ປະທານປະເທດ ພ້ອມຄະນະ ເດີນທາງຮອດ ສປ ຈີນ ຢ້ຽມຢາມລັດຖະກິດ ຮັດແໜ້ນສາຍພົວພັນ

106

ອີງຕາມຂ່າວສານປະເທດລາວ ລານງານວ່າ: ໃນຕອນເຊົ້າວັນທີ 29 ພະຈິກ 2022 ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາຊົນຈີນ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ, ລັດຖະບານລາວ ໄດ້ເດີນທາງໄປຢ້ຽມ ຢາມລັດຖະກິດ ຢູ່ ສາທາລະນະລັດ ປະຊາຊົນຈີນ ແຕ່ວັນທີ 29 ພະຈິກ-01 ທັນວາ 2022 ເພື່ອຮັດແໜ້ນສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການສ້າງເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ ໃຫ້ກ້າວເຂົ້າສູ່ລວງເລິກກວ່າເກົ່າ ແລະ ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ຈີນ.

ໂດຍ ທ່ານ ທອງລຸນ ສີສຸລິດ ພ້ອມຄະນະໄດ້ເດີນທາງມາຮອດສະໜາມບິນສາກົນປັກກິ່ງ ໂດຍມີ ທ່ານ ຫລິວ ຈ້ຽນຊາວ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບ ເຊິ່ງພິທີຕ້ອນຮັບທາງການແມ່ນຈະຈັດຂຶ້ນໃນວັນທີ 30 ພະຈິກ 2022.

ໃນລະຫວ່າງການເຄື່ອນໄຫວຢ້ຽມຢາມ ລັດຖະກິດຢູ່ ສປ ຈີນ, ທ່ານ ທອງລຸນ ສີສຸລິດ ພ້ອມຄະນະ ຈະໄດ້ເຂົ້າພົບປະສອງຝ່າຍ ກັບ ທ່ານ ສີ ຈີ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດແຫ່ງ ສປ ຈີນ, ພົບປະກັບ ທ່ານ ຫລີ ເຄີ້ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ, ພົບປະກັບ ທ່ານ ຫລີ ຈ້ານຊູ ປະທານສະພາປະຊາຊົນ ທົ່ວປະເທດຈີນ ຢູ່ຫໍສະພາສະພາປະຊາຊົນ, ເຂົ້າຮ່ວມຢ້ຽມຊົມການວາງສະແດງເອກະສານຮ່ວມມື ແລະ ຢ້ຽມຢາມສະຖານທີ່ສຳຄັນອື່ນໆ ອີກຈໍານວນໜຶ່ງ.

ທີ່ມາ: ຂ່າວສານປະເທດລາວ