ທົ່ວປະເທດລາວ ມີເຂດເສດຖະກິດພິເສດ ທັງໝົດ 22 ເຂດ ມີບໍລິສັດລຶງທຶນ 1.184 ບໍລິສັດ

459

ມາຮອດປັດຈຸບັນ ສປປ ລາວ ມີເຂດເສດຖະກິດພິເສດ ທີ່ໄດ້ຮັບການອະນຸມັດສ້າງຕັ້ງ ໃນຂອບເຂດທົ່ວປະເທດທັງໝົດ ຈຳນວນ 22 ເຂດ ທີ່ຕັ້ງຢູ່ 8 ແຂວງ, ມີບໍລິສັດເຂົ້າມາຈົດທະບຽນ ແລະ ລົງທຶນທັງໝົດ 1.184 ບໍລິສັດ, ມອບພັນທະເຂົ້າງົບປະມານຂອງລັດໄດ້ທັງໝົດ 809 ຕື້ກວ່າກີບ, ສົ່ງອອກສີນຄ້າ 3 ຕື້ກວ່າໂດລາສະຫະລັດ, ມີແຮງງານທັງໝົດ 61.482 ຄົນ.


ທ່ານ ສອນປະເສີດ ດາລາວົງ ຄະນະບໍລິຫານງານພັກກະຊວງແຜນການ ແລະ ການລົງທຶນ, ເລຂາໜ່ວຍພັກ ຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ໄດ້ກ່າວວ່າ: ວັນຊາດ ທີ 2 ທັນວາ 2022 ຄົບຮອບ 47 ປີ (2/12/1975 – 2/12/2022) ນີ້ ແມ່ນວັນທີ່ມີຄວາມໝາຍສຳຄັນທາງດ້ານປະຫວັດສາດຂອງຊາດລາວ ແລະ ຄົນລາວເຮົາ ເປັນ 47 ປີ ແຫ່ງການສ້າງຕັ້ງລະບອບໃໝ່ຄື: ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ເມື່ອຫວນຄືນເບິ່ງປະຫວັດສາດໃນຫຼາຍຍຸກຫຼາຍສະໄໝຜ່ານມາ, ກວ່າປະເທດຊາດບ້ານເມືອງຈະກ້າວເດີນມາໄດ້ເຖິງຈຸດນີ້ ພວກເຮົາໄດ້ຜ່ານພົ້ນ ແລະ ຜ່ານຜ່າບັນດາກະແສຟອງປະຕິວັດແຫ່ງການຕໍ່ສູ້ທີ່ລະອິດລະອ້ຽວມາຫຼາຍເຊັ່ນຄົນ ນັບແຕ່ຂະບວນຕໍ່ສູ້ເພື່ອເອກະລາດ, ອິດສະຫຼະພາບ ມາຮອດການປະຕິວັດຊາດປະຊາທິປະໄຕ ເພື່ອປົດປ່ອຍປະເທດຊາດ, ກ້າວສູ່ໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດ.


ຕະຫລອດໄລຍະ 46 ປີແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ ພາຍໃຕ້ການນຳພາຂອງ ພັກປະຊາຊົນປະຕິວັດລາວ ແລະ ລັດຖະບານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມານີ້ ແມ່ນໄດ້ເຮັດໃຫ້ປະເທດຊາດບ້ານເມືອງຂອງພວກເຮົາມີຄວາມສະຫງົບສຸກຮົ່ມເຢັນ, ລະບົບການເມືອງນັບມື້ມີສະຖຽນລະພາບໝັ້ນຄົງ. ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ສັງຄົມນັບມື້ມີຄວາມຈະເລີນຮຸ່ງເຮືອງ, ສີວິໄລ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າກໍນັບມື້ດີຂຶ້ນເທື່ອລະກ້າວ ອັນເຮັດໃຫ້ສີສັນຂອງລະບອບໃໝ່ ກໍຄື ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດດເດັ່ນ ແລະ ກ້າວເດີນໄປບົນເສັ້ນທາງອັນສະຫງ່າງາມຂອງຍຸກສະໄໝນັ້ນກໍຄື ປະເທດຊາດໄດ້ມີເອກະລາດ ແລະ ມີອະທິປະໄຕຢ່າງສົມບູນແບບ.


