ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຢ້ຽມຢາມ ແລະ ພົບປະກັບ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປ ຈີນ

171

ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ-ລັດຖະບານລາວ ໄດ້ເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ ແຕ່ວັນທີ 29 ພະຈິກ ຫາ 1 ທັນວາ 2022. ພິທີຕ້ອນຮັບຢ່າງເປັນທາງການ ຈັດຂຶ້ນຢ່າງສົມກຽດໃນວັນທີ 30 ພະຈິກ 2022 ທີ່ ຫໍສະພາປະຊາຊົນຈີນ, ນະຄອນຫລວງປັກກິ່ງ ໂດຍມີການນຳຂັ້ນສູງຂອງ ສອງພັກ, ສອງລັດ ເຂົ້າຮ່ວມ.

ພາຍຫລັງພິທີຕ້ອນຮັບຢ່າງເປັນທາງການ, ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ພົບປະສອງຝ່າຍຢ່າງເປັນທາງການກັບ ສະຫາຍເລຂາທິການໃຫຍ່, ປະທານປະເທດ ສີຈິ້ນຜິງ, ສອງຝ່າຍຕ່າງກໍໄດ້ແຈ້ງໃຫ້ກັນຊາບກ່ຽວກັບຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XI ຂອງ ພັກປະຊາຊົນປະຕິວັດລາວ ແລະຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XX ຂອງພັກກອມມູນິດຈີນ ແລະ ຕ່າງຝ່າຍຕ່າງມີຄວາມປິຕິຊົມຊື່ນ ແລະ ຕີລາຄາສູງຕໍ່ໝາກຜົນຂອງພາລະກິດກໍ່ສ້າງສັງຄົມນິຍົມທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ ພ້ອມກັນຍາດມາໄດ້ໃນໄລຍະຜ່ານມາ.

ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ ສູນກາງພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ຂອງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ເຊິ່ງເປັນເຫດການການເມືອງທີ່ສຳຄັນ ໃນປະຫວັດສາດຍຸກໃໝ່ຂອງພັກ ແລະ ປະຊາຊົນຈີນອ້າຍນ້ອງ ແລະ ເປັນຂີດໝາຍໃໝ່ແຫ່ງການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງຂອງພັກກອມມູນິດຈີນ, ສະແດງໃຫ້ເຫັນເຖິງຄວາມເປັນເອກະພາບ, ຄວາມຕັດສິນໃຈອັນສູງສົ່ງຂອງທົ່ວພັກ ເພື່ອສືບຕໍ່ແບກຫາບພາລະກຳປະຫວັດສາດໃນການສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກສະໄໝໃໝ່ ໃຫ້ປະກົດຜົນເປັນຈິງຕາມຄາດໝາຍທີ່ວາງໄວ້, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຊົມເຊີຍຢ່າງຈິງໃຈຕໍ່ ສະຫາຍ ສີຈິ້ນຜິງ ທີ່ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກສະໄໝທີ XX ແລະ ໄດ້ຕີລາຄາສູງ ຕໍ່ບົດບາດການນໍາພາອັນສະຫລາດສ່ອງໃສ ຂອງພັກກອມມູນິດຈີນ ທີ່ມີ ສະຫາຍເລຂາທິການໃຫຍ່ ສີ ຈິ້ນຜິງ ເປັນແກນກາງ ກໍຄື ແນວຄິດ ສີຈິ້ນຜິງ ວ່າດ້ວຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໃນຍຸກສະໄໝໃໝ່ ແລະ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການ ນໍາພາ-ຊີ້ນຳ ອັນເຂັ້ມແຂງຂອງສູນກາງພັກກອມມູນິດຈີນ ທີ່ມີສະຫາຍສີ ຈິ້ນຜິງ ສືບຕໍ່ເປັນແກນກາງ, ປະຊາຊົນຈີນອ້າຍນ້ອງຈະສາມາດບັນລຸຜົນສໍາເລັດຮອບດ້ານ, ໃຫຍ່ຫລວງ ແລະ ໜັກແໜ້ນໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີXX ກໍຄື ບັນລຸເປົ້າໝາຍ “100 ປີເຫດການທີສອງ” ໃນການສ້າງປະເທດຈີນ ໃຫ້ເປັນປະເທດສັງຄົມນິຍົມທີ່ທັນສະໄໝເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ປະຊາທິປະໄຕ, ສີວິໄລ, ກົມກຽວປອງດອງ ແລະ ສວຍງາມຢ່າງແນ່ນອນ.

