ຜູ້ສຳປະທານແຄມຂອງ ເຂດສີຖານເໜືອ ຈິດອາສາ ທຸ່ມງົບ ປູກຕົ້ນໄມ້-ດອກໄມ້ 100 ກວ່າຕົ້ນ.

214

ເຂດສຳປະທານແຫຼ່ງທ່ອງທ່ຽວແຄມຂອງ ບ້ານສີຖານເໜືອ ນະຄອນຫຼວງວຽງຈັນ ເນື້ອທີ່ 2.590 ຕາແມັດ ຂອງທ່ານ ກ້ອງຟ້າ ພູມມະສັກ ເປັນເຂດສຳປະທານອີກໜຶ່ງທີ່ຖືກພັດທະນາໃຫ້ກາຍເປັນບ່ອນຮອງຮັບການທ່ອງທ່ຽວພາຍໃນນະຄອນຫຼວງວຽງຈັນ, ຫຼັງສຳປະທານໄດ້ທຸ່ມງົບປະມານຕົນເອງ ພັດທະນາເຂດລຸ່ມພື້ນທີ່ສຳປະທານ (ເປັນພື້ນທີ່ລວມຂອງລັດ) ໂດຍປູກດອກໄມ້ 100 ກວ່າຕົ້ນ.


ທ່ານ ກ້ອງຟ້າ ພູມມະສັກ ຜູ້ສຳປະທານເຂດທ່ອງທ່ຽວແຄມຂອງ ບ້ານສີຖານເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃຫ້ສຳພາດວ່າ: ພວກເຮົາໄດ້ສຳປະທານແຫຼ່ງທ່ອງທ່ຽວແຄມຂອງ ບ້ານສີຖານເໜືອ ນະຄອນຫຼວງວຽງຈັນ ມາແຕ່ປີ 2014 ໃນພື້ນທີ່ 2.590 ຕາແມັດ, ພາຍຫຼັງທີ່ໄດ້ຮັບການສຳປະທານພວກເຮົາກໍມີການພັດທະນາຫຼາຍດ້ານ ໂດຍສະເພາະແມ່ນໃນຊ່ວງໂຄວິດ-19 ລະບາດໜັກເຮັດໃຫ້ມີການລັອກດາວ, ມີການຢຸດກິດຈະການເຮັດໃຫ້ບໍ່ມີລາຍຮັບ ແຕ່ເຮົາກໍຍັງຮັກສາຈຳນວນແຮງງານໄວ້ ແລະ ຈ່າຍເງິນເດືອນເທົ່າເດີມ ເພາະເຮົາຍັງຮັກສາຄວາມສະອາດເຂດສຳປະທານເຮົາໃຫ້ມີຄວາມສະອາດ. ທີ່ສຳຄັນໃນຊ່ວງໂຄວິດລະບາດ ພວກເຮົາມີການສ້າງພື້ນຖານໂຄງລ່າງຈຳນວນໜຶ່ງ ເປັນຕົ້ນແມ່ນປູພື້ນຂະຫຍາຍແຄມທາງຢ່າງອອກ 1,5-2 ແມັດ, ພ້ອມກັບປັບປຸງລະບົບນໍ້າ ແລະ ລະບົບໄຟຟ້າໂດຍເອົາລົງພື້ນດິນທັງໝົດ ເຊິ່ງປະຈຸບັນສຳເລັດແລ້ວ 30% ແລະ ພວກເຮົາຈະສືບຕໍ່ກໍ່ສ້າງພັດທະນາໄປເລື້ອຍໆ.


ນອກຈາກພັດທະນາພາຍໃນເຂດສຳປະທານແລ້ວ ພວກເຮົາຍັງມີຈິດອາສາ ອະນາໄມ ແລະ ປູກຕົ້ນສວນດອກໄມ້ (ດອກເຈ້ຍ) ຢູ່ແຄມຂອງດ້ານລຸ່ມ (ພື້ນທີ່ລວມຂອງລັດ) ທີ່ເປັນພື້ນທີ່ນອກເຂດສຳປະທານເຮົາ ໂດຍສ້າງສວນດອກໄມ້ລ້ານດອກ ທີ່ມີຕົ້ນດອກໄມ້ 100 ກວ່າຕົ້ນ ໃນພື້ນທີ່ 14 ພັນກວ່າຕາແມັດ ເພື່ອເພີ່ມສີສັນໃຫ້ປັນຕົວເມືອງສວຍງາມ, ສະອາດ ແລະ ມີສະເໜ່ ຄວບຄູ່ກັບ ຄວາມສີວິໄລ ໃຫ້ກັບເຂດແຄມຂອງແຫ່ງນີ້ ແລະ ສ້າງເປັນສະຖານທີ່ທ່ອງທ່ຽວພັກຜ່ອນ ແລະ ອອກກຳລັງກາຍ ໃຫ້ກັບຊາວນະຄອນຫຼວງວຽງຈັນ ໂດຍແນ່ໃສ່ປະຕິບັດ 6 ສໍ ທີ່ນະຄອນຫຼວງວຽງອອກ ເຊິ່ງປະຈຸບັນແຄມຂອງເຂດບ້ານສີຖານເໜືອນີ້ແມ່ນສາມາດປະຕິບັດໄດ້ 3 ສໍ ຄື: ສໍ ສະອາດ, ສໍ ສີຂຽວ ແລະ ສໍສະຫວ່າງ.

