ປະເມີນຜົນໂຄງການຮ່ວມມືລະຫວ່າງ ສປປ ລາວ ແລະ ສ.ເກົາຫລີ ປະຈຳປີ 2022

64

ເພື່ອທົບທວນການຈັດຕັ້ງປະຕິບັດ 4 ໂຄງການຜ່ານມາ; ສູນໂຄເປຍລາວ ແລະ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດແຫ່ງຊາດໄດ້ຈັດກອງປະຊຸມປະເມີນຜົນຂຶ້ນໃນອາທິດຜ່ານມາ.

ກອງປະຊຸມປະເມີນຜົນປະຈຳປີຂອງ 4 ໂຄງການຮ່ວມມືເຊິ່ງຈັດຕັ້ງປະຕິບັດໂດຍສູນໂຄເປຍລາວ ແລະ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດແຫ່ງຊາດໄດ້ຈັດຂຶ້ນທີ່ ສະໂມສອນໃຫຍ່ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້, ແລະ ພັດທະນາຊົນນະບົດ ໃນທ້າຍເດືອນພະຈິກ 2022 ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 30 ຄົນປະກອບມີ: ນັກຄົ້ນຄວ້າຂອງສະຖາບັນ, ນັກຄົ້ນຄວ້າໂຄງການ, ພະນັກງານສູນໂຄເປຍ ແລະ ຄະນະກໍາມະການຊີ້ນໍາໂຄງການເຊິ່ງເປັນຜູ້ປະເມີນຕີລາຄາ.

ກອງປະຊຸມໃນຄັ້ງນີ້ປະກອບມີຄະນະກຳມະການຊີ້ນຳ 10 ທ່ານໄດ້ປະເມີນຜົນຕີລາຄາຄວາມສຳເລັດຂອງໂຄງການຮ່ວມມືທັງ 4 ໂຄງການໃນປີທີ່ຜ່ານມາລວມທັງໄດ້ປະເມີນແຜນງານກິດຈະກຳໃນອະນາຄົດ ເຊິ່ງເອົາໃຈໃສ່ດ້ານການສ້າງລາຍຮັບ ແລະ ປັບປຸງຄຸນນະພາບຊີວິດການເປັນຢູ່ໃຫ້ແກ່ຊາວກະສິກອນ, ເຊິ່ງປະກອບມີ: 1.ໂຄງການລ້ຽງໄກ່ພື້ນເມືອງເພື່ອເປັນສິນຄ້າໂດຍຜ່ານການປັບປຸງທາງດ້ານພັນທຸກຳ; 2. ໂຄງການສາທິດເພື່ອຍົກສະມັດຕະພາບ ແລະ ປັບປຸງຄຸນນະພາບສວນໝາກກ້ຽງນ້ຳບາກ; 3. ໂຄງການສ້າງໂອກາດໃຫ້ຊາວນາໄດ້ເຂົ້າເຖິງແນວພັນໃໝ່ທີ່ທົນທານຕໍ່ກັບນໍ້າຖ້ວມ ແລະ ພະຍາດເຂົ້າ; 4. ໂຄງການຄົ້ນຄວ້າເຕັກນິກການຜະລິດ ແລະ ການປຸງແຕ່ງຖົ່ວເຫຼືອງໃນ ສປປ ລາວ.

ທ່ານ ຊີນ ຈາງໂຫ ຜູ້ອຳນວຍການສູນໂຄເປຍກ່າວວ່າ: ການສະໜອງແນວພັນທີ່ດີ ແລະ ການຖ່າຍທອດເຕັກໂນໂລຊີລະດັບສູງໃຫ້ແກ່ຊາວກະສິກອນແມ່ນວັດຖຸປະສົງຫຼັກຂອງທັງ 4 ໂຄງການເຊິ່ງມັນຈະຊ່ວຍເພີ່ມພູນຜົນຜະລິດ ແລະ ປັບປຸງລາຍຮັບຂອງຊາວກະສິກອນ ກໍຄືການພັດທະນາກະສິກຳຂອງ ສປປ ລາວ ແລະ ທ່ານຍັງໄດ້ກ່າວເຖິງໂຄງການປູກເຂົ້າຢູ່ເມືອງປາກງື່ມ ເຊິ່ງເປັນໂຄງການໃໝ່ທີ່ເລີ່ມຈະຈັດຕັ້ງປະຕິບັດໃນປີ 2023 ເຊິ່ງມີງົບປະມານໂຄງການ 4 ລ້ານໂດລາສະຫະລັດ ແລະ ມີໄລຍະດຳເນີນການ 5 ປີ.

ທ່ານ ປອ ນາງ ໃຈ ບຸນພານຸໄຊ ໄດ້ສະແດງຄວາມຄິດເຫັນຕໍ່ຜົນສຳເລັດຂອງການຈັດຕັ້ງປະຕິບັດ ແລະ ໝາກຜົນສຳເລັດອັນໃຫຍ່ຫຼວງຕໍ່ທຸກໆໂຄງການທີ່ໄດ້ບັນລຸເປົ້າໝາຍ ແລະ ແຜນກິດຈະກຳຂອງໂຄງການ ແລະ ທ່ານຍັງໄດ້ກ່າວຄຳຂອບໃຈມາຍັງສູນໂຄເປຍລາວທີ່ໄດ້ໃຫ້ການສະໜັບສະໜູນເລື້ອຍມາ ໃນຖານະຄູ່ຮ່ວມມືຂອງສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ. ສູນໂຄເປຍແມ່ນໜຶ່ງໃນສາຂາບໍລິຫານວຽກງານໃນຕ່າງປະເທດຂອງໜ່ວຍງານພັດທະນາຊົນນະບົດ (ອາດີເອ) ຂອງ ລັດຖະບານເກົາຫຼີ ເຊິ່ງມີວິໄສທັດເພື່ອການພັດທະນາທີ່ຍືນຍົງ ແລະ ເອື້ອຜົນປະໂຫຍດເຊິ່ງກັນ ແລະ ກັນ ລະຫວ່າງ ສ. ເກົາຫຼີ ແລະ ປະເທດຄູ່ຮ່ວມພັດທະນາຜ່ານການຄົ້ນຄິດຮ່ວມມືທາງດ້ານເຕັກໂນໂລຊີກະສິກຳ.

ສູນໂຄເປຍລາວແມ່ນສ້າງຕັ້ງຂຶ້ນໃນ ປີ 2016 ໂດຍອີງຕາມບົດບັນທຶກຄວາມເຂົ້າໃຈລະຫວ່າງລະໜ່ວຍງານພັດທະນາຊົນນະບົດ (RDA) ຂອງປະເທດ ສ. ເກົາຫລີ ແລະ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດແຫ່ງຊາດ. ປັດຈຸບັນສູນໂຄເປຍມີທັງມົດ 23 ສູນໃນທົ່ວໂລກ ( ອາຊີ 8 ປະເທດ, ອາເມລິກາລາຕິນ 6 ປະເທດ, ອາຟຣິກາ 2 ປະເທດ ແລະ ກຸ່ມປະເທດເຄືອລັດເອກະລາດ (CIS) 2 ປະເທດ.