ສະຫາຍ ທອງລຸນ ສີສຸລິດ ໄດ້ຢືນຢັນຄືນເຖິງທັດສະນະສະເໝີຕົ້ນສະເໝີປາຍ ໃນການເສີມຂະຫຍາຍມິດ ຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ຕາມທິດ 4 ດີ ແລະ ການສ້າງເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ ທີ່ພວມນໍາເອົາຜົນປະໂຫຍດຕົວຈິງ ມາສູ່ແກ່ປະຊາຊົນທັງສອງປະເທດ, ທັງໄດ້ສະແດງຄວາມຂອບໃຈຕໍ່ຝ່າຍຈີນ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອອັນໃຫຍ່ຫລວງ ໃຫ້ແກ່ພາລະກິດຕໍ່ສູ້ເພື່ອເອກະລາດແຫ່ງຊາດໃນເມື່ອກ່ອນ ກໍຄື ພາລະກິດສ້າງສາພັດທະນາປະເທດຊາດໃນປັດຈຸບັນ ຂອງປະຊາຊົນລາວ, ລວມທັງການຊ່ວຍ ສປປ ລາວ ຮັບມືກັບການລະບາດຂອງ ພະຍາດໂຄວິດ-19 ໃນໄລຍະ 3 ປີຜ່ານມາ.

ສະຫາຍ ສີຈິ້ນຜິງ ໄດ້ແຈ້ງໃຫ້ຝ່າຍລາວຊາບ ກ່ຽວກັບບົດຮຽນໃນການກໍ່ສ້າງພັກ, ບົດຮຽນທາງດ້ານທິດສະດີ ແລະ ພຶດຕິກໍາຕົວຈິງ ຂອງພັກກອມມູນິດຈີນ ໃນການຊີ້ນໍາ-ນໍາພາ ລັດຖະບານ ແລະ ປະຊາຊົນຈີນ ໃນພາລະກິດກໍ່ສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໃນຍຸກໃໝ່ ແລະ ໄດ້ແລກປ່ຽນທັດສະນະກ່ຽວກັບບາງບັນຫາພາກພື້ນ ແລະ ສາກົນ ທີ່ພົ້ນເດັ່ນຈໍານວນໜຶ່ງ. ພ້ອມນີ້, ສະຫາຍ ໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາ ຂອງພັກ ປປ ລາວ ທີ່ມີ ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ເປັນຜູ້ນໍາໜ້າ, ປະຊາຊົນລາວບັນດາເຜົ່າ ຈະສາມາດບັນລຸໄດ້ ບັນດາເປົ້າໝາຍທີ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໄດ້ກຳນົດອອກຢ່າງມີໄຊ, ຊຸກຍູ້ພາລະກິດການສ້າງສາພັດທະນາປະເທດຊາດໃນໄລຍະໃໝ່ ຕາມເສັ້ນທາງສັງຄົມນິຍົມ ໃຫ້ມີບາດກ້າວໃໝ່ ແລະ ຍາດໄດ້ຜົນສຳເລັດໃໝ່ທີ່ໃຫຍ່ຫລວງກວ່າເກົ່າຢ່າງບໍ່ຢຸດຢັ້ງ.

ການພົບປະຄັ້ງນີ້, ສອງຝ່າຍໄດ້ເປັນເອກະພາບກັນຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການສ້າງເປັນ ຄູ່ຮ່ວມຊະຕາກໍາ ລາວ-ຈີນ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ໜັກແໜ້ນ ເຖິງແມ່ນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19, ແຕ່ສອງຝ່າຍກໍໄດ້ຮັກສາກົນໄກການພົວພັນ, ປະສານສົມທົບ ແລະ ສະໜັບສະໜູນທາງດ້ານການເມືອງເຊິ່ງກັນ ແລະ ກັນ ຢ່າງແໜ້ນແຟ້ນ ເຊິ່ງກາຍເປັນທິດນໍາ ໃນການຊຸກຍູ້ໃຫ້ຂະແໜງການຕ່າງໆຂອງສອງຝ່າຍ ມີການຮ່ວມມືນໍາກັນຢ່າງເປັນປົກກະຕິ, ສືບຕໍ່ເກີດດອກອອກຜົນ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ.

