ຫຼັງປິດບໍລິການໄປ 3 ປີ, ຟາມພູຕາເວັນກຽມເປີດຮັບນັກທ່ອງທ່ຽວອີກຄັ້ງ ວັນທີ 12 ທັນວານີ້

163

ຫຼັງຈາກທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ມີການລັອກດາວ ແຫຼ່ງທ່ອງທ່ຽວ ຟາມພູຕາເວັນ ນັກທ່ອງທ່ຽວ ກໍບໍ່ມີນັກທ່ອງທ່ຽວເຂົ້າມາທ່ຽວຫຼາຍ ນັບແຕ່ປີ 2020 ເປັນຕົ້ນມາ 2022 ລວມເປັນເວລາ 3 ປີ, ຫຼັງຈາກເປີດປະເທດ, ດັ່ງນັ້ນ ແຫຼ່ງທ່ອງທ່ຽວ ຟາມພູຕາເວັນ ຈຶ່ງກຽມເປີດໃຫ້ບໍລິການອີກຄັ້ງ ໃນວັນທີ 12 ທັນວາ 2022 ນີ້.

ໃນວັນທີ 1 ທັນວາ 2022 ໄດ້ມີພິທີ ຖະແຫຼງຂ່າວ ກ່ຽວກັບການເປີດ ແຫຼ່ງທ່ອງທ່ຽວຟາມພູຕາເວັນ ທີ່ເມື່ອງປາກງື່ມ ນະຄອນຫຼວງວຽງຈັນ ທີ່ມີຊາຍແດນຕິດກັບ ເມືອງທ່າພະບາດ ແຂວງບໍລິຄຳໄຊ, ໂດຍການໃຫ້ຖະແຫຼງຂອງທ່ານ ສົມສົດ ແສງອາພອນ ເຈົ້າເມືອງໆທ່າພະບາດ ແຂວງບໍລິຄຳໄຊ, ນາງ ດາລຸນນີ ດວງປະເສີດ ຜູ້ອຳນວຍການ ຟາມພູຕາເວັນ, ທ່ານ ນາງ ລາຕີ ຫຼວງຜ່ານ ຮອງຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງທ່າພະບາດ ແລະ ພະນັກງານເຂົ້າຮ່ວມ.

ທ່ານ ນາງ ດາລຸນນີ ດວງປະເສີດ ຜູ້ອຳນວຍການ ແຫຼ່ງທ່ອງທ່ຽວ ພູຕາເວັນ ກ່າວວ່າ: ແຫຼ່ງທ່ອງທ່ຽວ ພູຕາເວັນ ແມ່ນແຫຼ່ງທ່ອງທ່ຽວກະສິກຳ-ຫັດຖະກຳ ເຊິ່ງມີເນື້ອທີ່ທັງໝົດ 20 ເຮັກຕາ ໃນນັ້ນ 80% ເປັນພື້ນທີ່ກະສິກຳ. ເຊິ່ງໄດ້ເລີ່ມພັດທະນາມາແຕ່ປີ 2015 ແລະ ເປີດໃຫ້ບໍລິການຢ່າງເປັນທາງການ ໃນປີ 2017 ພໍເປີດບໍລິການຮອດທ້າຍປີ 2019 ກໍມີການລະບາດຂອງເຊື້ອພະຍາດໂຄວິດ-19 ຈຶ່ງເຮັດໃຫ້ມີການປິດການບໍລິການໄປເປັນເວລາ 3 ປີ (ແຕ່ກໍຮັບນັກທ່ອງທ່ຽວເຂົ້າມາ ແຕ່ຈຳນວນໜ້ອຍ) ດັ່ງນັ້ນຫຼັງເປີດປະເທດມານີ້ພວກເຮົາກໍໄດ້ປັບປຸງຟື້ນຟູ ແລະ ກຽມເປີດໃຫ້ບໍລິການອີກຄັ້ງໂດຍຈະເປີດທົດລອງໃນວັນທີ 12 ທັນວາ 2022 ນີ້ເປັນຕົ້ນໄປ ແລະ ຈະເປີດເປັນທາງການໃນວັນທີ 22 ທັນວາ 2022.