ສໍາລັບວຽກງານການເຂດເສດຖະກິດພິເສດກໍໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ເຊິ່ງໄດ້ສ້າງຕັ້ງຂຶ້ນໃນປີ 2003 ເປັນຕົ້ນມາ, ໂດຍລັດຖະບານໄດ້ເລີ່ມພັດທະນາເຂດເສດຖະກິດພິເສດ ສະຫວັນ-ເຊໂນເປັນເຂດທໍາອິດ ເຂດເສດຖະກິດພິເສດ ຂຽນຫຍໍ້ວ່າ “ຂສພ” ຂຽນເປັນພາສາອັງກິດ: Special Economic Zone “SEZ” ແມ່ນເຂດທີ່ມີກົນໄກຄຸ້ມຄອງບໍລິຫານສະເພາະ ເພື່ອສ້າງເງື່ອນໄຂໃຫ້ແກ່ການດຶງດູດການລົງທຶນ ທີ່ນຳໃຊ້ເຕັກໂນໂລຊີສູງ, ນຳໃຊ້ນະວັດຕະກຳ ໃນການຜະລິດກະສິກຳເປັນສິນຄ້າ, ການຜະລິດທີ່ສະອາດ, ປະຢັດຊັບພະຍາກອນທຳມະຊາດ ແລະ ພະລັງງານ ເພື່ອການພັດທະນາແບບຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ ພ້ອມທັງປະກອບສ່ວນເຂົ້າໃນການເຕີບໂຕຂອງ GDP.


ເຂດເສດຖະກິດພິເສດ ປະກອບມີ: ນິຄົມອຸດສາຫະກຳ, ເຂດພັດທະນາກະສິກຳ, ອຸດສາຫະກຳປຸງແຕ່ງເພື່ອສົ່ງອອກ, ການພັດທະນາເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ, ການບໍລິການ, ການຄ້າ, ການທ່ອງທ່ຽວ ແລະ ເຂດພັດທະນາ ຖ້າຈະເວົ້າແລ້ວວຽກງານການພັດທະນາເຂດເສດຖະກິດພິເສດຂອງພວກເຮົາທີ່ຈັດຕັ້ງປະຕິບັດຢູ່ໃນປະຈຸບັນນີ້ ເນື້ອແທ້ກໍ່ແມ່ນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ, ແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດໃນແຕ່ລະໄລຍະ ແລະ ກົດໝາຍສົ່ງເສີມການລົງທຶນ.

ມາຮອດປັດຈຸບັນ ສປປ ລາວ ມີເຂດເສດຖະກິດພິເສດ ທີ່ໄດ້ຮັບການອະນຸມັດສ້າງຕັ້ງ ໃນຂອບເຂດທົ່ວປະເທດທັງໝົດ ຈຳນວນ 22 ເຂດ ທີ່ຕັ້ງຢູ່ 8 ແຂວງຄື: ແຂວງບໍ່ແກ້ວ, ແຂວງຫຼວງນໍ້າທາ, ແຂວງຫຼວງພະບາງ, ອຸດົມໄຊ, ນະຄອນຫຼວງວຽງຈັນ, ແຂວງຄຳມ່ວນ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ, ມີບໍລິສັດເຂົ້າມາລົງທຶນທັງໝົດ 1.184 ບໍລິສັດ, ມອບພັນທະເຂົ້າງົບປະມານຂອງລັດໄດ້ທັງໝົດ 809 ຕື້ກວ່າກີບ, ສົ່ງອອກສິນຄ້າ 3 ຕື້ກວ່າໂດລາສະຫະລັດ, ມີແຮງງານທັງໝົດ 61.482 ຄົນ (ລາວ 32.059 ຄົນ ກວມເອົາ 52%, ຕ່າງປະເທດ 29.432 ຄົນ ກວມເອົາ 48%).


ໂດຍພື້ນຖານແລ້ວ ຜູ້ພັດທະນາ ຂສພ (ຫຼື ເອີ້ນວ່າ Developer) ມີຄວາມຮັບຜິດຊອບໃນການພັດທະນາລະບົບພື້ນຖານໂຄງລ່າງທີ່ຈຳເປັນ ແລະ ສະໜອງສິ່ງອໍານວຍຄວາມສະດວກທີ່ຈໍາເປັນທັງໝົດສໍາລັບການດໍາເນີນທຸລະກິດຢູ່ພາຍໃນເຂດ. ນອກຈາກນັ້ນ, ລັດຖະບານໄດ້ສ້າງຕັ້ງໜ່ວຍບໍລິການປະຕູດຽວ ພາຍໃຕ້ການຄຸ້ມຄອງຂອງ ຄະນະຄຸ້ມຄອງເຂດເສດຖະກິດພິເສດໃນແຕ່ລະແຂວງທີ່ເຂດເສດຖະກິດພິເສດຕັ້ງຢູ່ ເພື່ອອຳນວຍຄວາມສະດວກໃຫ້ແກ່ການດຳເນີນທຸລະກິດອີກດ້ວຍ. [ພາບ;ຂ່າວ: ຄຳນ້ອຍ]