ສ່ອງ 10 ໝາກຜົນສຳເລັດຂອງລັດຖະບານ ໃນການພັດທະນາເສດຖະກິດ-ສັງຄົມປີ 2022

812

ໃນວາລະເປີດກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງວັນທີ 5 ທັນວາ 2022 ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ລາຍງານກ່ຽວກັບວຽກງານພົ້ນເດັ່ນຂອງລັດຖະບານໃນປີ 2022 ແລະ ທິດທາງແຜນວຽກຈຸດສົມໃນປີ 2023 ເຊິ່ງລວມມີ 10 ໝາກຜົນສຳເລັດພົ້ນເດັ່ນ ແລະ 6 ຂໍ້ຄົງຄ້າງທີ່ຕ້ອງສືບຕໍ່ແກ້ໄຂ.

May be an image of 1 person and indoor

ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ກ່າວບາງຕອນວ່າ: ເຖິງແມ່ນວ່າສະພາບພາກພື້ນ, ສາກົນ ແລະ ພາຍໃນ ຈະມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການ ແບບບໍ່ເຄີຍມີໃນຮອບຫລາຍປີຜ່ານມາກໍ່ຕາມ, ແຕ່ພາຍໃຕ້ການນຳພາ-ຊີ້ນຳ ຢ່າງໃກ້ສິດຂອງ ຄະນະບໍລິຫານງານສູນກາງພັກ, ກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ກໍຄືການຕິດຕາມກວດກາເປັນປົກກະຕິຂອງ ສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ແລະ ການຮ່ວມມືຊ່ວຍເຫຼືອຂອງບັນດາປະເທດເພື່ອນມິດ ບວກໃສ່ກັບຄວາມພະຍາຍາມຢ່າງຕັ້ງໜ້າຂອງລັດຖະບານ ໃນການແກ້ບັນຫາລວມຂອງຊາດ ຈຶ່ງເຮັດໃຫ້ພວກເຮົາສາມາດປະຄັບປະຄອງເສດຖະກິດຂອງຊາດ ບໍ່ໃຫ້ຕົກເຂົ້າສູ່ວິກິດທີ່ໜັກໜ່ວງ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍໄດ້ໂດຍພື້ນຖານ ແລະ ໄດ້ມີໝາກຜົນສຳເລັດຈຳນວນໜຶ່ງ ດັ່ງນີ້:

May be an image of 1 person and standing

1). ການຂະຫຍາຍຕົວດ້ານເສດຖະກິດ; 2). ການເກັບລາຍຮັບງົບປະມານ; 3) ການປະຕິບັດລາຍຈ່າຍງົບປະມານ; 4). ການແກ້ໄຂໜີ້ສິນ; 5). ການຮັກສາສະຖຽນລະພາບດ້ານເງິນຕາ; 6). ການປະຕິຮູບລັດວິສາຫະກິດ; 7). ການສົ່ງເສີມການລົງທຶນຂອງພາກເອກະຊົນ; 8). ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການພົວພັນສາກົນ; 9). ການແກ້ໄຂບັນຫາການລະບາດພະຍາດໂຄວິດ-19 ແລະ 10). ການສ້າງວຽກເຮັດງານທຳ ແລະ ຈັດສັນແຮງງານ.

May be an image of 2 people, people standing and text
ໃນ 10 ໝາກຜົນຄວາມສຳເລັດທີ່ປະຕິບັດໄດ້ ໃນນັ້ນພົ້ນເດັ່ນແມ່ນ: ການຂະຫຍາຍຕົວດ້ານເສດຖະກິດ ໄດ້ຊຸກຍູ້ໃຫ້ບັນດາຫົວໜ່ວຍການຜະລິດກະສິກໍາ, ອຸດສາຫະກຳ ແລະ ບໍລິການທີ່ເປັນທ່າແຮງ ຂັບເຄື່ອນການຂະຫຍາຍຕົວຂອງເສດຖະກິດ ໃຫ້ດີຂຶ້ນ. ອີງໃສ່ການຄິດໄລ່ GDP ໃນ ໄລຍະ 9 ເດືອນຜ່ານມາ ເຫັນວ່າເສດຖະກິດແຫ່ງຊາດຂະຫຍາຍຕົວຢູ່ໃນລະດັບ 4,2% ແລະ ຄາດວ່າໝົດປີຈະສູ້ຊົນໃຫ້ຂະ ຫຍາຍຕົວໄດ້ໃນລະດັບ 4,4% (ແຜນການ 4,5%) ເຖິງແມ່ນວ່າຈະບໍ່ບັນລຸຕາມແຜນ ແຕ່ກໍມີທ່າອ່ຽງຂະຫຍາຍຕົວທີ່ດີຂຶ້ນ (ປີ 2021ແມ່ນ 3,5%) ໃນສະພາບແວດລ້ອມທີ່ຫຍຸ້ງຍາກ ແລະ ທ້າທາຍໃນປັດຈຸບັນ.

