ໄຂກອງປະຊຸມສະພາແຫ່ງຊາດຢ່າງເປັນທາງການ ຈະໄດ້ພິຈາລະນາ ແລະຮັບຮອງເອົາຫຼາຍບັນຫາສຳຄັນຂອງຊາດ

194

ໄຂກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 5 ທັນວາ 2022 ທີ່ຫ້ອງປະຊຸມສະພາແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງ ທ່ານ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ, ຄະນະລັດຖະບານ ແລະ ສະມາຊິກສະພາແຫ່ງຊາດເຂົ້າຮ່ວມ ເຊິ່ງກອງປະຊຸມຄັ້ງນີ້ ຈະດໍາເນີນແຕ່ມື້ນີ້ ໄປເຖິງວັນທີ 30 ທັນວາ 2022 ໂດຍຈະໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ.

May be an image of 7 people, people standing and suit
ທ່ານ ໄຊສົມພອນ ພົມວິຫານ ກ່າວສູນທອນພົດເປີດກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ວ່າ: ການເຄື່ອນໄຫວຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ໃນໄລຍະປີ 2022 ແມ່ນຢູ່ໃນສະພາບການຂອງພາກພື້ນ ແລະ ສາກົນ ທີ່ມີການຜັນແປໄປຢ່າງສະຫຼັບສັບຊ້ອນ, ເຄັ່ງຮ້ອນ ແລະ ມີຄວາມຫຼໍ່ແຫຼມຫຼາຍດ້ານ ທີ່ຄາດຄະເນໄດ້ຍາກ ເຊິ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ປະເທດຕ່າງໆໃນໂລກ ລວມທັງ ສປປ ລາວ ຂອງພວກເຮົາ ໂດຍສະເພາະຢ່າງຍິ່ງ ມີຜົນກະທົບຕໍ່ການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ພາຍໃນປະເທດຂອງພວກເຮົາ ທີ່ສະສົມມາເປັນເວລາຫຼາຍປີ, ການຄຸ້ມຄອງລັດ ຕໍ່ເສດຖະກິດ-ສັງຄົມ ພົບຫຼາຍສິ່ງທ້າທາຍໃໝ່ ເປັນຕົ້ນ ອັດຕາແລກ ປ່ຽນເໜັງຕີງແຮງ, ລາຄານໍ້າມັນເຊື້ອໄຟ ແລະ ສິນຄ້າເພີ່ມສູງຂຶ້ນ, ຊີວິດການເປັນຢູ່ຂອງປະຊາຊົນມີຄວາມຝືດເຄືອງ. ແຕ່ດ້ວຍຄວາມເອົາໃຈໃສ່ນໍາພາ-ຊີ້ນໍາ ຂອງຄະນະບໍລິຫານງານສູນກາງພັກ, ການປະສານສົມທົບ, ການປຶກສາຫາລືຮ່ວມກັນ ຢ່າງໃກ້ຊິດ ລະຫວ່າງ ສະພາແຫ່ງຊາດ ແລະ ລັດຖະບານ, ຄວາມເຂົ້າໃຈ ແລະ ເປັນເອກະພາບນໍາພັກ-ລັດ ຂອງພະນັກງານ-ລັດຖະກອນ ກໍຄືປະຊາຊົນບັນດາເຜົ່າ ເຮັດໃຫ້ບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງປະເທດເຮົາ ໄດ້ຮັບການແກ້ໄຂໃຫ້ເບົາບາງລົງເປັນກ້າວໆ.

