ການຜະລິດພະລັງງານໝູນວຽນຂອງຈີນ ຂະຫຍາຍຕົວຢ່າງຕໍ່ເນື່ອງ

46

ສຳນັກຂ່າວຊິນຫົວ ລາຍງານວ່າ: ສຳນັກງານບໍລິຫານພະລັງງານແຫ່ງຊາດຈີນ ເປີດເຜີຍວ່າ ກຳລັງການຜະລິດພະລັງງານໝູນວຽນ ( ພະລັງງານລົມ ແລະ ພະລັງງານແສງຕາເວັນ ) ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ນັບແຕ່ຕົ້ນປີ 2022 ເປັນຕົ້ນມາ ທ່າມກາງຄວາມພະຍາຍາມຂັບເຄື່ອນນະໂຍບາຍການພັດທະນາທີ່ເປັນມິດກັບສິ່ງແວດລ້ອມ.

May be an image of outdoors and text

ລາຍງານລະບຸວ່າ: ມາຮອດເດືອນຕຸລາ 2022 ກຳລັງການຜະລິດພະລັງງານໄຟຟ້າທັງໝົດຢູ່ທີ່ 2,5 ພັນລ້ານກິໂລວັດ ເພີ່ມຂຶ້ນ 8,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ໃນນັ້ນກຳລັງການຜະລິດພະລັງງານລົມ ເພີ່ມຂຶ້ນ 16,6% ຢູ່ທີ່ລະດັບ 350 ລ້ານກິໂລວັດ, ຂະນະທີ່ກຳລັງການຜະລິດພະລັງງານແສງຕາເວັນ ເພີ່ມຂຶ້ນ 29,2% ຢູ່ທີ່ລະດັບ 360 ລ້ານກິໂລວັດ.

May be an image of nature and text

ລາຍງານຍັງລະບຸວ່າ: ປີ 2022 ຈີນ ໄດ້ຂະຫຍາຍການລົງທຶນໃສ່ພະລັງງານໝູນວຽນ ເພື່ອເລັ່ງສ້າງໂຮງໄຟຟ້າພະລັງງານລົມ ແລະ ຖານຜະລິດພະລັງງານແສງຕາເວັນຂະໜາດໃຫຍ່ ໂດຍສະເພາະພື້ນທີ່ທະເລຊາຍ ໂດຍມູນຄ່າການລົງທຶນດ້ານພະລັງງານແສງຕາເວັນຂອງບໍລິສັດລາຍໃຫຍ່ຂອງຈີນ ໃນໄລຍະ 10 ເດືອນທຳອິດຂອງປີນີ້ ເພີ່ມຂຶ້ນ 326,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຢູ່ທີ່ລະດັບ 157 ຕື້ຢວນ.