ລົດແກ້ວ ຄວ້າຫຼຽນຄຳ ຈາກແລ່ນ 1500 ແມັດຍິງ ງານກຣີທານານາຊາດ Thailand Open 2022

133

ນາງ ລົດແກ້ວ ອິນທະກຸມມານ ນັກກິລາຈາກ ສປປ ລາວ ຍາດໄດ້ຫລຽນຄຳ ຈາກປະເພດແຂ່ງຂັນແລ່ນ 1500 ແມັດຍິງ ຈາກງານກຣີທານານາຊາດ Thailand Open 2022 ດ້ວຍສະຖິຕິ 4 ນາທີ 43 ວິນາທີ, ອັນດັບສອງໄດ້ແກ່ນັກກິລາຈາກສະໂມສອນອາກາດ (ໄທ) ເວລາ 4 ນາທີ 54 ວິນາທີ ແລະ ອັນດັບສາມແມ່ນນັກກິລາຈາກ ມຽນມາ ດ້ວຍເວລາ 5 ນາທີ 2 ວິນາທີ

ແລະ ຕາມມາດ້ວຍຜົນງານຈາກນັກແລ່ນຊາຍ ທ້າວ ສໍສີ ພົມພັກດີ ລາຍການ 100 ແມັດຊາຍ ໃນຮອບຄັດແມ່ນສາມາດເຮັດໄດ້ອັນດັບທີ 1 ເວລາ 10,89 ວິນາທີ ໄດ້ຜ່ານເຂົ້າຮອບຮອງຊະນະເລີດໄດ້ ເວລາ 100 ແມັດຊາຍ 10,96 ວິນາທີ (ຄັດກັນສອງຮອບເຖິງຈະໄດ້ເຂົ້າໄປຊິງຫລຽນຄຳ) ແລະ ທ້າວ ໄຊດາວັນ ວົງສະຫວັນ ໃນລາຍການ 100 ແມັດຊາຍ ເຮັດເວລາໄດ້ 11,33 ວິນາທີ. ຈາກນັ້ນແມ່ນລາຍການຍິງ 100 ແມັດ ນາງ ສີລິນາ ພະອາໄພ ເຮັດເວລາໄດ້ 12,68 ວິນາທີ

ການແຂ່ງຂັນລາຍການສຸດທ້າຍຂອງວັນທີ 28 ພະຈິກ 2022 ແມ່ນ ທ້າວ ໄຊດາວັນ ວົງສະຫວັນ ໄດ້ລົງແຂ່ງຂັນລາຍການເຕັ້ນຍາວ ຊາຍ ສາມາດເຮັດສະຖິຕິໄດ້ດີ 7,19 ແມັດ ແລະ ມື້ອື່ນ ວັນທີ 29 ພະຈິກ ມີແຂ່ງຂັນເພີ່ມອີກ 3 ລາຍການຄື 800 ແມັດຍິງ ນາງ ລົດແກ້ວ ອິນທະກຸມມານ, ທ້າວ ສໍສີ ພົມພັກດີ ລາຍການ 200 ແມັດຊາຍ, ນາງ ສີລິນາ ພະອາໄພ ລາຍການ 200 ແມັດຍິງ

ຂໍ້ມູນຈາກ: LAO Athletics federation