ລັກປູກໃບກະທ່ອມ ໃນນະຄອນຫຼວງແຕ່ບໍທັນເກັບກ່ຽວຖືກທຳລາຍກ່ອນ

164

ເຫັນໃຈເຈົ້າໜ້າທີ່ ປະຊາຊົນບໍ່ຟັງຄວາມ ສິ່ງຖືກຫ້າມລະຍິ່ງໄປເຮັດ ຫ້າມຖີ້ມຂີ້ເຫຍື້ອບ່ອນໃດບ່ອນນັ້ນຂີ້ເຫຍື້ອເຕັມ, ຫ້າມຈອດລົດບ່ອນໃດຈຸດນັ້ນຈົນບໍ່ມີບ່ອນຍ່າງ ພຶດພັນມີຫຼາຍຢ່າງຫ້າມປູກຫ້າມໃຊ້ກະທ່ອມກໍແຫ່ງມີຜູ້ຕັ້ງໃຈປູກຕັ້ງໃຈຕົ້ມ ທຸກບັນຫານີ້ຈະໝົດໄປຕ້ອງເລີ່ມຈາກໃຈພວກເຮົາທຸກຄົນເປັນເຈົ້າການຮ່ວມກັນ.

May be an image of 1 person, fire and outdoors
ວັນທີ 28 ພະຈິກ 2022, ຫ້ອງການກວດກາ ແລະ ຄວບຄຸມຢາເສດຕິດ ສົມທົບກັບ ກອງບັນຊາການ ປກສ ເມືອງສັງທອງ ນະຄອນວງວຽງຈັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ລົງທໍາລາຍສວນກະທ່ອມ ທີ່ປະຊາຊົນບ້ານໄຮ່ໃຕ້ ເມືອງສັງທອງ ລັກປູກ ລວມທັງໝົດ 110 ຕົ້ນ; ນໍາພາໂດຍ ພັທ ປານີ ສຸດສະຫວັດ ຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ, ພັທ ສີວິໄລ ພູມນະໄຊ ຫົວໜ້າກອງບັນຊາການ ປກສ ເມືອງສັງທອງ, ມີເຈົ້າໜ້າທີ່ກ່ຽວຂອງ ພ້ອມດ້ວຍອໍານາດການປົກຄອງບ້ານ, ປກຊ-ປກສ ບ້ານເຂົ້າຮ່ວມທໍາລາຍ.

May be an image of 1 person, standing, fire, tree and outdoors
ພັທ ສີວິໄລ ພູມສະຫວັດ ກ່າວວ່າ: ພາຍຫຼັງໄດ້ຮັບແຈ້ງຈາກອໍານາດການປົກຄອງບ້ານວ່າມີປະຊາຊົນຢູ່ເຂດບ້ານໄຮ່ໃຕ້ລັກລອບປູກຕົ້ນກະທ່ອມ; ຈາກນັ້ນ, ກອງບັນຊາການ ປກສ ເມືອງຈຶ່ງແຕ່ງຕັ້ງເຈົ້າໜ້າທີ່ວິຊາສະເພາະລົງສົມກັບ ກັບ ປກສ ກຸ່ມ III ແລະ ການຈັດຕັ້ງບ້ານໄຮ່ໃຕ້ກວດກາຕົວຈຶງ; ຜ່ານການກວດກາຈຶ່ງສາມາດເກັບກຳຕົ້ນກະທ່ອມໄດ້ທັງໝົດ 110 ຕົ້ນທີ່ທ້າວ ສອນໄຊ ອາຍຸ 47 ປີ ແລະ ນາງ ຊຳ ອາຍຸ 22 ປີ ທັງສອງເປັນຜົວເມຍກັນ ຢູ່ບ້ານໄຮ່ໃຕ້ ເມືອງສັງທອງ ນະຄອນຫຼວງວຽງຈັນ ລັກປູກ; ປັດຈຸບັນເຈົ້າໜ້າທີ່ພວກເຮົາໄດ້ຕັດ ແລະ ຂຸດຮາກຂຶ້ນຈາກດິນແລ້ວໃຊ້ໄຟເຜົາຖິ້ມ ເພື່ອບໍ່ໃຫ້ກຸ່ມຄົນບໍ່ດີນໍາໃບໄປຕົ້ມດື່ມ, ຂາຍ ຫຼື ນໍາໄປປູກຄືນໃໝ່.

May be an image of 2 people, people standing and outdoors
ທ້າວ ສອນໄຊ ແລະ ນາງ ຊໍາ ຍອມຮັບຕໍ່ເຈົ້າໜ້າທີ່ວ່າ: ພາຍຫຼັງເຫັນໂຄສະນາຂາຍຕົ້ນກະທ່ອມຢູ່ ເຟສບຸກຂອງຄົນໄທ ທີ່ໂຄສະນາຂາຍເຄື່ອງອອນລາຍແລ້ວຈຶ່ງມີແນວຄິດຢາກປູກ ຈຶ່ງໄດ້ສັ່ງຊື່ຕົ້ນກະທ່ອມຜ່ານທາງເຟດບຸກດັ່ງກ່າວຈໍານວນ 120 ຕົ້ນ ມາປູກໄວ້ດີນຄັ້ງຂອງຕົນເອງໃນເນື້ອທີ່ປະມານເຄິ່ງໄລ່ ໃນເດືອນເມສາ 2022 ຜ່ານການປູກເບ້ຍກະທ່ອມຕາຍ 10 ຕົ້ນຍັງເຫຼືອ 110 ຕົ້ນ ພໍຮອດວັນທີ 11 ຕຸລາ 2022 ຈຶ່ງຖືກເຈົ້າໜ້າກວດພົບເຫັນ.

May be an image of 5 people, people standing, tree and outdoors
ພັທ ສີວິໄລ ພູມສະຫວັດ ກ່າວຕື່ມວ່າ: ການທີ່ປູກຕົ້ນກະທ່ອມ ຫຼື ມີໄວຄອບຄອງ ແມ່ນຜິດຕໍ່ລະບຽບກົດໝາຍ ແລະ ແຈ້ງການຂອງລັດຖະມົນຕີກະຊວງ ປກສ ວາງອອກກ່ຽວກັບ ການເພີ່ມທະວີການຄວບຄຸມ ແລະ ສະກັດກັ້ນ ການ ປູກ, ຜະລິດ, ປຸງແຕ່ງຊົມໃຊ້, ຄ້າຂາຍ, ຈໍາໜ່າຍ, ຂົນສົ່ງ, ມີໄວ້ຂອບກອງ, ນຳເຂົ້າ, ສົ່ງອອກ ພືດທີ່ມີສານເສບຕິດ ຫຼື ຜະລິດຕະພັນທີ່ມີ ສ່ວນປະສົມສານຕັ້ງຕົ້ນ ແລະ ສານເສບຕິດປະເພດຕ່າງໆ ໂດຍບໍ່ຖືກຕ້ອງຕາມກົດໝາຍ; ສະນັ້ນ, ເມື່ອພົບເຫັນຈິ່ງນໍາມາທຳລາຍຖິ້ມ ແລະ ນຳຕົວຜູ້ກະທຳຜິດມາລົງໂທດຕາມກົດໝາຍ.
May be an image of 2 people, people standing and outdoors
ພາບ-ຂ່າວ: ຄວາມສະຫງົບ