈາກກິລາຍິງປືນລະດັບໂລກ

92

ນັບເປັນຂ່າວທີ່ໜ້າພາກພູມໃຈທີ່ສຸດສົ່ງທ້າຍປີ 2022 ທີ່ລາວເຮົາໄດ້ຫຼຽນເງິນຈາກການແຂ່ງຂັນກິລາຍິງປືນຊີງແຊັມໂລກ 2022 ແລະຜູ້ໄດ້ຮອງແຊັມໃນຄັ້ງນີ້ຄືເພດຍິງ.

May be an image of 7 people and people standing

ຕ້ອງສະແດງຄວາມຍິນດີນຳ  ແລະ ຂໍຊົມເຊີຍ ນາງກົງຄຳ ນັກກິລາຍິງປືນທີມຊາດລາວ ຄວ້າຫລຽນເງິນຍິງປືນ IPSC ຊິງແຊ້ມໂລກ 2022.

May be an image of 1 person and standing

ນາງ ກົງຄຳ ບົວແສງພະຈັນ ນັກກິລາຍິງປືນ IPSC ທີມຊາດລາວ ສ້າງປະຫວັດສາດໃຫ້ວົງການກິລາຍິງປືນ IPSC ສປປ ລາວ ດ້ວຍການຄວ້າຫລຽນເງິນ ໃນການແຂ່ງຂັນກິລາຍິງປືນ IPSC ຊິງແຊ້ມໂລກ ຄັ້ງທີ່ 19 ທີ່ພັດທະຍາ ປະເທດໄທ ປະເພດປືນສັ້ນຫັນລີຜູ້ຍິງ LEVOLVER LADY.

May be an image of 2 people, people standing, outdoors and text that says 'WORLD SHOOT XIX 202'May be an image of 12 people and people standing

ພິທີເປີດງານແຂ່ງຂັນກິລາຍິງປືນ IPSC ຊິງແຊ້ມໂລກ ຄັ້ງທີ 19 ຢູ່ຈັງຫວັດພັດທະຍາ ປະເທດໄປເປັນເຈົ້າພາບ ຈັດຂຶ້ນໃນວັນທີ 26ພະຈິກ 2022 ມີນັກກິລາ ທັງໝົດ 76 ປະເທດເຂົ້າຮ່ວມ ໃນນັ້ນປະເທດລາວກໍ່ໄດ້ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ ທັງໝົດ 14 ຄົນ ຍິງ 2 ຄົນ.

 

ຂ່າວຍັງໃຫ້ຮູ້ອີກວ່າ: ກອງປະຊຸມສະໂມສອນກິລາຍິງປືນ IPSC ໂລກ ຕົກລົງເຫັນດີເປັນເອກະພາບ ໃຫ້ປະເທດລາວເປັນເຈົ້າພາບຈັດການແຂ່ງຂັນກິລາຍິງປືນ IPSC ສາກົນ ລະດັບ 4 ຮອງຈາກຊີງງແຊ້ມໂລກ ໃນທ້າຍປີ 2024.