ພາກພື້ນອາຊຽນຕ້ອງເພີ່ມທະວີການປະສານງານ ປົກປ້ອງ ແລະ ສຶບສວນການຄ້າມະນຸດ ສໍາລັບແຮງງານຖືກບັງຄັບ

40

ບັນດາຜູ້ຕາງໜ້າຈາກປະເທດອາຊຽນ ແລະປະເທດຄູ່ຮ່ວມໄດ້ຈັດກອງປະຊຸມ ກ່ຽວກັບການເພີ່ມທະວີການປະສານງານ ໃນການປົກປ້ອງ ແລະ ສຶບສວນການຄ້າມະນຸດ ສໍາລັບແຮງງານຖືກບັງຄັບ, ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 23-24 ພະຈິກ 2022, ທີ່ ແຂວງຫຼວງພະບາງ, ສປປ ລາວ ພາຍໃຕ້ເປັນປະທານຂອງ ທ່ານ ວິໄລພົງ ສີສົມຫວັງ ຫົວໜ້າກົມແຜນ ການ ແລະ ກົມຮ່ວມມືສາກົນ, ຫົວໜ້າຄະນະຈຸດປະສານງານແຮງງານເຄື່ອນຍ້າຍ(ACMW)ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສປປ ລາວ,ທ່ານ ຈູບ ນາຣາດ, ຮອງຫົວໜ້າກົມແຮງງານ, ກະຊວງແຮງງານ ແລະ ການຝຶກອົບຮົມວິຊາຊີບຂອງກຳປູເຈຍແລະປະທານຄະນະກໍາມະການອາຊຽນ ກ່ຽວກັບແຮງງານເຄື່ອນຍ້າຍ(ACMW), ທ່ານນາງ Karla Juranek, ເລຂາເອກ(ການພັດທະນາ), ປະເທດອົດສະຕາລີ ປະຈຳອາຊຽນ ແລະ ທ່ານ Francois Pravongviengkham, ເຈົ້າໜ້າທີ່ ດ້ານນະໂຍບາຍ ສະຫະພາບ ເອີຣົບ ປະຈຳ ສປປ ລາວ, ພ້ອມທັງຜູ້ແທນເຂົ້າຮ່ວມຈາກຫຼາຍຂະແໜງການທີ່ກ່ຽວຂ້ອງ ຈາກບັນດາປະເທດ ສະມາຊິກອາຊຽນ ເຂົ້າຮ່ວມ ທັງໝົດ 85 ທ່ານ.

May be an image of 8 people, people sitting, people standing, indoor and text that says 'ASEAN Workshop on Strengthening Coordination on the Prevention and Investigation of Trafficking in Persons for Forced Labour On 23-24 November 2022 Luangprabang Province, Lao PDR Australian Aid Foundatie'
ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອແລກປ່ຽນບົດຮຽນທີ່ດີ ໃນການຈັດຕັ້ງປະຕິບັດຜົນໄດ້ຮັບຂອງກອງປະຊຸມ ທີ່ ສປປລາວ ເປັນເຈົ້າພາບ ໃນປີ 2019 ໂດຍສະເພາະ 9 ຂໍ້ສະເໜີແນະທີ່ຖືກຮັບຮອງ; ຜູ້ແທນເຂົ້າຮ່ວມກອງປະຊຸມ ຈະມີຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບກົນໄກການປະສານງານ ແລະ ການຮ່ວມມື ພາກພື້ນ ແລະ ຈະໄດ້ຮ່ວມກັນກໍານົດທິທາງຕໍ່ໜ້າໃນການຮ່ວມມື ແລະ ປະສານງານ ໃນລະດັບປະເທດ ແລະ ພາກພື້ນ ເພື່ອເປັນການຜັນຂະຫຍາຍການຈັດຕັ້ງປະຕິບັດ 9 ຂໍ້ສະເໜີແນະໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

May be an image of 5 people, people standing and indoor
ທ່ານ ວິໄລພົງ ສີສົມຫວັງ ກ່າວວ່າ: ການເຄື່ອນຍ້າຍແຮງງານ ບໍ່ແມ່ນປະກົດການໃໝ່ຂອງອາຊຽນ ເຊິ່ງໄດ້ເກີດຂຶ້ນຫຼາຍປີແລ້ວ. ປະຊາຊົນທີ່ອາໄສຢູ່ໃກ້ກັບຊາຍແດນມີປະຫວັດການເຄື່ອນຍ້າຍ ໄປເຮັດວຽກມາແຕ່ດົນນານ. ຫວ່າງມໍ່ໆມານີ້, ການເຄື່ອນຍ້າຍແຮງງານ ໃນເຂດຊົນນະບົດໃນທົ່ວປະເທດທັງແມ່ຍິງ ແລະ ຜູ້ຊາຍແມ່ນການເຄື່ອນຍ້າຍເພື່ອຫາລາຍໄດ້ເພີ່ມເຕີມ, ເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກແລະ ຊອກຫາປະສົບການອື່ນໆ.

May be an image of 1 person and standing

ການເຄື່ອນຍ້າຍແຮງງານສ່ວນຫຼາຍແມ່ນການສ້າງຄວາມໝັ້ນຄົງທາງດ້ານເສດຖະກິດໃຫ້ແກ່ແຮງງານເຄື່ອນຍ້າຍ, ແຮງງານເຄື່ອນຍ້າຍມັກຈະປະສົບກັບບັນຫາຫຼາຍຢ່າງ, ລວມທັງການມີຄວາມສ່ຽງຕໍ່ການຄ້າມະນຸດ, ການຂູດຮີດແຮງງານ, ການຖືກບັງຄັບ ແລະ ການຖືກຂູດຮີດທາງເພດ. ບັນຫາເຫຼົ່ານີ້ຈະແກ້ໄຂ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍໄດ້ ແມ່ນມີຄວາມຈໍາເປັນດ້ານການປະສານງານ ແລະ ການມີສ່ວນຮ່ວມຢ່າງແໜ້ນແຟ້ນ ຂອງຂະແໜງການກ່ຽວຂ້ອງທັງພາກລັດ ແລະ ເອກະຊົນ ເຊັ່ນ: ຂະແໜງແຮງງານ, ຂະແໜງເສດຖະກິດ, ສະຫວັດດີການສັງຄົມ ແລະ ການພັດທະນາ, ຕໍາຫຼວດ, ອົງການດ້ານກົດໝາຍ ຫຼື ອົງການຈັດຕັ້ງສາກົນ.

May be an image of 9 people and people standing
ຜ່ານການປຶກສາຫາລື ຢ່າງຫ້າວຫັນ ແລະ ຕັ້ງໜ້າ ເປັນເວລາ 2 ວັນ, ກອງປະຊຸມ ໄດ້ມີຄວາມເອກະພາບກໍານົດທິດທາງໃນຕໍ່ໜ້າ ໂດຍການຜັນຂະຫຍາຍ 9 ຂໍ້ສະເໜີແນະທີ່ຖືກຮັບຮອງໃນກອງປະຊຸມ ປີ 2019 ອອກເປັນ 12 ຂໍ້ແນະນໍາທິດທາງໃນຕໍ່ໜ້າ ເພື່ອເພີ່ມທະວີການປະສານງານ ໃນການປົກປ້ອງ ແລະ ສຶບສວນການຄ້າມະນຸດ ສໍາລັບແຮງງານຖືກບັງຄັບແລະ ຖືກຮັບຮອງໂດຍຜູ້ແທນເຂົ້າຮ່ວມກອງປະຊຸມທັງໝົດ. ກອງປະຊຸມເຫັນດີ ໃຫ້ ກອງເລຂາອາຊຽນ ສົ່ງຜົນຂອງກອງປະຊຸມໃນຄັ້ງນີ້ ໂດຍສະເພາະ 12 ຂໍ້ແນະນໍາທິດທາງໃນຕໍ່ໜ້າ ໃຫ້ຜູ້ແທນເຂົ້າຮ່ວມທັງໝົດ ແລະ ສົ່ງຕໍ່ຂະແໜງການກ່ຽວຂ້ອງຂອງອາຊຽນ ໃຫ້ພິຈາລະນາ ແລະ ສະໜັບສະໜູນການຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງ.

(ຂ່າວສານຮສສ)