ເຜີຍແຜ່ນິຕິກຳເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານການເງິນຂັ້ນບ້ານ ໃນບັນດາເມືອງອ້ອມຂ້າງນະຄອນຫຼວງວຽງຈັນ

32

ວັນທີ 29 ພະຈິກ 2022 ຜ່ານມາ, ທີ່ສຳນັກງານອົງການປົກຄອງ ນະຄອນຫຼວງວຽງຈັນ, ພະແນກການເງິນນະຄອນຫຼວງວຽງຈັນ ຈັດຝຶກອົບຮົມ ແລະ ເຜີຍແຜ່ນິຕິກໍາກ່ຽວກັບວຽກງານການເງິນຂັ້ນບ້ານ ໃຫ້ບັນດາບ້ານທີ່ຂຶ້ນກັບ 9 ເມືອງ ໃນນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ), ມີ ທ່ານ ສີລິລາດທົງສິນ ທອງເພັງ ຫົວໜ້າພະແນກການເງິນ ນວ, ພ້ອມດ້ວຍທ່ານເຈົ້າເມືອງ-ຮອງເຈົ້າເມືອງ, ຫ້ອງການການເງິນເມືອງ-ບ້ານ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ສຳລັບຊຸດຝຶກອົບຮົມໃນຄັ້ງນີ້, ຈະໄດ້ຮັບຟັງການເຜີຍແຜ່ຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງການເງິນວ່າດ້ວຍການເງິນຂັ້ນບ້ານ, ຕາຕະລາງສັງລວມແຜນລາຍຮັບ-ລາຍຈ່າຍ ການສ້າງແຜນຄິດໄລ່ລາຍຮັບງົບປະມານບຳເນັດບ້ານ ແລະ ແຜນລາຍຈ່າຍບຳເນັດບ້ານ ແລະ ອື່ນໆ.

ໃນພິທີ ທ່ານ ສີລິລາດທົງສິນ ທອງເພັງ ໃຫ້ຮູ້ວ່າ: ການເງິນຂັ້ນບ້ານ ເປັນວຽກງານໜຶ່ງທີ່ມີຄວາມສຳຄັນໃນການຄຸ້ມຄອງການເງິນ ຕິດຕາມ ກວດກາການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດໃຫ້ມີຄວາມຖືກຕ້ອງ ໂປ່ງໃສ ທັນເວລາ ແລະ ຄຸ້ມຄອງລາຍຈ່າຍໃຫ້ມີຄວາມຖືກຕ້ອງ ປະຢັດຮັດກຸ້ມຕາມລະບຽບຂອງຂັ້ນເທິງວາງອອກ ແລະ ຖືເອົາວຽກງານການເງິນຂັ້ນບ້ານເປັນຫົວໜ່ວຍສຳຄັນ, ສະນັ້ນ ຂະແໜງການເງິນຈຶ່ງເປັນເຈົ້າການຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີຄວາມຖືກຕ້ອງ ແລະ ສອດຄ່ອງຕາມລະບຽບກົດໝາຍ, ດັ່ງນັ້ນຈຶ່ງໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມ ຈົ່ງເສີມຂະຫຍາຍສິດເປັນຕົນເອງໃນການຄົ້ນຄວ້າຮໍ່າຮຽນ, ຮັບປະກັນດ້ານຄຸນນະພາບ ແລະ ສາມາດນຳໃຊ້ເຂົ້າໃນວຽກງານຕົວຈິງ.

ໃນໂອກາດດັ່ງກ່າວ, ຍັງໄດ້ຮັບຟັງການໂອ້ລົມຂອງ ທ່ານ ອາດສະພັງທອນ ສີພັນດອນ ແລະ ໄດ້ມອບອຸປະກອນເຄື່ອງໃຊ້ຫ້ອງການ ແລະ ຄອມພິມເຕີ ຈຳນວນ 20 ຊຸດໃຫ້ແກ່ບ້ານເປົ້າໝາຍ ເພື່ອນຳໃຊ້ເຂົ້າໃນການປະຕິບັດວຽກງານອີກດ້ວຍ.