5 ອາຫານທີ່ມີແຄວຊ້ຽມສູງ

100

ແຄວຊ້ຽມຄື ແຮ່ທາດທີ່ເປັນອົງປະກອບສໍາຄັນຂອງກະດູກ ເຮັດໃຫ້ຮ່າງກາຍຊົງຕົວຢູ່ໄດ້ ຍັງມີປະສາດສ່ວນອື່ນທີ່ມີ ຄວາມສໍາຄັນ. ແຄວຊ້ຽມຈໍາເປັນຕໍ່ສຸຂະພາບຮ່າງກາຍ ລວມໄປເຖິງການເຕີບໂຕ ແລະ ພັດທະນາການຂອງຮ່າງກາຍ.

ໜ້າທີ່ຂອງແຄວຊ້ຽມ ເຮັດໃຫ້ຫົວໃຈເຕັ້ນ, ຊ່ວຍໃຫ້ເລືອດແຂງຕົວ ແລະ ຄວບຄຸມຄວາມດັນເລືອດ, ລະບົບປະສາດສ່ວນກາງທີ່ຄວບຄຸມການຢືດຫົດຂອງກ້າມຊີ້ນ ກໍຕ້ອງການແຄວຊ້ຽມ ລວມໄປເຖິງລະບົບປະສາດກໍຕ້ອງການແຄວຊ້ຽມຕະຫຼອດເວລາ.

ແຄວຊ້ຽມເປັນແຮ່ທາດທີ່ສຳຄັນຕໍ່ຮ່າງກາຍທີ່ຂາດບໍ່ໄດ້ເດັດຂາດ ເພາະມີສ່ວນສໍາຄັນໃນການຮັກສາຄວາມແຂງແຮງຂອງກະດູກ ແລະ ແຂ້ວ. ນອກຈາກນີ້, ຍັງຊ່ວຍໃນການຫົດ ແລະ ຂະຫຍາຍຕົວຂອງຫຼອດເລືອດ ແລະ ສົ່ງເສີມການເຮັດວຽກຂອງກ້າມຊີ້ນສ່ວນຕ່າງໆໃນຮ່າງກາຍອີກ.

ມື້ນີ້ຈະມາແນະນໍາ 5 ອາຫານທີ່ມີແຄວຊ້ຽມສູງ ມາຝາກທຸກຄົນ ເຊິ່ງຈະມີຫຍັງແດ່ນັ້ນເຮົາໄປເບິ່ງນໍາກັນເລີຍ:
1. ນໍ້າສົ້ມ, ນໍ້າໝາກກ້ຽງ, ນໍ້າໝາກນາວ
2. ງາ ຫຼື ໝາກງາ
3. ນົມຖົ່ວເຫຼືອງ
4. ເຕົ້າຮູ້
5. ປາເຊວມ້ອນ
ສະນັ້ນ, ເມື່ອອ່ານຈົບແລ້ວຢ່າລືມແບ່ງປັນໃຫ້ຄົນທີ່ເຈົ້າຮັກນໍາເດີ.
( ແຫຼ່ງຂໍ້ມູນໄດ້ມາຈາກ https://bit.ly/3U5vjJ6, ໝໍອຸWealthylife )
[ ຮຽບຮຽງ: ເມລີ; ຮູບ: Google ]