ຍີ່ປຸ່ນ ເຊັນເອກະສານໂຄງການຊ່ວຍເຫຼືອລ້າ ມູນຄ່າ 60 ຕື້ກີບ ສະໜັບສະໜູນລາວເປັນເຈົ້າພາບຈັດກອງປະຊຸມອາຊຽນ ປີ 2024

56

ເມື່ອບໍ່ດົນມານີ້, ທ່ານ ໂຄບະຢະຊິ ເຄັນອິຈິ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ໄດ້ເຊັນເອກະສານແລກປ່ຽນຮ່ວມກັນໃນໂຄງການຊ່ວຍເຫຼືອລ້າເປັນ ມູນຄ່າ 500 ລ້ານເຢັນ (ປະມານ 60 ຕື້ກີບ ຫຼື ປະມານ 3,5 ລ້ານໂດລາສະຫະລັດ) ເພື່ອສະໜັບສະໜູນປະເທດລາວໃນການເປັນເຈົ້າພາບຈັດກອງປະຊຸມອາຊຽນ ໃນປີ 2024 ໃຫ້ກຽດເປັນສັກຂີພະຍານໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດລາວ ພ້ອມດ້ວຍຖືກເຊີນ 2 ຝ່າຍເຂົ້າຮ່ວມ.

ການສະໜັບສະໜຸນດັ່ງກ່າວປະກອບມີ ລົດເກັງ Hybrid ຈໍານວນ 33 ຄັນ ເພື່ອຮັບໃຊ້ການນໍາຂັ້ນສູງໃນໄລຍະກອງປະຊຸມ ແລະ ນອກຈາກນັ້ນກໍມີອຸປະກອນລະບົບເຄືອຂ່າຍ, LAN ແບບໄຮ້ສາຍ ແລະ firewall ເພື່ອປ້ອງກັນການໂຈມຕີທາງອອນລາຍເຊັ່ນ: ການກໍ່ການຮ້າຍທາງໄຊເບີ.

ຮູບປະກອບຂ່າວ

ຍີ່ປຸ່ນ ແມ່ນມີສາຍພົວພັນການຮ່ວມມືກັບອາຊຽນ ເປັນເວລາຍາວນານເຖິງເກືອບ 50 ປີ ແລະ ທັງຍັງໃຫ້ການສະໜັບສະໜູນສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮື່ອງໃນທົ່ວພາກພື້ນອາຊີຕາເວັນອອກສ່ຽງໃຕ້, ເສີມສ້າງສາຍພົວພັນທາງເສດຖະກິດຢ່າງໃກ້ຊິດໃນນາມຄູ່ຮ່ວມການລົງທຶນ ແລະ ການຄ້າ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40 ແລະ 41 ທີ່ກຳປູເຈຍ ວັນທີ 11 ພະຈິກ 2022

ຍີ່ປຸ່ນ ໄດ້ໃຫ້ການສະໜັບສະໜູນອາຊຽນ ແລະ ປະເທດສະມາຊິກຕະຫຼອດມາ ໂດຍຢູ່ບົນພື້ນຖານເຂົ້າໃຈເຖິງຄວາມສໍາຄັນຂອງຄວາມສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນອາຊຽນ ທີ່ແມ່ນສູນກາງຂອງການຮ່ວມມືລະດັບພາກພື້ນ