ຣັດເຊຍ ກຽມອອກກົດໝາຍ ຫ້າມຂາຍນ້ຳມັນໃຫ້ປະເທດທີ່ກຳນົດເພດານລາຄາ

101

ສຳນັກຂ່າວບລູມເບີກລາຍງານວ່າ: ຣັດເຊຍ ກຽມສ້າງກົດໝາຍ ວ່າດ້ວຍການຫ້າມບໍລິສັດ ແລະ ນິຕິບຸກຄົນໃດຂອງຣັດເຊຍ ຫ້າມຂາຍນ້ຳມັນດິບໃຫ້ແກ່ບໍລິສັດ ແລະ ປະເທດໃດໆກໍຕາມ ທີ່ເຂົ້າຮ່ວມການກຳນົດເພດານລາຄານ້ຳມັນຂອງຣັດເຊຍ.

ກົດໝາຍສະບັບນີ້ ຈະຫ້າມການອ້າງອີງເຖິງເພດານລາຄາໃນການຊື້ – ຂາຍນ້ຳມັນດິບ ຫຼື ຜະລິດຕະພັນນ້ຳມັນຂອງຣັດເຊຍ ແລະ ຫ້າມຂົນສົ່ງນ້ຳມັນໃຫ້ປະເທດໃດກໍຕາມທີ່ຮ່ວມນຳໃຊ້ກົນໄກເພດານລາຄານ້ຳມັນຂອງຣັດເຊຍ.

May be an image of 2 people and outdoors

ທັງນີ້, ກຸ່ມ G7 ໄດ້ອອກມາດຕະການຈຳກັດເພດານລາຄານ້ຳມັນຂອງຣັດເຊຍ ໂດຍມີຈຸດປະສົງເຮັດໃຫ້ລາຍໄດ້ຈາກການສົ່ງອອກນ້ຳມັນຂອງຣັດເຊຍຫຼຸດລົງ, ແນວໃດກໍຕາມ ເມື່ອວັນທີ 25 ພະຈິກຜ່ານມາ, ສະຫະພາບເອີຣົບ ໄດ້ເລື່ອນກອງປະຊຸມປຶກສາຫາລືກ່ຽວກັບບັນຫາດັ່ງກ່າວອອກໄປ ເນື່ອງຈາກຍັງບໍ່ສາມາດຕົກລົງກັນໄດ້ໃນການກຳນົດເພດານດັ່ງກ່າວ ໂດຍຂໍ້ສະເໜີຂອງກຸ່ມ G7 ສະເໜີໃຫ້ກຳນົດລາຄານ້ຳມັນຂອງຣັດເຊຍ ຢູ່ທີ່ 65 – 70 ໂດລາຕໍ່ບາເຣວ, ແຕ່ສະມາຊິກຂອງສະຫະພາບເອີຣົບບາງປະເທດ ຢາກກຳນົດຕ່ຳກວ່ານັ້ນ, ແຕ່ບາງປະເທດຊໍ້າຜັດຢາກໃຫ້ສູງກວ່າຂໍ້ສະເໜີຂອງກຸ່ມ G7.

May be an image of 2 people, people standing and outdoors