ທ່ານກ່າວຕື່ມວ່າ: ໃນການເປີດບໍລິຫານຄັ້ງນີ້ ແມ່ນເຮົາປັບປຸງໄດ້ແບ່ງເປັນ 6 ໂຊນຄື: 1). ໂຊນປູກຝັ່ງລ້ຽງສັດພື້ນບ້ານ ແລະ ຮ້ານອາຫານ; 2). ໂຊນບ້ານວັດທະນາທຳ; 3). ສະຫນາມຫລີ້ນກິລາ; 4). ໂຊນສວນດອກໄມ້ປ່າ; 5). ໂຊນສວນດອກໄມ້ ພູຕາເວັນ ແລະ ຊັນໄຣສ ຟາມສະເຕ່. ເຊິ່ງຈາກການບໍລິການຜ່ານມາບົດຮຽນທີ່ສາມາດຖອດຖອນໄດ້ແມ່ນການບໍລິການດ້ານອາຫານ, ທີ່ພັກຜ່ອນ, ທີ່ບໍ່ພຽງພໍ, ດອກໄມ້ ທີ່ເບັ່ງບານໃນໄລຍະສັ້ນ, ສ່ວນຫຼາຍຜູ້ທີ່ມາທ່ຽວຫຼາຍແມ່ນມາຈາກບັນດາແຂວງຫຼາຍກວ່າໝູ່ແມ່ນຊຽງຂວາງ, ໄຊສົມບູນ, ນະຄອນຫຼວງວຽງຈັນ, ບໍລິຄຳໄຊ, ສະຫວັນນະເຂດ, ຄຳມ່ວນ, ວຽງຈັນ

ທ່ານ ສົມສົດ ແສງອາພອນ ເຈົ້າເມືອງໆທ່າພະບາດ ກ່າວບາງຕອນວ່າ: ເມືອງທ່າພະບາດເປັນເມືອງທີ່ມີຊາຍແດນຕິດກັບເມືອງປາກງື່ມ ນະຄອນຫຼວງວຽງຈັນ, ເມືອງທ່າພະບາດເປັນເມືອງທີ່ມີການທ່ອງທ່ຽວຫຼາຍດ້ານເຊັ່ນ: ດ້ານວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດ ເຊິ່ງມີວັດພະບາດ ແລະ ວັດໂພນສັນ, ຕາດນໍ້າເລິກ, ຕາດຊາຍ ແລະ ອື່ນໆ ລວມທັງຟາມພູຕາເວັນແຫ່ງນີ້ ກໍຖືວ່າຂຶ້ນກັບເມືອງທ່າພະບາດພວກເຮົາ. ເຊິ່ງໄລຍະຜ່ານມາການເປີດໃຫ້ບໍລິການຟາມພູຕາເວັນນີ້ກໍເຮັດໃຫ້ບັນຍາກາດການທ່ອງທ່ອງເມືອງທ່າພະບາດມີຄວາມຄຶກຄື້ນ ຫຼັງໂຄວິດລະບາດກໍຢຸດການໃຫ້ບໍລິການ ແລະ ການຈະເປີດໃຫ້ບໍລິການອີກຄັ້ງໃນວັນທີ 12 ທັນວາ 2022 ຖືວ່າຈະເປັນອີກທ່າແຮງໜຶ່ງໃນການດຶງດູດເອົານັກທ່ອງທ່ຽວເຂົ້າມາທ່ຽວເມືອງທ່າພະບາດນັບມື້ນັບຫຼາຍຂຶ້ນ.
ທ່ານ ນາງ ລາຕີ ຫຼວງຜ່ານ ກ່າວບາງຕອນວ່າ: ຊົມເຊີຍທີ່ຟາມພູຕາເວັນທີ່ຈະໄດ້ກັບຄືນມາເປີດໃຫ້ບໍລິການອີກຄັ້ງ ຫຼັງຢຸດໃຫ້ບໍລິການຍ້ອນໂຄວິດ-19 ເຊິ່ງຈະຊ່ວຍໃນການກະຕຸ້ນການທ່ອງທ່ຽວຂອງເມືອງທ່າພະບາດ, ທັງນີ້ກໍຍັງຊ່ວຍສ້າງວຽກເຮັດງານທຳໃຫ້ກັບປະຊາຊົນ ແລະ ຊ່ວຍສ້າງລາຍຮັບໃຫ້ປະຊາຊົນທີ່ອາໄສຢູ່ອ້ອມແອ້ມແຖວນີ້.