ຕັດສິນໃຈມາປະກວດທຸ້ມເທສຸດຂີດ ມີເປົ້າໝາຍຊັດເຈນທີ່ຢາກຈະຊະນະ ແລະ ເປັນແບບຢ່າງທີ່ດີໃຫ້ກັບສັງຄົມ

103

ຖ້າໃຜທີ່ຕິດຕາມການປະກວດຊາຍງາມ ໂດຍສະເພາະເວທີ Mister Laos ໃນປີນີ້ກໍ່ຈະເຫັນວ່າໜຸ່ມໆທັງ 20 ຄົນລ້ວນແລ້ວແຕ່ພ້ອມທີ່ເປັນ Mister Laos ຄົນຕໍ່ໄດ້ດ້ວຍຄວາມໂດດເດັ່ນທີ່ແຕກຕ່າງກັນ ໂດຍສະເພາະໜຸ່ມຄົນນີ້ ອານຸເທບ ສີສົມບູນ ຫຼື ຈິມມີ້ ML10 ຕົວແທນຈາກນະຄອນຫຼວງວຽງຈັນ ອາຍຸ 20 ປີ ເຈົ້າຂອງລວງສູງ 186cm ຖືວ່າເປັນອີກໜຶ່ງທີ່ໂດດເດັ່ນແລະ ທີ່ສໍາຄັນ ພ້ອມທີ່ຈະເຮັດຕາມຄວາມຝັນໂຕເອງໃນເວທີ່ນີ້ ປະຈຸບັນກຳລັງສຶກສາຢູ່ ວິທະຍາໄລເຕັກນິກປາກປ່າສັກ ສາຂາ ການຕະຫຼາດ ແລະ ວິທະຍາໄລ ໂລໂກດສ ສາຂາພາສາອັງກິດ

.

ສຳລັບໜຸ່ມຈິມມີ້ ແມ່ນພ້ອມທີ່ຈະຮຽນຮູ້ ຫຼື ປະສົບການດີໆໃຫ້ກັບຕົນເອງ ເພື່ອຈະສາມາດຕໍ່ຍອດໃຫ້ຕົນເອງໃນວົງການບັນເທີງລາວໃນອະນາຄົດ ແລະ ໜຸ່ມຄົນນີ້ກໍ່ຫວັງເປັນຢ່າງຍິ່ງວ່າຫຼັງຈາກທີ່ເຂົ້າມາເປັນ 20 ຄົນສຸດທ້າຍ ກໍ່ຢາກຈະເຮັດໃຫ້ມັນອອກມາດີທີ່ສຸດ ແລະ ຫວັງວ່າຈະໄດ້ຮັບໂອກາດຈາກຜູ້ໃຫຍ່ກໍ່ຄື ເວທີ Mister Laos ໃນປີນີ້.

.

ໂດຍໜຸ່ມຈິມມີ້ໄດ້ບອກວ່າ: ເປົ້າຫມາຍໃນຊີວິດແມ່ນຢາກຈະ ປະສົບຜົນສຳເລັດໃນຊີວິດ ກໍ່ຄື ການຮຽນ ແລະ ການມີວຽກທີ່ດີ ເບິ່ງແຍງຄອບຄົວໄດ້ ແລະໃຫ້ຄອບຄົວ ໄດ້ພູມໃຈ ແລະອີກຢ່າງ1ກໍ່ຄືການເຂົ້າຮອບການປະກວດ Mister Laos ເພື່ອໄດ້ເຮັດຕາມຄວາມຝັນ ແລະ ເອົາຊະນະໃຈໂຕເອງ. ໂດຍຈຸດດີແມ່ນເປັນຄົນກະຕືລືລົ້ນຕັ້ງໃຈເຮັດໃນສິ່ງທີ່ໂຕເອງມັກ ແລະສິ່ງທີ່ທຸກຄົນມອບຫມາຍໃຫ້ສຳເລັດ ເປັນຄົນມີຄວາມອົດທົນບໍ່ຍອມແພ້ງ່າຍໆ ແລະ ເປັນຄົນເຟັນລີ້ ສ່ວນວ່າຈຸດອ່ອນເປັນ ຄົນທີ່ເຂົ້າໃຈຊ້າໜ້ອຍໜື່ງ ແລະ ຂີ້ອາຍ ເວົ້າບໍ່ຄ່ອຍເກັ່ງແຕ່ກໍຈະພະຍາຍາມແກ້ໄຂແລະປ່ຽນແປງໂຕເອງ.

.

ສຳລັບການຕັດສິນໃຈເຂົ້າມາປະກວດໃນເວທີດັ່ງກ່າວນີ້ແມ່ນຫຼັງຈາກທີ່ເຫັນໂຄງການປະກວດຂອງ Mister Laos ທີ່ຜ່ານມາກໍໄດ້ເລີ່ມຕິດຕາມມາໂດຍຕະຫຼອດ ແລະ ໄດ້ເຄີຍຕິດຕາມລຸ້ນອ້າຍແຕ່ລະຄົນທຸກຄົນມີຄວາມໝັ້ນໃຈ ແລະເກັ່ງ ແຖມຍັງກາຍເປັນຄົນດັງໆໃນວົງການບັນເທີງລາວ ແລະ ນ້ອງກໍ່ຢາກເດີນຕາມ ແລະ ເຊື່ອວ່າໂຄງການປະກວດ Mister Laos ເປັນເວທີມີຄວາມໜ້າສົນໃຈຫຼາຍຢ່າງ ແລ້ວ ກໍຍັງພັດທະນາທຸກຄົນໃຫ້ເປັນຄົນທີ່ມີຄຸນນະພາບ .

ການທີ່ຕັດສິນໃຈເຂົ້າມາແມ່ນມີຄວາມຕັ້ງໃຈຫຼາຍ ຄືທຸກມື້ນີ້ແມ່ນໄດ້ເຝິກຊ້ອມໃນການເດີນ, ການຢ່າງທຸກໆວັນ ( ຕັ້ງໃຈແຮງ) ດັ່ງນັ້ນຖ້າວ່າບໍ່ສາມາດໄດ້ລາງວັນທີໜຶ່ງມາຄອບຄອງຄືດັ່ງທີ່ຫວັງ ແນ່ນອນເລີຍວ່າຕ້ອງເສຍໃຈຢູ່ແລ້ວ ແຕ່ນ້ອງກໍຈະບໍ່ຢຸດພັດທະນາໂຕເອງ ບໍ່ຍອມແພ້ ແລະ ຈະກັບມາໃຫມ່ເພື່ອເຮັດຕາມເປົ້າໝາຍ ແລະ ຄວາມຝັນໃຫ້ສຳເລັດ.

ແຕ່ຖ້ານ້ອງຊະນະນ້ອງຈະເຮັດຫຍັງໃຫ້ Mister Laos ນ້ອງກໍຈະປະຕິບັດໜ້າທີ່ຜູ້ໃຫຍ່ມອບໝາຍໃຫ້ດີທີ່ສຸດ ແລະ ເປັນແບບຢ່າງທີ່ດີຂອງນ້ອງໆ ແລະ ສັງຄົມ ແລະ ຊ່ວຍເຫຼືອສັງຄົມ ສຳລັບການກຽມໂຕກໍ່ຄື ອອກກຳລັງກາຍ ເພື່ອເສີມສ້າງບຸກຄະລິກໃຫ້ມີຄວາມໝັ້ນໃຈ ແລະ ຮັກສາສຸຂະພາບໃຫ້ແຂງແຮງ ເວລາວ່າງ ມັກ Basketball ກັບ ໄປຖ່າຍຮູບກັບໝູ່.