ມາແລ້ວ ແຂວງຫົວພັນ ຄວ້າ 1 ຫຼຽນຄໍາ 1 ຫຼຽນເງິນ 1 ຫຼຽນທອງ ທໍາອິດໃນກີລາແຫ່ງຊາດ ຄັ້ງທີ 11

169

ຊາວແຂວງຫົວພັນ ໄດ້ເຮກັນເຕັມໆສໍາລັບມື້ນີ້ວັນທີ 28 ພະຈິກ 2022 ເມື່ອສາມາດຍາດໄດ້ 1 ຫຼຽນຄໍາ, 1 ຫຼຽນເງິນ ແລະ 1 ຫຼຽນທອງຈາກກີລາຍິງປືນ ໃນງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມສ໌ ໃນການແຂ່ງກີລາຍິງປືນ ຈັດຂຶ້ນທີ່ສະໜາມຍິງປືນ 5 ເມສາ ນະຄອນຫຼວງວຽງຈັນ.

ໂດຍຫຼຽນຄໍາໄດ້ຈາກ ທ້າວ ສຸກສະຫວັນ ພັນທະວີໄຊ, ພອນມີໄຊ ຜຸຍຮວງວອນ ແລະ ກຸຍຄໍາແສງ ສີສຸລິດ ນັກກີລາຍິງປືນປະເພດປືນຍາວເປົ້າເລື່ອນປະສົມ 10 ແມັດ ປະເພດທີມຊາຍ ຍິງໄດ້ 1.034 ຄະແນນ ບຽດເອົາຊະນະ ນັກກີລາຈາກຄໍາມ່ວນ ທີ່ເກັບໄດ້ 1.020 ຄະແນນ ແລະ ອັດນັບ 3 ນະຄອນຫຼວງ ຍິງໄດ້ 1.012 ຄະແນນ ເຮັດໃຫ້ ຫົວພັນ ຄວ້າຫຼຽນຄໍາໄປຄອງ ແລະ ເປັນຫຼຽນຄໍາທໍາອິດ.

ສ່ວນ 1 ຫຼຽນເງິນໄດ້ຈາກ ທ້າວ ພອນໄຊ ຜຸຍຮວງວອນ ຍັງຄວ້າ 1 ຫຼຽນເງິນຈາກປືນຍາວເປົ້າເລື່ອນ ດ່ຽວຊາຍ ຍິງໄດ້ 530 ຄະແນນ, ຫຼຽນຄໍາເປັນຂອງ ພົງສະຫວັດ ຈາກຊຽງຂວາງ.

ຂະນະທີ່ 1 ຫຼຽນທອງໄດ້ຈາກ ທ້າວ ສຸກສະຫວັນ ຈາກປືນຍາວເປົ້າເລື່ອນປະສົມ ດ່ຽວຊາຍ 10 ແມັດຍິງໄດ້ 348 ຄະແນນ, ສ່ວນຫຼຽນຄໍາເປັນຂອງ ນະຄອນຫຼວງ ຍິງໄດ້ 358 ຄະແນນ ແລະ ຫຼຽນເງິນຜົ້ງສາລີ ຍິງໄດ້ 352 ຄະແນນ.
ຂ່າວ: Larh Creators; ສາຍ ສີສົມສັກ ພະແນກສຶກສາທິການ ແລະ ກີລາແຂວງຫົວພັນ