ດັ່ງນັ້ນຈຶ່ງຈະມີການພັດທະນາໄປເລື້ອຍໆ ໂດຍສະເພາະຢາກໃຫ້ທຸກເຮືອນທີ່ຢູ່ເຂດນີ້ເອົາໃຈໃສ່ຊ່ວຍກັນເລື່ອງຄວາມສະອາດ, ປູກຕົ້ນໄມ້ ຫຼື ຕົ້ນດອກໄມ້ປະດັບເຮືອນຕົນເອງໃຫ້ຈົບງາມ ແລະ ເປັນລະບຽບຮຽບຮ້ອຍ ກໍຈະເປັນປັດໄຈໜຶ່ງທີ່ຈະດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວ ແລະ ເຮືອນລຽບຕາມທາງກໍສາມາດເປີດຮ້ານຄ້າຂາຍໄດ້ກໍເປັນການສ້າງລາຍຮັບໜຶ່ງໃຫ້ກັບປະຊາຊົນໃນເຂດນີ້.


ຈາກການເກັບກຳຂໍ້ມູນນັກທ່ອງທ່ຽວທີ່ມາຢ່າງເລາະທ່ຽວ ກ່ອນໂຄວິດ-19 ປະມານ 1.500 ຄົນຕໍ່ມື້, ແຕ່ໂຄວິດລະບາດກໍບໍ່ຄ່ອຍມີຄົນ ຫຼັງຈາກເປີດປະເທດຢ່າງເປັນທາງການນັກທ່ອງທ່ຽວກໍມີເພີ່ມຂຶ້ນເລື້ອຍໆ ປະຈຸບັນນັກທ່ອງທ່ຽວມາທ່ຽວມີປະມານ 1.000 ຄົນຕໍ່ມື້.

ໃນຊ່ວງທີ່ເສດຖະກິດມີຄວາມຫຍຸ້ງຍາກ ທ່າມກາງໄພເງິນເຟີ້ແບບນີ້ ສິ່ງທີ່ເຮົາເຮັດໄດ້ ແລະ ຄວນຊ່ວຍກັນເຮັດແມ່ນການຫັນມາຊົມໃຊ້ສິນຄ້າທີີ່ຜະລິດຢູ່ພາຍໃນ ໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້ ແລະ ຫຼຸດຜ່ອນການນຳໃຊ້ສິນຄ້ານຳເຂົ້າໃຫ້ນັບມື້ໜ້ອຍທີ່ສຸດ. ຕ້ອງພະຍາຍາມອວ່າຍເງິນຈາກການຊື້ສິນຄ້ານຳເຂົ້າ ຕົວຢ່າງ: ເຮົາຫັນມາຊື້ສິນຄ້າພາຍໃນ ຜູ້ລະ 20 ບາດຕໍ່ຄົນຕໍ່ມື້ ສະເລ່ຍປີໜຶ່ງເກືອບ 30 ຕື້ບາດ.


ເນື່ອງໃນໂອກາດວັນຊາດ 2 ທັນວາ ຄົບຮອບ 47 ປີ ຂໍອວຍພອນໄຊມາຍັງການນຳພັກ-ລັດ, ນຳພາປະເທດຊາດໄປສູ່ເປົ້າໝາຍທີ່ກຳນົດໄວ້ ແລະ ພັດທະນາປະເທດຊາດໃຫ້ນັບມື້ຈະເລີນຂຶ້ນ, ພວກເຮົາເອງໃນນາມຜູ້ສຳປະທານແຫຼ່ງທ່ອງທ່ຽວແຄມຂອງ ບ້ານສີຖານເໜືອ ນະຄອນຫຼວງວຽງຈັນ ກໍຈະປະຕິບັດເຮັດທຸກຢ່າງເພື່ອຂໍ່ານັບຮັບຕ້ອນວັນດັ່ງກ່າວ ໂດຍເອົາໃຈໃສ່ໃຫ້ເຂດນີ້ມີຄວາມສະອາດງາມຕາໃຫ້ປະຊາຊົນມາທ່ຽວຊົມຟຣີີ, ເມື່ອໃຈເວົ້າ, ແນວຄິດເວົ້າ, ປາກເວົ້າ ແລະ ມືຕ້ອງເຖິງແທ້.