ການນໍາສູງສຸດ ສອງພັກ, ສອງລັດ ລາວ-ຈີນ ໄດ້ເຫັນດີເປັນເອກະພາບກັນໃນການກໍານົດທິດນໍາ ພ້ອມກັນລົງເລິກການສ້າງເປັນຄູ່ຮ່ວມຊະຕາກຳລາວ-ຈີນ ຕື່ມອີກບາດກ້າວໜຶ່ງ, ສອງຝ່າຍໄດ້ເນັ້ນໜັກວ່າ: ຈະສືບຕໍ່ອີງຕາມທິດນຳ “ໝັ້ນຄົງຍາວນານ, ໄມຕີຈິດຖານບ້ານໃກ້ເຮືອນຄຽງ, ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ຮ່ວມມືຮອບດ້ານ” ແລະ ບົນຈິດໃຈ “ບ້ານໃກ້ເຮືອນຄຽງທີ່ດີ, ໝູ່ເພື່ອນທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ” ສືບຕໍ່ຢຶດໝັ້ນການເຄົາລົບ ແລະ ໄວ້ເນື້ອເຊື່ອໃຈກັນທາງດ້ານການເມືອງ, ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດທາງດ້ານເສດຖະກິດ, ພ້ອມກັນປົກປ້ອງ ແລະ ຊ່ວຍເຫລືອກັນທາງດ້ານຄວາມໝັ້ນຄົງປອດໄພ, ຮັບຮູ້ເຂົ້າໃຈກັນ ແລະ ສະໜິດສະໜົມກັນທາງດ້ານວັດທະນະທຳ-ສັງຄົມ, ຢູ່ຮ່ວມກັນ ແລະ ພ້ອມກັນແກ້ໄຂບັນຫາທາງດ້ານລະບົບນິເວດ; ສອງຝ່າຍ ເຫັນດີຈະສືບຕໍ່ຮັກສາການພົວພັນທາງດ້ານການເມືອງ ທີ່ດີຢູ່ແລ້ວໃຫ້ດີຂຶ້ນໄປເລື້ອຍໆ, ຮ່ວມມືກັນແລກປ່ຽນບົດຮຽນໃນດ້ານທິດສະດີ, ວຽກງານກໍ່ສ້າງພັກ-ພະນັກງານ, ການປົກຄອງລັດ-ບໍລິຫານປະເທດໃຫ້ແໜ້ນແຟ້ນກວ່າເກົ່າ. ພ້ອມດຽວກັນນັ້ນ, ກໍຈະຊຸກຍູ້ການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນສອງຊາດ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ມີປະສິດທິຜົນຂຶ້ນຕື່ມ, ສືບຕໍ່ປະຕິບັດບັນດາໂຄງການຮ່ວມມືສຳຄັນຂອງສອງຝ່າຍໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

ພາຍຫລັງການພົບປະ, ສະຫາຍເລຂາທິການໃຫຍ່ ຂອງສອງພັກ ໄດ້ຢ້ຽມຊົມການວາງສະແດງ ບັນດາເອກະສານຮ່ວມມືສອງຝ່າຍ ທີ່ກວມເອົາການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ພະລັງງານ, ກະສິກຳ,ການສຶກສາ, ເຕັກໂນໂລຊີການສື່ສານ, ສື່ມວນຊົນ ແລະ ອື່ນໆຈຳນວນ 20 ກວ່າສະບັບ ທີ່ໄດ້ຮ່ວມລົງນາມກັນ ໃນໂອກາດຢ້ຽມຢາມລັດຖະກິດໃນຄັ້ງນີ້ ແລະ ຖະແຫລງການຮ່ວມ 1 ສະບັບ.
ໃນຕອນຄໍ່າວັນດຽວກັນ, ສະຫາຍ ສີ ຈິ້ນຜິງ ຍັງໄດ້ຈັດງານລ້ຽງຕ້ອນຮັບ ໃຫ້ແກ່ ສະຫາຍ ທອງລຸນ ສີສຸລິດດ້ວຍບັນຍາກາດທີ່ຮັກແພງ, ສະໜິດສະໜົມ ແລະ ອົບອຸ່ນ.
ພາບ: ຂັນໄຊ