ຮູ້ຄວາມຄືບໜ້າວາລະແຫ່ງຊາດວ່າດ້ວຍການແກ້ໄຂດ້ານເສດຖະກິດ-ການເງິນ ຕິດຕາມກອງປະຊຸມສະພາ

218

ກອງປະຊຸມສະໄໝສະມັນຂອງສະພາແຫ່ງຊາດ ເຊິ່ງເປັນອົງການຕົວແທນແຫ່ງສິດຜົນປະໂຫຍດຂອງປະຊາຊົນ ຈະເປີດຂຶ້ນໃນວັນທີ 5 ທັນວາ 2022 ນີ້ແລ້ວ ແລະຈະດຳເນີນໄປຈົນຮອດວັນທີ 30 ຂອງເດືອນດຽວກັນ ໃນນັ້ນຈະໄດ້ພິຈາລະນາຫຼາຍບັນຫາຂອງຊາດ ແຕ່ໜຶ່ງຫົວຂໍ້ທີ່ສຳຄັນສຸດຄື ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ.

No photo description available.

ກ່ຽວກັບ ນິຍາມລວມ ຫຼື ວ່າຄວາມຫມາຍລວມຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຫມາຍເຖິງ “ການແກ້ໄຂບັນຫາສໍາຄັນ, ຈໍາເປັນ ແລະ ຮີບດ່ວນຂອງຊາດ ທີ່ໄດ້ສະສົມມາຫຼາຍປີໃຫ້ຜ່ອນຄາຍລົງ ໃນກໍານົດເວລາທີ່ແນ່ນອນ ໂດຍຖືເອົາການແກ້ໄຂບັນຫາດັ່ງ ກ່າວເປັນຫນ້າທີ່, ພັນທະ ແລະ ຄວາມຮັບຜິດຊອບຂອງທຸກພາກສ່ວນໃນສັງຄົມ”. ກ່ຽວກັບ ກໍານົດເວລາ ເນື່ອງຈາກວາລະແຫ່ງຊາດ ຕ້ອງມີກໍານົດເວລາທີ່ແນ່ນອນ, ສະນັ້ນ ຈຶ່ງ ໄດ້ກໍານົດເວລາເປັນ 2 ປີ ເຄີ່ງ (ແຕ່ປີກາງປີ 2021 ຫາ 2023). ຫຼັງຈາກນັ້ນ ຈະໄດ້ປະເມີນ ຄືນຜົນການຈັດຕັ້ງປະຕິບັດຕົວຈິງ ບົນພື້ນຖານນັ້ນເພື່ອກໍານົດທິດທາງໃນຕໍ່ຫນ້າຕາມເຫັນສົມຄວນ.

May be an image of car and outdoors

ການຈັດຕັ້ງປະຕິບັດວາລະແຫ່ງຊາດ ນອກຈາກຕ້ອງຢຶດຫມັ້ນ ຕາມຫຼັກການນໍາພາຂອງພັກ ແລະ ການຄຸ້ມຄອງດ້ວຍລະບຽບກົດຫມາຍແລ້ວ ຍັງຕ້ອງເອົາໃຈໃສ່ ເນັ້ນຫນັກຕື່ມ ຕໍ່ຫຼັກການສະເພາະ ເຊັ່ນ: “ເດັດຂາດ, ໂປ່ງໃສ ແລະ ມືອາຊີບ (ຫຼັກວິຊາການ)”.

No photo description available.

ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໂດຍສັງລວມແລ້ວມີດັ່ງນີ້
1. ສົ່ງເສີມການຜະລິດເພື່ອທົດແທນການນຳ ເຂົ້າ ແລະ ເປັນສິນຄ້າສົ່ງອອກ ເພື່ອສ້າງຖານລາຍຮັບທີ່ເຂັ້ມແຂງ (ຫັນປ່ຽນຈາກສັງຄົມຊົມໃຊ້ຫຼາຍກວ່າໄປສູ່ສັງຄົມການຜະລິດຫຼາຍຂື້ນ).
2. ສ້າງຄວາມເຂັ້ມແຂງດ້ານການ ເກັບລາຍ /ຮັບງົບປະມານ.
3. ສົ່ງເສີມການປະຢັດ, ຕ້ານການຟຸມເຟືອຍ ເເລະ ຍົກສູງປະສິດທິຜົນ ການລົງທຶນ-ລາຍຈ່າຍງົບປະມານ ແລະ ການແກ້ໄຂຫນີ້ສິນພາຍໃນ ແລະ ຕ່າງປະເທດ.

No photo description available.
ສໍາລັບ ດ້ານການປະຢັດ ນັບແຕ່ໄດ້ປະກາດວາລະແຫ່ງຊາດ ລັດຖະບານແມ່ນໄດ້ປັບປຸງນິຕິກໍາ ໃນການນໍາໃຊ້ລົດປະຈໍາຕໍາແຫນ່ງ ແລະ ລົດບໍລິຫານລັດ, ການໃຊ້ຈ່າຍງົບປະມານບໍລິຫານລັດ, ການຮັບແຂກ, ການເຄື່ອນໄຫວວຽກງານ ແລະ ການຈັດງານບຸນຕ່າງໆ ໃນການຈັດຕັ້ງພັກ-ລັດ ແຕ່ລະຂັ້ນ ທີ່ນໍາໃຊ້ງົບປະມານຂອງລັດ ໃຫ້ມີຄວາມເປັນ ເອກະພາບກັນ. ສໍາລັບການລົງທຶນ ແມ່ນໄດ້ປັບປຸງນະໂຍບາຍການລົງທຶນຂອງລັດໃຫ້ສອດຄ່ອງ, ມີຈຸດສຸມ ແລະ ຮັບປະກັນທາງດ້ານປະສິດທິຜົນ.

May be an image of 4 people, car and road
4. ສ້າງສະຖຽນລະພາບດ້ານການເງິນ
5. ຍົກສູງປະສິດທິພາບການຄຸ້ມຄອງລັດດ້ວຍກົດຫມາຍ ໂດຍການປັບປຸງຮ່າງກົດຫມາຍ, ນະໂຍບາຍ ແລະ ກົນໄກຕ່າງໆ ໃຫ້ຄ່ອງຕົວກວ່າເກົ່າ.
ທັງໝົດນັ້ນ ພາຍຫຼັງທີ່ປະກາດວາລະແຫ່ງຊາດໄປເມື່ອເດືອນສິງຫາ 2021 ທຸກພາກສ່ວນທາງພາກລັດແມ່ນໄດ້ມີແຜນການແຜນງານຂອງຕົນ ເພື່ອນຳເອົາເນື້ອໃນຈິດໃຈຂອງວາລະແຫ່ງຊາດນຳໄປຈັດຕັ້ງຜັນຂະຫຍາຍ ແລະແນ່ນອນໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດໃນຄັ້ງນີ້ຈະໄດ້ມີວາລະລາຍງານກ່ຽວກັບຄວາມຄືບໜ້າຕ່າງໆ ໃນການຈັດຈັ້ງປະຕິບັດວາລະແຫ່ງຊາດດັ່ງກ່າວ ບັນດາແຟນຂ່າວເສດຖະກິດ-ການຄ້າຢ່າຕິດຕາມກອງປະຊຸມສຳຄັນ ຄັ້ງນີ້ ພ້ອມນີ້ຖ້າຫາກມີຄວາມຄິດເຫັນຄຳສະເໜີກໍ່ສາມາດໂທເຂົ້າໄປໄດ້ທີ່ໝາຍເລກສາຍດ່ວນ 156 ຫຼື ສົ່ງໄປທີ່ອີເມວ nalao.156@gmail.com