ປະເທດປະທານ ໄດ້ຮັບໃບປະກາດສະນິຍະບັດປະລິນຍາເອກກິຕິມະສັກ ຈາກມະຫາວິທະຍາໄລຊົນເຜົ່າກວາງຊີ

56

ວັນທີ 1 ທັນວາ 2022 ມະຫາວິທະຍາໄລຊົນເຜົ່າກວາງຊີ ໄດ້ຈັດພິທີມອບໃບປະກາດສະນິຍະບັດ ປະລິນຍາເອກກິຕິມະສັກ ສາຂາພາສາ ແລະວັນນະຄະດີຕ່າງປະເທດໃຫ້ແກ່ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ ປະທານ ປະເທດ ແຫ່ງ ສປປ ລາວ ທີ່ນະຄອນຫຼວງປັກກິ່ງ ສປ ຈີນ ໂດຍມີທ່ານເຊ້ຊາງໂກ ຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລຊົນເຜົ່າກວາງຊີເປັນຜູ້ມອບໃບປະກາດດັ່ງກ່າວໃຫ້ແກ່ທ່ານທອງລຸນ ສີສຸລິດ.

ໃນເວລາຮັບເອົານາມມະຍົດດັ່ງກ່າວ, ທ່ານທອງລຸນ ສີສຸລິດ ມີຄໍາເຫັນວ່າ: ໃບປະກາດສະນິຍະບັດປະລິນຍາເອກນີ້ ຈະເປັນອີກນິມິດຫມາຍທີ່ສຳຄັນຍິ່ງ ໃຫ້ແກ່ການມາຢ້ຽມ ຢາມທາງ ລັດຖະກິດ ສປ ຈີນ ໃນຄັ້ງນີ້ ກໍຄື ໃນນາມສ່ວນຕົວຂອງຂ້າພະເຈົ້າເອງ, ເປັນການສະແດງເຖິງໃຫ້ເຫັນເຖິງໄມຕິຈິດມິດຕະພາບອັນເລິກເຊິ່ງ ແລະ ເປັນການປະກອບສ່ວນເຂົ້າໃນ ການເສີມຂະຫຍາຍສາຍພົວພັນ ຄູ່ຮ່ວມມືຍຸດທະສາດ ຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊາຕາກໍາ ລະຫວ່າງ ສອງພັກ, ສອງລັດ ກໍຄື ປະຊາຊົນສອງຊາດ ລາວ-ຈີນ ທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍ ດ້ວຍຄຸນນະພາບ ໃໝ່ຢ່າງບໍ່ຢຸດຢັ້ງ ທັງໃນລວງເລິກ ແລະ ລວງກວ້າງ.

ທ່ານ ມີຄຊາ ເຫັນຕື່ມວ່າ, ມະຫາວິທະຍາໄລຊົນເຜົ່າກວາງຊີ ເປັນມະຫາວິທະຍາໄລທີ່ເກົ່າແກ່, ມີຊື່ສຽງ ແລະ ມີປະຫວັດຄວາມເປັນມາຢ່າງຍາວນານແຫ່ງໜຶ່ງຂອງ ສປ ຈີນ, ເປັນສະຖາບັນການສຶກສາສຳຄັນ ທີ່ໄດ້ກໍ່ສ້າງຊັບພະຍາກອນມະນຸດທີ່ມີຄວາມຮູ້ຄວາມສາມາດ ແລະ ມີວິໄສທັດອັນກວ້າງໄກ ຫຼາຍຮຸ່ນຄົນມາແລ້ວ. ນອກຈາກນີ້, ມະຫາວິທະຍາໄລຊົນເຜົ່າຊົນກວາງຊີ ຍັງມີການຮ່ວມມືຢ່າງກວ້າງຂວາງກັບ ສປປ ລາວ ບໍ່ວ່າຈະເປັນການຮ່ວມມືທາງດ້ານວິຊາການ, ການແລກປ່ຽນການຮຽນ-ການສອນ ແລະ ການສະໜັບສະໜູນການພັດທະນາຊັບພະຍາກອນມະນຸດ ກັບ ມະຫາວິທະຍາໄລຂອງລາວ ໂດຍສະເພາະແມ່ນໄດ້ສ້າງຕັ້ງສະຖາບັນຂົງຈື້ ຢູ່ ລາວ (ໃນປີ 2007). ຂ້າພະເຈົ້າ ຫວັງເປັນຢ່າງຍິ່ງວ່າ ມະຫາວິທະຍາໄລຊົນເຜົ່າກວາງຊີ ຈະສືບຕໍ່ເພີ່ມທະວີໃຫ້ການຮ່ວມມືກັບສະຖາບັນການສຶກສາຂອງ ສປປ ລາວ ເພື່ອຊ່ວຍຍົກສູງຄຸນນະພາບ ການຮຽນ, ການສອນ ແລະ ການຄົ້ນຄວ້າວິໄຈຕ່າງໆ ໃຫ້ໄດ້ຕາມມາດຕະຖານສາກົນ ເທື່ອລະກ້າວ.

ທ່ານ ນາງ ນາລີ ສີສຸລິດ ພັນລະຍາຂອງທ່ານທອງລຸນ ສີສຸລິດ, ທ່ານຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ປ້ອງກັນປະເທດ, ທ່ານສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງ ຮອງນາຍົກ ລັດຖະມົນຕີ, ທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ຫົວຫນ້າຄະນະຈັດຕັ້ງສູນກາງພັກ, ທ່ານ ສະເຫຼີມໄຊ ກົມມະສິດ ກຳມະການ ກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ການຕ່າງປະເທດ ແລະທ່ານ ຫຼີວຈ້ຽນຊາວ ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດຈີນ, ພ້ອມດ້ວຍຜູ້ຮັບຜິດຊອບ ຂອງກະຊວງສຶກສາທິການຈີນ ແລະ ມະຫາວິທະຍາໄລຊົນເຜົ່າກວາງຊີໄດ້ເຂົ້າຮ່ວມພິທີດັ່ງກ່າວ.

ມະຫາວິທະຍາໄລຊົນເຜົ່າກວາງຊີໄດ້ເສີມຂະຫຍາຍທ່າແຮງທີ່ເປີດປະຕູສູ່ບັນດາປະເທດສະມາຊິກອາຊຽນ, ໄດ້ມີ ການແລກປ່ຽນ ແລະຮ່ວມມືກັບມະຫາວິທະຍາໄລແລະອົງການຈັດຕັ້ງການສຶກສາຕ່າງໆ ທັງໝົດ 176 ແຫ່ງຂອງ 22 ປະເທດ ແລະ ເຂດແຄວ້ນໃນທົ່ວໂລກ, ນັບມາຮອດປັດຈຸບັນ ໄດ້ຮັບນັກສຶກສາຕ່າງປະເທດຈາກ 82 ປະເທດ ແລະເຂດແຄວ້ນ ຈຳນວນຫຼາຍກວ່າ 22.000 ກວ່າຄົນ ແລະໄດ້ສົ່ງນັກສຶກສາຈີນຫຼາຍກວ່າ 18.000 ຄົນໄປຮຽນຢູ່ປະເທດ ຕ່າງໆໃນທົ່ວໂລກ.