May be an image of 1 person, standing and indoorການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປະຈໍາປີ ມີຄາດໝາຍຈໍານວນໜຶ່ງບັນລຸໄດ້ຕາມແຜນການ ແລະ ລື່ນຄາດໝາຍ, ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດໝົດປີ ສາມາດບັນລຸໄດ້ເກີນແຜນກໍານົດຈໍານວນໜຶ່ງ, ເຮັດໃຫ້ປະເທດຊາດ ຍັງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບໂດຍພື້ນຖານ, ສາມາດປະຄັບປະຄອງເສດຖະກິດ ບໍ່ໃຫ້ຕົກໃນສະພາບຫຍຸ້ງຍາກກວ່ານີ້ ແລະ ຮັບປະກັນໃຫ້ສືບຕໍ່ມີການຂະຫຍາຍຕົວ, ແນວທາງການຕ່າງປະເທດຂອງພັກ ໄດ້ຮັບການຈັດຕັ້ງຜັນຂະຫຍາຍຢ່າງເລິກເຊິ່ງ ແລະ ກວ້າງຂວາງ ເຊິ່ງເຮັດໃຫ້ບົດບາດອິດທິພົນຂອງປະເທດເຮົາ ໄດ້ຮັບການຍົກສູງຢ່າງຕໍ່ເນື່ອງໃນເວທີພາກພື້ນ ແລະ ສາ ກົນ. ສຳລັບກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້ ຈະໄດ້ພິຈາລະນາຮັບຮອງບັນດາເນື້ອໃນທີ່ສໍາຄັນ ດັ່ງນີ້:

May be an image of 2 people, people standing and text1) ບົດລາຍງານການເຄື່ອນໄຫວວຽກງານພົ້ນເດັ່ນ ປະຈໍາປີ 2022 ແລະ ທິດທາງແຜນການ ໃນປີ 2023 ຂອງລັດຖະບານ; 2) ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈໍາປີ 2022 ແລະ ແຜນການ ປະຈໍາປີ 2023; 3) ບົດລາຍງານຂອງລັດຖະບານ ກ່ຽວກັບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດງົບປະມານແຫ່ງລັດ ປີ 2021; ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2022 ແລະ ແຜນງົບປະມານແຫ່ງລັດ ປີ 2023; 4) ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນເງິນຕາ ປະຈໍາປີ 2022 ແລະ ແຜນການ ປະຈໍາປີ 2023;

May be an image of 1 person and indoor
5) ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ປະຈໍາປີ 2022 ແລະ ແຜນການ ປະຈໍາປີ 2023; 6) ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປະຈໍາປີ 2022 ແລະ ແຜນການ ປະຈໍາປີ 2023; 7) ບົດລາຍງານຂອງລັດຖະບານ ກ່ຽວກັບການສ້າງວິຊາຊີບ, ການພັດທະນາສີມືແຮງງານ ແລະ ວຽກເຮັດງານທໍາໃຫ້ປະຊາຊົນ ເພື່ອແກ້ໄຂບັນຫາການວ່າງງານ;

May be an image of indoor
8. ບົດລາຍງານຂອງອົງການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2022 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023; ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2021; 9) ບົດລາຍງານຂອງອົງການກວດກາແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2022 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023; ບົດລາຍງານຜົນການກວດກາ ຕາມຜົນການກວດສອບ ປີ 2020; 10) ບົດລາຍງານຂອງສານປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2022 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023;

May be an image of 7 people and people standing
11) ບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2022 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023; 12) ພິຈາລະນາ, ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈໍານວນ 12 ສະບັບ. ໃນນີ້, ກົດໝາຍສ້າງໃໝ່ 3 ສະບັບ; 13) ບົດລາຍງານຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023 ແລະ ຜົນການຕິດຕາມກວດກາຂອງສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ແລະ 14) ບົດລາຍງານຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບການປັບປຸງແຜນການສ້າງ ແລະ ປັບປຸງກົດໝາຍ ຂອງສະພາແຫ່ງຊາດ ຊຸດທີ IX ແຕ່ປີ 2023-2025. ນອກນັ້ນ, ຍັງຈະໄດ້ຮັບຟັງການຊີ້ແຈງຂອງພາກສ່ວນກ່ຽວຂ້ອງຈໍານວນໜຶ່ງ ຕໍ່ຄໍາຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ.