ກຽມຕິດຕາມ ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ຊາດ ຈະຈັດຂຶ້ນວັນທີ 5 ຫາ 30 ທັນວານີ້

69

ແຈ້ງການຂອງຄະນະເລຂາທິການສະພາແຫ່ງຊາດ, ອີງຕາມ ກົດໝາຍວ່າດ້ວຍສະພາແຫ່ງຊາດ ສະບັບປັບປຸງ ປີ 2020 ມາດຕາ 59 ກ່ຽວກັບການດໍາເນີນກອງປະຊຸມສະໄໝສາມັນປະຈຳປີ ຂອງສະພາແຫ່ງຊາດ ແລະ ອີງຕາມ ມະຕິຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ສະບັບເລກທີ 263/ຄປຈ, ລົງວັນທີ 28 ຕຸລາ 2022.

ຄະນະເລຂາທິການສະພາແຫ່ງຊາດ ມີຄວາມຍິນດີ ແລະ ຂໍຖືເປັນກຽດແຈ້ງມາຍັງອົງການຈັດຕັ້ງພັກ, ລັດ ແລະ ພໍ່ແມ່ປະຊາຊົນລາວບັນດາເຜົ່າ ຊາບວ່າ: ກອງປະຊຸມສະໄໝ​ສາ​ມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ຈະຈັດຂຶ້ນຢ່າງເປັນທາງການ ລະຫວ່າງວັນທີ​ 5-30 ທັນວາ 2022 ຢູ່ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ, ນະຄອນຫຼວງວຽງຈັນ.

ດັ່ງນັ້ນ, ຄະນະເລຂາທິການສະພາແຫ່ງຊາດ ຈຶ່ງແຈ້ງມາເພື່ອຊາບດ້ວຍ.