ທາງລົດໄຟ ປ່ຽນໂສມໜ້າໃໝ່ໃຫ້ລະບົບຄົມມະານາຄົມໃນລາວ

168

 

ຕ້ອງຍອມຮັບວ່າການເປີດໃຫ້ບໍລິການຂອງເສັ້ນທາງລົດໄຟລາວ-ຈີນ ໄດ້ພິກໂສມໜ້າໃໝ່ໃຫ້ລະບົບເສດຖະກິດຂອງລາວຫຼາຍພໍສົມຄວນ ໂດຍສະເພາະລະບົບຄົມມະນາຄົມຂົນສົ່ງໄດ້ເຂົ້າມາມີບົດບາດສຳຄັນສຸດໃນການສ້າງລາຍຮັບເຂົ້າງົບປະມານແຫ່ງຊາດ, ການທ່ອງທ່ຽວຄຶກຄື້ນກວ່າ, ການຂົນສົ່ງສິນຄ້າ ແລະທາງຜ່ານສາມາດບັນລຸໄດ້ຈຸດປະສົງຄາດໝາຍໃນການຫັນ ສປປ ລາວ ຈາກປະເທດບໍ່ມີທາງອອກສູ່ທະເລໃຫ້ເປັນປະເທດທາງຜ່ານຢ່າງແທ້ຈີງ.

No photo description available.
ບໍລິສັດທາງລົດໄຟ ລາວ-ຈີນ ໄດ້ຈັດຕັ້ງພິທີສະເຫລີມສະຫລອງ, ສະຫລຸບຜົນງານ ການເປີດໃຫ້ບໍລິ ການທາງລົດໄຟ ລາວ-ຈີນ ຄົບຮອບ 1 ປີ, ໃນວັນທີ 3 ທັນວາ 2022 ທ່ານ ຈູ່ ໂກຈ່ຽງ ປະທານສະພາຜູ້ບໍລິຫານ ບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ ລາຍງານໃຫ້ຮູ້ວ່າ: ນັບແຕ່ເລີ່ມເປີດໃຫ້ບໍລິການທາງລົດໄຟ ລາວ-ຈີນ ໃນໄລຍະ 1 ປີຜ່ານມາ, ສາມາດຂົນສົ່ງຜູ້ໂດຍສານໄດ້ ທັງໝົດ 1.269.000 ເທື່ອຄົນ, ຂົນສົ່ງສິນຄ້າໄດ້ 1.995.500 ໂຕນ, ຂົນສົ່ງສິນຄ້າຂ້າມແດນເກີນ 1.570.000 ໂຕນ, ສ້າງ ວຽກເຮັດງານທຳ ໃຫ້ປະຊາຊົນໄດ້ 100.000 ກວ່າເທື່ອຄົນ, ຕະຫລອດ ໄລຍະ 1 ປີຜ່ານມາ, ບໍລິສັດທາງລົດໄຟ ລາວ-ຈີນ ໄດ້ຢຶດໝັ້ນຖືເອົາຄວາມປອດໄພໃນການເດີນທາງຂອງປະຊາຊົນເປັນຫລັກ, ເພີ່ມທະວີເນັ້ນໜັກການກວດ ກາບໍາລຸງຮັກສາພື້ນຖານໂຄງລ່າງ, ສ້າງລະບົບປ້ອງກັນຄວາມປອດໄພນອກເສັ້ນທາງ, ປັບປຸງກົນໄກເຮັດວຽກຮັບມື ສຸກເສີນ ເພື່ອຮັບປະກັນຄວາມປອດໄພໃນການຂົນສົ່ງທາງລົດໄຟ ຈີນ-ລາວ.

May be an image of 1 person and standing
ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ຮູ້ວ່າ: ທາງລົດໄຟ ລາວ-ຈີນ ແມ່ນໂຄງການເຊື່ອມຈອດ ແລະ ເຊື່ອມໂຍງ ຍຸດທະສາດ “ຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມຕໍ່” ຂອງລາວ, ແມ່ນໂຄງການວິ ສະວະກໍາ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ເປັນໂຄງການວິສະວະກໍາສັນຍາລັກມິດຕະພາບ ຈີນ-ລາວ. ປັດຈຸບັນ, ເສັ້ນທາງລົດໄຟ ລາວ-ຈີນ ໄດ້ກາຍເປັນຄວາມພາກພູມໃຈຂອງປະຊາຊົນລາວ ແລະ ປະເທດລາວ, ສປປ ລາວ ບໍ່ມີທາງອອກສູ່ທະເລ ແຕ່ເສັ້ນທາງລົດໄຟສາຍນີ້ ຈະຊ່ວຍໃຫ້ປະເທດລາວ ມີເສັ້ນທາງຄົມມະນາຄົມດ້ວຍຕາໜ່າງ ຈໍລະຈອນສິນຄ້າ ອອກສູ່ທະເລ ແລະ ບັນດາປະເທດຢູ່ໃນພາກພື້ນ ມີຄວາມສະດວກໃນການຂົນສົ່ງໂດຍສານ ແລະ ຂົນສົ່ງສິນຄ້າ, ທັງກະຕຸກຊຸກຍູ້ການລົງທຶນ ແລະ ການທ່ອງທ່ຽວ ໂດຍນັກທ່ອງທ່ຽວ ເຂົ້າມາທ່ຽວລາວ ຫລາຍຂຶ້ນ.

