ການຄ້າສະຫວັນນະເຂດ ທຳລາຍສິນຄ້າເສື່ອມຄຸນ, ລອກຮຽນແບບ, ສິນຄ້າລະເມີດເຄື່ອງໝາຍການຄ້າ ຫຼາຍລາຍການ

39

ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງສະຫວັນນະເຂດ ຈັດພິທີທໍາລາຍສິນຄ້າ ເສື່ອມຄຸນເສຍຄຸນໝົດອາຍຸ, ສິນຄ້າລອກຮຽນແບບ ແລະ ສິນຄ້າລະເມີດເຄື່ອງໝາຍການຄ້າທີ່ຜິດ ຕໍ່ລະບຽບກົດໝາຍຈໍານວນໜຶ່ງ ຂຶ້ນວັນທີ 29 ພະຈິກ 2022 ຢູ່ທີ່ສະໜາມກໍາຈັດຂີ້ເຫຍື້ອ ບ້ານຊອກນະຄອນໄກສອນ ພົມວິຫານ ໂດຍການເຂົ້າຮ່ວມຂອງ ທ່ານ ວັນແສງ ແກ້ວບຸນພັນ ວ່າການ ຫົວໜ້າພະແນກ ອຄ ແຂວງ, ມີທ່ານ ສົມຊາຍ ນົງລາດ ຮອງຫົວໜ້າກົມການຄ້າພາຍໃນ, ມີຫ້ອງການ ອຄ 14 ເມືອງ, 1 ນະຄອນ ພ້ອມດ້ວຍພະແນກການອ້ອມຂ້າງແຂວງ ແລະ ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ແກ້ວອຸດອນ ສິດທິຊົນ ຫົວໜ້າອົງການປະຕິບັດວຽກງານກວດກາການຄ້າຂັ້ນ ແຂວງ ພະແນກ ອຄ ແຂວງ ໄດ້ ລາຍງານວ່າ: ສຳລັບສິນຄ້າທີ່ນຳມາທຳລາຍຖິ້ມໃນພິທີຄັ້ງນີ້ປະກອບມີ: ສິນຄ້າເສື່ອມຄຸນເສຍຄຸນໝົດອາຍຸ ປະເພດບໍລິໂພກ: ເຂົ້າໜົມລວມ 99 ກັບ, ນົມຜົງ 23 ກ່ອງ, ກາເຟ 60 ກັບ, ນົມຂຸ້ນຫວານ 10 ກັບ, ນໍ້າອັດລົມ 13 ແກັດ, ສິນ ຄ້ານໍາເຂົ້າ-ຈໍາໜ່າຍບໍ່ຜ່ານ ອ.ຢ: ສະບູ່ລວມ 327 ແພັກ, ຄຣີມ ທາຜິວລວມ 418 ກັບ, ສິນຄ້າ ປະເພດຢາສູບນອກລະບົບ 863 ຊອງ, ຢາສູບໄຟຟ້າ 51 ອັນ, ສິນຄ້ານໍາເຂົ້າ-ຈໍາໜ່າຍບໍ່ໄດ້ຮັບ ອະນຸຍາດ: ຈານດາວທຽມ+ອຸປະກອນ 602 ຊຸດ, ສິນຄ້າປອມ ແປງລອກຮຽນແບບ: ນໍ້າມັນ ເຄື່ອງ+ນໍ້າມັນເກຍກາຊ້າງ 181 ຕຸກ, ອຸປະກອນອາໄຫຼ່ຄູໂບຕ້າ 56 ລາຍການ ແລະ ສິນຄ້າລະເມີດ ເຄື່ອງໝາຍການຄ້າອາໄຫຼ່ຄູໂບ ຕ້າອີກຈຳນວນ 17 ລາຍການ.

ສຳລັບການທຳລາຍ ບາງສ່ວນຈະໃຊ້ວິທີເອົາດິນກົບຝັງ, ບາງສ່ວນກໍຈະໃຊ້ວິທີຈູດ, ບາງສ່ວນຈະເອົາໄປລີໄຊເຄີ້ນ (ນໍ້າມັນ ເຄື່ອງ, ກະຕຸກຢາງ ເພື່ອຫຼຸດຜ່ອນການທໍາລາຍສິ່ງແວວລ້ອມ) ແລະ ບາງສ່ວນທີ່ຍັງໃຊ້ໄດ້ກໍຈະເອົາໄປປະກອບສ່ວນໃຫ້ບັນດາໂຮງຮຽນການຊ່າງຂອງແຂວງ ເພື່ອເປັນອຸປະກອນໃນການ ຮຽນ-ການສອນຕົວຈິງ.

ທ່ານ ແກ້ວອຸດອນ ສິດທິຊົນ ໃຫ້ຮູ້ຕື່ມວ່າ: ການທຳລາຍສິນຄ້າຄັ້ງນີ້ ແມ່ນປະຕິບັດຕາມທິດຊີ້ນໍາຂອງຫົວໜ້າພະແນກ ອຄ ແຂວງ ກໍຄືກົດໝາຍ ວ່າດ້ວຍປົກປ້ອງຜູ້ຊົມໃຊ້, ດໍາລັດ ວ່າດ້ວຍການກວດກາການຄ້າ, ຂໍ້ຕົກລົງຂອງລັດຖະມົນຕີວ່າ ການກະຊວງອຸດສາຫະກໍາ ແລະ ການຄ້າ ວ່າດ້ວຍມາດຕະການ ຄວບຄຸມການນໍາເຂົ້າ, ຜະລິດ, ຈໍາ ໜ່າຍຜະລິດຕະພັນຢາສູບ ແລະ ຜະລິດຕະພັນ ທີ່ຄ້າຍຄືຢາສູບ ຢູ່ ສປປ ລາວ ເພື່ອເປັນການກວດກາ ສະກັດກັ້ນການນໍາເຂົ້າ-ຈໍາໜ່າຍສິນຄ້າທີ່ບໍ່ມີຄຸນະພາບ, ສິນຄ້າເສື່ອມຄຸນເສຍຄຸນໝົດອາຍຸທີ່ສົ່ງ ຜົນກະທົບໂດຍກົງຕໍ່ຊີວິດ, ສຸຂະພາບ, ຊັບສິນ, ສິດ, ຜົນປະໂຫຍດ ຂອງຜູ້ຊົມໃຊ້, ພໍ່ແມ່ປະຊາຊົນ ແລະສິ່ງແວວລ້ອມ, ບັນດາສິນຄ້າ ປອມແປງ ລອກຮຽນແບບ, ສິນຄ້າ ລະເມີດເຄື່ອງໝາຍການຄ້າ ເຊິ່ງ ຜິດຕໍ່ລະບຽບກົດໝາຍ, ລະບຽບການວາງອອກ ແລະ ເພື່ອເປັນການ ກະຕຸກຊຸກຍູ້ສົ່ງເສີມການລົງທືນ ພາຍໃນ, ຕ່າງປະເທດທີ່ດໍາເນີນ ທຸລະກິດຖືກຕ້ອງ, ມີການແຂ່ງຂັນຢ່າງເທົ່າທຽມ ແລະຮັບປະກັນ ໄດ້ການເກັບລາຍຮັບເຂົ້າງົບປະມານ.

ຂ່າວ: ສະຫວັນພັດທະນາ