ເປີດຫ້ອງການແຜນງານບີຄວາ ໄລຍະທີ 2 ເປັນບ່ອນປະສານງານ ເສີມສ້າງຂີດຄວາມສາມາດໃຫ້ແກ່ວິທະຍາໄລຄູ

61

ເພື່ອຄວາມສະດວກໃນການປະສານວຽກງານສ້າງຂີດຄວາມສາມາດໃຫ້ແກ່ວິທະຍາໄລຄູ ໃຫ້ການປະຕິບັດວຽກງານການພັດທະນາວິຊາຊີບຄູແບບຕໍ່ເນື່ອງ, ວັນທີ 29 ພະຈິກ 2022 ຜ່ານມາ ໄດ້ເປີດຫ້ອງການຂອງແຜນງານບີຄວາ ໄລຍະທີ 2 ຢູ່ທີ່ວິທະຍາໄລຄູສະຫວັນນະເຂດ ເພື່ອຮັບປະກັນໃຫ້ການປະສານງານກັນ ລະຫວ່າງ ກົມສ້າງຄູ ແລະ ລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ໃນວຽກງານການເສີມສ້າງຂີດຄວາມສາມາດໃຫ້ແກ່ວິທະຍາໄລຄູ ໂດຍການເຂົ້າຮ່ວມຂອງ ທ່ານ ເກດ ພັນລັກ, ຫົວໜ້າກົມສ້າງຄູ, ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ຣີເບັກກ້າ ແມັກຮິວ, ຫົວໜ້າທີມຂອງແຜນງານບີຄວາ, ທ່ານ ລັດສະໝີ ພະໄຊສີ, ຜູ້ອຳນວຍການວິທະຍາໄລຄູສະຫວັນນະເຂດ ແລະ ບຸກຄະລາກອນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຈຸດສຸມຂອງແຜນງານບີຄວາ ໃນໄລຍະທີ 2 ແມ່ນເພື່ອປັບປຸງຄຸນນະພາບຂອງການສອນໃນຊັ້ນປະຖົມ, ເປົ້າໝາຍຂອງແຜນງານ ແມ່ນ “ໃຫ້ເດັກຍິງ ແລະ ເດັກຊາຍ ໃນເກນອາຍຸເຂົ້າຮຽນຊັ້ນປະຖົມທຸກຄົນ ໂດຍສະເພາະແມ່ນເດັກດ້ອຍໂອກາດ ໃຫ້ມີຜົນການຮຽນທີ່ດີຂຶ້ນ ເຊິ່ງເນັ້ນໃສ່ນັກຮຽນທີ່ດ້ອຍໂອກາດ, ສົ່ງເສີມບັນຫາຄວາມສະເໝີພາບຍິງ-ຊາຍ, ການຍົກສູງບົດບາດຂອງຄົນພິການ ແລະ ການມີສ່ວນຮ່ວມຂອງທຸກຄົນໃນສັງຄົມ.

ທ່ານ ເກດ ພັນລັກ ໄດ້ກ່າວວ່າ “ການສ້າງຕັ້ງຫ້ອງການຂອງແຜນງານບີຄວາ ໄລຍະທີ 2 ຢູ່ໃນວິທະຍາໄລຄູ ເປົ້າໝາຍແມ່ນເພື່ອຮັບປະກັນໃຫ້ການປະສານງານກັນ ລະຫວ່າງກົມສ້າງຄູ ແລະ ລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ໃຫ້ມີປະສິດທິພາບ ແລະ ສະດວກຂຶ້ນ ເຊິ່ງລັດຖະບານອົດສະຕຣາລີ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະໃຫ້ການສະໜັບສະໜູນເພື່ອປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດການເຂົ້າເຖິງການພັດທະນາວິຊາຊີບຄູແບບຕໍ່ເນື່ອງຢູ່ໃນ ສປປ ລາວ ໃຫ້ດີຂຶ້ນ. ສະນັ້ນ, ກົມສ້າງຄູ ຈະເຮັດວຽກຮ່ວມກັນກັບແຜນງານບີຄວາ ເພື່ອຮັບປະກັນວ່າ ວິໄສທັດດັ່ງກ່າວນີ້ ຈະຖືກຮັບຮູ້ຢ່າງກວ້າງຂວາງ ແລະ ເພື່ອຮັບປະກັນໃຫ້ຄູສອນສາມາດປັບປຸງຮູບແບບການສອນ ແລະ ການປະຕິບັດໜ້າທີ່ຂອງຕົນຢູ່ໃນຫ້ອງຮຽນ ໄດ້ຢ່າງມີປະສິດທິພາບ.

ທ່ານ ນາງ ຣີເບັກກ້າ ແມັກຮິວ ກ່າວວ່າ: ລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ໄດ້ສຸມໃສ່ການປະຕິບັດການ ເພື່ອຮັບປະກັນວ່າຄູປະຖົມມີຂີດຄວາມສາມາດທີ່ເພີ່ມຂຶ້ນ ເພື່ອໃຫ້ສາມາດຕອບສະໜອງຄວາມຕ້ອງການດ້ານການຮຽນຮູ້ຂອງນັກຮຽນໄດ້ດີຂຶ້ນໄດ້. ແຜນງານບີຄວາ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະປະຕິບັດວຽກຮ່ວມກັບກົມສ້າງຄູ ແລະ ວິທະຍາໄລສ້າງຄູ ເປົ້າໝາຍຂອງພວກເຮົາ ເພື່ອທຳການເສີມສ້າງຂີດຄວາມສາມາດຂອງພະນັກງານທີ່ກ່ຽວຂ້ອງໃຫ້ປະຕິບັດບັນດາກິດຈະກຳ ແລະ ໃຫ້ການສະໜັບສະໜູນການພັດທະນາວິຊາຊີບຄູ ໄດ້ຢ່າງມີຄຸນນະພາບ. ທັງນີ້, ໃນໄລຍະທີ 2 ຂອງແຜນງານ ແມ່ນຈະສຸມໃສ່ ປັບປຸງຄຸນນະພາບການສອນ ແລະ ພວກເຮົາ ດີໃຈຫຼາຍ ທີ່ສາມາດເຮັດວຽກໂດຍກົງກັບວິທະຍາໄລຄູ ເພື່ອສະໜັບສະໜູນການປັບປຸງ ແລະ ບັນດາໂຄງການລິເລີ່ມທີ່ສຳຄັນຫຼາຍ ໃນຂົງເຂດນີ້.”

ແຜນງານບີຄວາ ໄລຍະທີ 2 ນີ້ ຈະເຮັດວຽກໂດຍກົງກັບວິທະຍາໄລສ້າງຄູ ເປົ້າໝາຍທັງສາມແຫ່ງ (ສະຫວັນນະເຂດ, ຫຼວງນ້ຳທາ ແລະ ຄັງໄຂ), ພະແນກສຶກສາທິການ ແລະ ກິລາແຂວງ ເປົ້າໝາຍ 7 ແຂວງ (ພະແນກສຶກສາທິການ ແລະ ກິລາຫຼວງນໍ້າທາ, ບໍ່ແກ້ວ, ຜົ້ງສາລີ, ຊຽງຂວາງ, ຫົວພັນ, ສະຫວັນນະເຂດ ແລະ ຄໍ່າມ່ວນ) ແລະ 30 ເມືອງເປົ້າໝາຍ ຢູ່ພາຍໃນແຂວງເຫຼົ່ານີ້.