May be an image of 1 person and standing
ການເປີດນໍາໃຊ້ ແລະ ດໍາເນີນທຸລະກິດບໍລິການຂອງທາງລົດໄຟລາວ-ຈີນ, ໄດ້ປ່ຽນໂສມໜ້າໃໝ່ຂອງການ ຄົມມະນາຄົມຂົນສົ່ງຂອງ ສປປ ລາວ, ສາມາດບັນລຸຄວາມມຸ່ງມາດປາຖະໜາ ໃນການ “ຫັນຈາກປະເທດທີ່ບໍ່ມີຊາຍ ແດນຕິດກັບທະເລ ເປັນປະເທດເຊື່ອມຕໍ່” ຂອງລາວ, ໄດ້ເປີດສັງກາດໃໝ່ແຫ່ງການຂົນສົ່ງທາງລົດໄຟ ລາວ-ຈີນ, ໄດ້ຍົກສູງຖານະຍຸດທະສາດຂອງ ສປປ ລາວ ໃນເວທີສາກົນ ໃຫ້ສູງເດັ່ນຂຶ້ນ.

May be an image of 21 people and people standing

ໃນໄລຍະຜ່ານມາປະເທດລາວມີເສັ້ນ ທາງລົດໄຟພຽງ 3,5 ກິໂລແມັດ, ຈາກອັນດັບສຸດທ້າຍໃນຈໍານວນ 149 ປະເທດ ໃນໂລກ ແລະ ໃນປັດຈຸບັນ ມີ ໄລຍະທາງລົດໄຟສະເລ່ຍຕໍ່ຄົນ ກາຍມາເປັນອັນດັບທີ 28 ແລະ ເປັນອັນດັບ 1 ຂອງອາຊຽນ, ສປປ ລາວ ໄດ້ກ້າວ ກະໂດດເປັນຈຸດເຊື່ອມໂຍງການຄົມມະນາຄົມຂົນສົ່ງ ທີ່ສໍາຄັນຂອງແຫລມອິນດູຈີນທັນທີ ກໍຄື ກຸ່ມປະເທດອາ ຊຽນ.

No photo description available.
ໄລຍະ 1 ປີ ທີ່ເປີດນໍາໃຊ້ ແລະ ດໍາເນີນທຸລະກິດຂອງທາງລົດໄຟ ລາວ-ຈີນ ເປັນຕົ້ນມາ ໄດ້ສ້າງຄວາມ ສະດວກໃນການເດີນທາງໃ ຫ້ແກ່ປະຊາຊົນລາວຢ່າງຫລວງຫລາຍ, ເປັນການກະຕຸກຊຸກຍູ້ໃຫ້ການຄ້າ ມີຄວາມສະ ດວກໂລ່ງລ່ຽນ, ເສີມກໍາລັງທີ່ແຂງແຮງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງລາວ. ລົດໄຟ EMU “ຂະບວນລ້ານຊ້າງ” ໄດ້ກາຍເປັນໃບໜ້າໃໝ່ ຂອງປະເທດລາວ, ການພັດທະນາຊັບພະຍາກອນທ່ອງທ່ຽວ, ກະສິກໍາ, ແຮ່ທາດ ແລະ ການກໍ່ສ້າງຕົວເມືອງ ໄດ້ຮັບການພັດທະນາຈະເລີນຂຶ້ນ ຕາມແລວທາງ, ຊາວໜຸ່ມທີ່ເກັ່ງ ແລະ ມີຄວາມສາມາດພົ້ນເດັ່ນ ໄດ້ມີຄວາມຕື່ນຕົວປະກອບສ່ວນເຂົ້າໃນການກໍ່ສ້າງ, ດໍາເນີນທຸລະກິດ ແລະ ບໍາລຸງຮັກສາ ເສັ້ນທາງລົດໄຟ, ເປັນການຫວ່ານແນວພັນທີ່ດີໃຫ້ແກ່ການຫັນເປັນອຸດສາຫະກໍາທັນສະໄໝ ຂອງ ສປປ ລາວ.

No photo description available.