ຈາກໂຮງສີເຂົ້າແບບຄອບຄົວ ສູ່ທຸລະກິດໂຮງສີທັນສະໄໝຜະລິດໄດ້ມື້ລະ10 ໂຕ່ນ

109

ທຸກໆຢ່າງສາມາດເຕີບໂຕໄດ້ຖ້າເຮົາມີຄວາມມຸ່ງໝັ້ນພັດທະນາບໍ່ຢຸດ ແລະສຶກສາໄປເລື້ອຍໆຕາມກົນໄກຕະຫຼາດ, ການຂະຫຍາຍຕົວທາງເສດຖະກິດ ດັ່ງນັກທຸລະກິດທ່ານນີ້ ກິດຈະການຂອງເພິ່ນກໍ່ເລີ່ມຈາກສິ່ງນ້ອຍໆ ແລະກາຍເປັນໂຮງສີທັນສະໄໝໄດ້ໃນມື້ນີ້ ແລະຍັງກາຍເປັນຕະຫຼາດຮັບຊື້ເຂົ້າທີ່ຊ່ວຍຊາວນາມີລາຍຮັບອີກຊ່ອງທາງໜຶ່ງ.

No photo description available.
ໂຮງສີເຂົ້າບຸນມີໄດ້້ຮັບການສ້າງຕັ້ງຂຶ້ນໃນປີ 1995 ໃນເບື້ອງຕົ້ນເປັນໂຮງສີເຂົ້າຂະໜາດນ້ອຍທີ່ຮັບໃຊ້ສີເຂົ້າບໍລິການທົ່ວໄປ ປັດຈຸບັນໂຮງສີເຂົ້າແຫ່ງນີ້ກາຍເປັນໂຮງສີເຂົ້າຂະໜາດໃຫຍ່ ແລະ ທັນສະໄໝ ມີຄວາມສາມາດສີເຂົ້າໄດ້ເຖິງ 10 ໂຕນເຂົ້າສານ ໃນນີ້ປະມານ 95% ແມ່ນເຂົ້າຈ້າວ ແລະ ອີກ 5% ເປັນເຂົ້າໜຽວ ພ້ອມນັ້ນຍັງຮັບຊື້ເຂົ້າເປືອກຈາກຊາວກະສິກອນພາຍໃນເມືອງໜອງບົກ ແຂວງຄໍາມ່ວນ.

May be an image of indoor
ທ່ານ ບຸນມີ ຄໍາມະນີວົງ ເຈົ້າຂອງໂຮງສີເຂົ້າບຸນມີໃຫ້ສໍາພາດອາທິດຜ່ານມາວ່າ:ໂຮງສີເຂົ້າບຸນມີຕັ້ງຢູ່ບ້ານດົງຂວາງ ເມືອງໜອງບົກ ແຂວງຄໍາມ່ວນ ເຊິ່ງໂຮງສີເຂົ້າແຫ່ງນີ້ສ້າງຕັ້ງຂຶ້ນໃນປີ 1995 ເປັນໂຮງສີຂະໜາດນ້ອຍ ມີຄວາມສາມາດສີເຂົ້າໄດ້ສະເລ່ຍ 2 ໂຕນຕໍ່ມື້ ພ້ອມນັ້ນໄດ້ມີການປັບປຸງ ແລະ ພັດທະນາ ເພື່ອຍົກກໍາລັງການຜະລິດໃຫ້ສູງຂຶ້ນ ມີຄວາມວ່ອງໄວ ແລະ ທັນສະໄໝ ມາຮອດປີ 2018 ໄດ້ຈັດຊື້ໂຮງອົບເຂົ້າເປືອກເຂົ້າເພີ່ມ ເຊິ່ງມາຮອດປັດຈຸບັນໂຮງສີເຂົ້າມີກໍາລັງການຜະລິດສະເລ່ຍ 10 ໂຕນເຂົ້າສານຕໍ່ມື້ ໃນນີ້ແມ່ນເນັ້ນການສີເຂົ້າຈ້າວເປັນຕົ້ນຕໍ.

No photo description available.

ພ້ອມນັ້ນຍັງຮັບຊື້ເຂົ້າເປືອກຈາກຊາວກະສິກອນ ແລະ ພໍ່ຄ້າຄົນກາງເປັນຈໍານວນຫຼາຍສະເລ່ຍປະມານ 3000-4000 ໂຕນ ສະເພາະປີ 2022 ນີ້ຮັບຊື້ເຂົ້າເປືອກໄດ້ແລ້ວປະມານ 2000 ໂຕນ ແລະ ຍັງຮັບຊື້ຕະຫຼອດ ເຊິ່ງຊາວກະສິກອນ ຫຼື ພໍ່ຄ້າຄົນກາງສາມາດນໍາມາຈໍາໜ່າຍໃຫ້ກັບໂຮງສີ ເຂົ້າຈ້າວເປືອກຮັບຊື້ລາຄາ 76.000 ກີບຕໍ່ໜຶ່ງໝື່ນ ເຂົ້າໜຽວເປືອກຮັບຊື້ 65.000 ກີບຕໍ່ໜຶ່ງໝື່ນ.

No photo description available.
ສໍາລັບຕະຫຼາດຈໍາໜ່າຍແມ່ນຈໍາໜ່າຍພາຍໃນແຂວງຄໍາມ່ວນ ສ່ວນໃຫຍ່ປະມານ 95% ແມ່ນປະເພດເຂົ້າຈ້າວຫອມ ຊະນິດພິເສດ ຜ່ານຂະບວນການແປຮູບດ້ວຍເຕັກໂນໂລຊີທີ່ທັນສະໄໝ ມີກາໝາຍສິນຄ້າເດັກອຸ້ມເຂົ້າ ປະກອບມີຂະໜາດບັນຈຸ 1 ກິໂລກຼາມ 5 ກິໂລກຼາມ 10 ກິໂລກຼາມ ແລະ 50 ກິໂລກຼາມ ສະເລ່ຍສາມາດຈໍາໜ່າຍເຂົ້າສານຈ້າວໄດ້ປະມານ 170-200 ໂຕນຕໍ່ເດືອນ ສ່ວນເຂົ້າໜຽວພາຍຫຼັງທີ່ຮັບໃຊ້ແລ້ວໄດ້ຈັດສົ່ງໄປຍັງສາຂານະຄອນຫຼວງວຽງຈັນ.

May be an image of 3 people and indoor
ທ່ານ ບຸນມີ ຄໍາມະນີວົງ ໃຫ້ຮູ້ຕື່ມອີກວ່າ:ຜ່ານການປະກອບທຸລະກິດໂຮງສີເຂົ້າຕະຫຼອດໄລຍະຜ່ານມາ ມີຄວາມສະດວກສະບາຍ ເນື່ອງຈາກວ່າເມືອງໝອງບົກເປັນເມືອງທີ່ມີຄວາມອຸດົມສົມບູນ ເປັນເມືອງກະສິກໍາ ແລະ ມີແຫຼ່ງເຂົ້າຢູ່ພາຍໃນເມືອງຂອງຕົນເອງ ໂດຍໃນຕໍ່ໜ້າມີແຜນຈະຍົກລະດັບການສີເຂົ້າໃຫ້ມີຄວາມວ່ອງໄວຂຶ້ນຕື່ມ ພ້ອມທັງເພີ່ມກໍາລັງການຜະລິດໃຫ້ສູງຂຶ້ນ ສ້າງໃຫ້ກາຍເປັນໂຮງສີທີ່ມີຄວາມທັນສະໄໝ ຄົບວົງຈອນ ແລະ ອື່ນໆ.
Cr: vientianeMai