No photo description available.
ສຳລັບການແກ້ໄຂໜີ້ສິນ: ລັດຖະບານ ໄດ້ສືບຕໍ່ຄຸ້ມຄອງ ແລະ ແກ້ໄຂບັນຫາໜີ້ສິນ ໄປຕາມຂອບແຜນທີ່ໄດ້ກຳນົດໄວ້ ແລະ ສາມາດປະຄັບປະຄອງໃນການຊຳລະໜີ້ສິນໄດ້ ໂດຍສາມາດເຮັດໃຫ້ປະເທດເຮົາ ບໍ່ໃຫ້ຕົກເປັນປະເທດທີ່ຊຳລະໜີ້ສິນບໍ່ໄດ້.

No photo description available.

ກ່ຽວກັບການຮັກສາສະຖຽນລະພາບດ້ານເງິນຕາ: ລັດຖະບານ ໄດ້ສຸມໃສ່ແກ້ໄຂບັນຫາການເໜັງຕິງຂອງ ອັດຕາແລກປ່ຽນເງິນຕາຕ່າງປະເທດ ແລະ ອັດຕາເງິນເຟີ້ ເພື່ອປະຄັບປະຄອງການເໜັງຕີງດັ່ງກ່າວໃຫ້ສະລໍຕົວໃນຈັງຫວະທີ່ຊ້າລົງ. ໃນນີ້: ໄດ້ສຸມໃສ່ຄຸ້ມຄອງບັນດາຮ້ານແລກປ່ຽນ ໃຫ້ເຂົ້າສູ່ການຄຸ້ມຄອງຂອງ ທະນາຄານທຸລະກິດ, ຊຶ່ງສາມາດດັດສົມຮ້ານແລກປ່ຽນຈາກໃນຕົ້ນປີ 2022 ມີທັງໝົດຈຳນວນ 419 ຮ້ານ ມາຮອດປັດຈຸບັນເຫຼືອ ຈຳນວນ 113 ຮ້ານ ແລະ ໃນຕໍ່ໜ້າ ຍັງຈະສືບຕໍ່ກວດກາຄຸນນະພາບ ແລະ ການປະຕິບັດລະບຽບການເຄື່ອນໄຫວແລກປ່ຽນເງິນຕາ, ຖ້າຫາກເຫັນວ່າຮ້ານໃດ ບໍ່ສາມາດປະຕິບັດໄດ້ ຫຼື ລະເມີດ ຈະສືບຕໍ່ຖອນໃບອະນຸຍາດໄປຕື່ມອີກ ກ້າວໄປສູ່ການຫັນການບໍລິການແລກປ່ຽນທັງໝົດ ເປັນປ່ອງບໍລິການຂອງທະນາຄານທຸລະກິດ ຄືກັບປະເທດອື່ນໆ.

No photo description available.

ພ້ອມນັ້ນ ກໍໄດ້ຄຸມເຂັ້ມການໂອນເງິນຊື້-ຂາຍສິນຄ້າ ແລະ ເງິນທີ່ນຳເຂົ້າມາລົງທຶນ ຕ້ອງຜ່ານລະບົບທະນາຄານ; ໄດ້ແກ້ໄຂການສະໜອງເງິນຕາຕ່າງປະເທດໃຫ້ແກ່ບໍລິສັດທີ່ນຳເຂົ້ານ້ຳມັນເຊື້ອໄຟທີ່ເປັນຫຼັກແຫຼ່ງ, ຊຶ່ງສາມາດສະໜອງນໍ້າມັນເຊື້ອໄຟໃຫ້ສັງຄົມໄດ້ປົກກະຕິ (ເຖິງລາຄາແພງແດ່ ກໍ່ຂື້ນຢູ່ກັບຕະຫຼາດສາກົນ).